ພູມິສາດດ້ານການເມືອງ ຍັງສືບຕໍ່ມີ ອິດທິພົນ ຕໍ່ການຈັດອັນດັບ ການຄ້າມະນຸດ

ເຈົ້າໜ້າທີ່ ລັດຖະບານມຽນມາ ແລະ ເຈົ້າໜ້າທີ່ ອົງການ ສະຫະປະຊາຊາດ ຢືນຢູ່ເທິງເຮືອ ທີ່ໄດ້ຖືກນຳໃຊ້ໃນການຄ້າ ມະນຸດ ຢູ່ທີ່ສະພານປາ ນອກ ເມືອງ Sittwe ຂອງມຽນມາ.

ໃນຂະນະທີ່ ລັດຖະບານສະຫະລັດ ກະກຽມທີ່ຈະເປີດເຜີຍ ການປະເມີນຜົນ ປະຈຳປີ ໃນວັນພະຫັດມື້ນີ້ ກ່ຽວກັບຄວາມພະຍາຍາມ ຂອງ​ລັດ​ຖະບານ ​ປະ​ເທດ​ຕ່າງໆ ໃນການຕໍ່ສູ້ ຕ້ານການຄ້າມະນຸດນັ້ນ ກຸ່ມພວກນັກເຄື່ອນໄຫວ ຕ່າງ​ກໍ​ໄດ້ສະແດງຄວາມເປັນຫ່ວງວ່າ ພູມິສາດດ້ານການເມືອງ ຍັງສືບຕໍ່ມີ ອິດທິພົນ ຕໍ່ການຈັດອັນດັບນີ້ຢູ່.

ຄວາມສົນໃຈສ່ວນໃຫຍ່ ແມ່ນ​ໄດ້ເພັ່ງເລັງໃສ່ການຍົກລະດັບ ຂອງປະເທດໄທ ຈາກກຸ່ມ​ໃນອັນ​ດັບທີ 3 ຂຶ້ນມາ​ເປັນອັນ​ດັບທີ 2 ​ໃນບັນຊີການຕິດຕາມສິ້ງຊອມ ຂອງລາຍ​ງານການຄ້າມະນຸດ ຫຼື TIP ນັ້ນ.

ຊາຍຄົນນຶ່ງ ຍ່າງຢູ່ໃນຂຸມຝັງສົບ ທີ່ເຕັມໄປດ້ວຍ ຫີບສົບຂອງພວກຊາວ Rohingya ທີ່ໄດ້ຖືກພົບເຫັນຢູ່ໃນຄ້າຍ Wang Kelian ຂອງພວກລັກລອບຄ້າມະນຸດ, ຢູ່ປ່າຊ້າ ໃກ້ໆກັບ ເມືອງ Alor Setar ຂອງມາເລເຊຍ.

ປະເທດໄທ ໄດ້ເປັນຈຸດສູນກາງຂອງຂົງເຂດ ຊຶ່ງ​ແຕ່​ໃດໆ​ມາ ​ແມ່ນ​ເຕັມ​ໄປ​ດ້ວຍອົງການໆຄ້າມະນຸດທີ່ໄດ້ຮັບການຊ່ອຍເຫຼືອຈາກບັນດາເຈົ້າໜ້າທີ່ ທີ່ທຸຈະລິດ ແລະ ສົມຮູ້​ຮ່ວມ​ຄິດ. ທ່ານ Kristen Abrams ຜູ້ອຳນວຍການ ຂອງກຸ່ມພັນທະມິດເພື່ອຍຸຕິການເປັນຂ້າທາດ ແລະການຄ້າມະນຸດ ຫຼື ATEST ໄດ້ກ່າວວ່າ “ສະພາບການຕ່າງໆ ແມ່ນຮ້າຍແຮງຂຶ້ນ ໃນປະເທດ ດັ່ງກ່າວນັ້ນ ສຳລັບພວກ​ແຮງ​ງານ​ຕາມ​ລະດູ​ການ. ການລ່ວງລະເມີດແຮງ ງານ ທີ່ເປັນຕາຢ້ານ ຍັງ​ມີ​ຢູ່​ຕໍ່​ມາ ໂດຍສະເພາະ​ແລ້ວ ຢູ່ໃນອຸດສາຫະກຳ ອາຫານທະເລ. ພວກເຮົາເຊື່ອວ່າ ປະເທດໄທຄວນຢູ່​ໃນກຸ່ມ​ອັນ​ດັບທີ 3.”

