ອະດີດປະທານາທິບໍດີສະຫະລັດ ທ່ານ George W Bush ໄດ້
ປາກົດໂຕ ຫຼັງຈາກໄດ້ຫາຍໜ້າຫາຍຕາໄປຈາກວົງການໆເມືອງ
ອາເມຣິກັນ ເພື່ອຊ່ວຍຊຸກຍູ້ນ້ອງຊາຍທ່ານ ຄືທ່ານ Jeb Bush
ທີ່ສະມັກເປັນປະທານາທິບໍດີຂອງພັກຣີພັບບລິກັນ.
ທ່ານ George Bush ໄດ້ຮັບຮອງເຖິງນິໃສໃຈຄໍຂອງນ້ອງຊາຍ
ທ່ານ ແລະຮ້ອງຂໍບັນດາຜູ້ມີສິດປ່ອນບັດ ຈົ່ງປະຕິເສດການກ່າວ
ຫາຂອງຜູ້ສະມັກປະທາ ນາທິບໍດີທີ່ມີຄະແນນສຽງນຳໜ້າ ຂອງ
ພັກຣີພັບບລິກກັນທ່ານ Donald Trump ໃນລະຫວ່າງການໂຄ
ສະນາຫາສຽງໃນຄ່ຳຄືນວັນຈັນວານນີ້ທີ່ເມືອງ Charleston ໃນພາກໃຕ້ຂອງສະຫະລັດ.
ໂດຍທີ່ບໍ່ໄດ້ກ່າວເຖິງມະຫາເສດຖີອະສັງຫາລິມະຊັບ ທ່ານ Bush ກ່າວວ່າ “ນີ້ເປັນເວລາ
ທີ່ລຳບາກແລະຂ້າພະເຈົ້າຮູ້ວ່າ ຊາວອາເມຣິກັນພາກັນໂກດແຄ້ນແຕ່ວ່າພວກເຮົາບໍ່ຕ້ອງ
ການ ຜູ້ໃດຜູ້ໜຶ່ງຢູ່ໃນທຳນຽບຂາວ ທີ່ເບິ່ງຕົນເອງແລະສ້າງຄວາມໂກດແຄ້ນ ແລະຄວາມ
ຢາກຮ້າຍໃຫ້ແກ່ພວກເຮົາ.”
ອະດີດຜູ້ປົກຄອງລັດ Florida ທ່ານ Jeb Bush.
ທ່ານ Bush ໄດ້ຢູ່ເທິງເວທີກັບພັນລະຍາຂອງທ່ານ ທ່ານນາງ Laura ທີ່ເມືອງ Charles-
ton ຢູ່ໃນລັດ South Carolina ບ່ອນທີ່ພັກຣີພັບບລິກັນຈະຈັດການເລືອກຕັ້ງປະທານາ
ທິບໍດີຂັ້ນຕົ້ນ ທີ່ສຳຄັນໃນວັນເສົາຈະມາເຖິງນີ້. ຜູ້ນຳຊາວອາເມຣິກັນ ຊຶ່ງຄັ້ງໜຶ່ງ ໄດ້ຫ່າງເຫີນໄປຈາກວົງການການເມືອງ ນັບແຕ່ທ່ານໄດ້ອອກຈາກຕຳແໜ່ງໃນປີ 2009 ຫຼັງຈາກ ຢູ່ທີ່ທຳນຽບຂາວ ມາໄດ້ສອງສະໄໝ ແຕ່ວ່າບັດນີ້ ໄດ້ປາກົດໂຕ ເພື່ອໃຫ້ການສະໜັບສະ
ໜູນການໂຄສະນາຫາສຽງແກ່ ທ່ານ Jeb Bush.
ບັນດາຜູ້ສະມັກ ປະທານາທິບໍດີ ພັກຣີພັບບລິກັນ ທ່ານ Jeb Bush, ຊ້າຍ, ແລະທ່ານ Donald Trump, ຂວາ ແລະສະມາຊິກສະພາສູງ ທ່ານ. Marco Rubio.
ທ່ານ George Bush ແລະບິດາຂອງທ່ານ ຄືທ່ານ George H.W Bush ຕ່າງກໍເຄີຍໄດ້
ຮັບໄຊຊະນະໃນການເລືອກຕັ້ງຂັ້ນຕົ້ນ ຂອງພັກຣີພັບບລິກັນ ຢູ່ທີ່ລັດ South Carolina
ແລະຄອບຄົວທ່ານ ໄດ້ມີການພົວພັນທາງການເມືອງຢ່າງແໜ້ນແຟ້ນ ຢູ່ໃນລັດດັ່ງກ່າວ.
ບັນດາຜູ້ສະມັກ ປະທານາທິບໍດີ ພັກ Republican ຢູ່ເທິ່ງເວທີ.
ທ່ານ Jeb Bush ໄດ້ໂຕ້ຖຽງຢ່າງແຮງກັບ ທ່ານ Trump ໃນວັນເສົາທີ່ຜ່ານມາ ກ່ຽວກັບຊື່ສຽງອ້າຍຂອງທ່ານ ໃນຖານະເປັນຫົວໜ້າ ຜູ້ບັນຊາການສູງສຸດສະຫະລັດທີ່ໄດ້ນຳພາສະ
ຫະລັດ ໄປສູ່ສົງຄາມໃນອັຟການິສຖານແລະອີຣັກຫລັງຈາກການໂຈມຕີກໍ່ການຮ້າຍໃນປີ
2001 ທີ່ໄດ້ເຮັດໃຫ້ເກືອບ 3000 ຄົນເສຍຊີວິດໃນ ນະຄອນ New York.