ພວກຊາວນາໄທ ແລະ ພວກແຮງງານຕາມລະດູການ ສາມາດເຫັນໄດ້ ກຳລັງເຮັດວຽກ ຢູ່ໃນທົ່ງນາ ຢູ່ໃກ້ໆກັບເມືອງ Maesot ທີ່ມີຊາຍແດນຕິດກັບ ມຽນມາ.

ບົດລາຍງານ TIP ໄດ້ຈັດອັນດັບປະເທດຕ່າງໆ ອອກ​ເປັນ 3 ກຸ່ມ​ດ້ວຍ​ກັນ. ກຸ່ມທີ 1 ປະກອບດ້ວຍ ພວກປະເທດ ທີ່ລັດຖະບານປະຕິບັດໃນຂັ້ນຕ່ຳ ຕາມມາດຕະຖານ ຢ່າງຄົບຖ້ວນ. ກຸ່ມທີ 2 ຄືພວກປະເທດ ທີ່ບໍ່ປະຕິບັດ ຕາມມາດຕະຖານ ຂັ້ນຕ່ຳ​ສຸດ ຢ່າງຄົບຖ້ວນ ແຕ່ກຳລັງພະຍາຍາມຢ່າງ​ສຳຄັນທີ່ຈະປະຕິບັດຕາມນັ້ນ.

ນາຍົກລັດຖະມົນຕີ ໄທ ທ່ານປຣະຍຸດ ຈັນໂອຊາ ເດີນທາງໄປເຖິງ ລັດຖະສະພາ ຢູ່ໃນນະຄອນຫຼວງບາງ ເພື່ອເຂົ້າຮ່ວມກອງປະຊຸມ ປະຈຳສັບປະດາ, ວັນທີ 16 ພຶດສະພາ 2016.

ສ່ວນອັນດັບທີ່ຕ່ຳທີ່ສຸດ ແມ່ນກຸ່ມທີ 3 ຊຶ່ງປະກອບດ້ວຍ ພວກປະເທດ ທີ່ ລັດຖະບານບໍ່ປະຕິບັດ ຕາມມາດຕາຖານຂັ້ນຕ່ຳ​ສຸດ ຢ່າງຄົບຖ້ວນ ແລະ ບໍ່ມີພະຍາຍາມ​ໃດໆທີ່ຈະປະຕິບັດຕາມມາດຕະຖານ​ດັ່ງກ່າວເລີຍ. ການ ຕົກ​ຢູ່​ໃນ​ກຸ່ມທີ 3 ນີ້ບໍ່ພຽງແຕ່ເປັນເຄື່ອງໝາຍຂອງຄວາມລະອາຍເທົ່ານັ້ນ ແຕ່ຍັງສາມາດ​ໄດ້​ຮັບການລົງໂທດ ດ້ວຍການຈຳກັດ ການເຂົ້າເຖິງການ ຊ່ວຍເຫຼືອ ຈາກສະຫະລັດ ແລະປະເທດອື່ນໆ.

ມາເລເຊຍ ເປັນປະເທດຈຸດໝາຍປາຍທາງ ຂອງພວກທີ່ຖືກລັກລອບຄ້າ ຈຳນວນ​ຫຼວງຫຼາຍ ພ້ອມກັນກັບພວກຊາວ Rohingya ທີ່ຫລົບໜີ ຈາກ ມຽນມາໄດ້ຖືກຍົກ​ລະດັບຈາກ​ກຸ່ມທີ 3 ຂຶ້ນມາ​ຢູ່​ໃນ​ກຸ່ມທີ 2 ຂອງບັນຊີ​ລາຍ ​ຊື່​ປະ​ເທດ ​ທີ່​ຖືກ​ຕິດຕາມ​ສິ້ງ​ຊອມ​ໃນບົດລາຍງານ TIP ສຳ ລັບປີ 2015.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