ການຢຸດຍິງ ລະຫວ່າງ ກຸ່ມຮາມາສ ແລະ ອິສຣາແອລ ຍັງໄດ້ຮັບ ການເຄົາລົບ ຢູ່ຕໍ່ມາ (ວີດີໂອ)

ຊາວ ປາແລສຕິນ ພາກັນໂບກທຸງ ສະຫລອງ ການຢຸດຍິງ ລະຫວ່າງ ອິສຣາແອລ ແລະ ຮາມາສ ທີ່ Gaza

ການ​ຢຸດ​ຍິງ ຈາກການ​ສູ້ລົບຢ່າງ​ຮ້າຍ​ແຮງ​ເປັນ​ເວລາ 8 ມື້ລະ
ຫວ່າງ ອິສຣາ​ແອ​ລ ​ແລະກຸ່ມ​ຫົວ​ຮຸນ​ແຮງຮາ​ມາສ ຍັງ​ໄດ້​ຮັບ​
ການ​ເຄົາລົບ​ຢູ່​ຕໍ່ ມາ​ຈົນ​ຮອດວັນ​ພະຫັດ​ວານ​ນີ້ ​ໃນ​ຂະນະ​ທີ່​
ປະຊາຊົນ​ ໃນ​ເຂດ Gaza ຫລາຍ​ພັນ​ຄົນພາກັນໂບກ​ທຸງ ​ຢູ່​
ຕາມ​ຖະໜົນ​ຫົນ​ທາງ ​ໃນ​ຂະນະທີ່ຢູ່​ອິສຣາ​ແອ​ລ ບັນຍາ​ກາດ​
ແມ່ນ​ຂ້ອນ​ຂ້າງ​ງຽບ​.

ຕິດຕາມ​ມາ​ດ້ວຍ​ຄໍ່າ​ຄືນ​ທີ່ທ້ອງຟ້າງຽບ​ສະ​ຫງົບ ຫລັງ​ຈາກການ​ຢຸດ​ຍິງທີ່​ໄດ້​ຮັບ​ການ​
ໄກ່​ເກ່ຍ​ໂດຍອີຈິບ ​ໄດ້ມີ​ຜົນ​ບັງຄັບ​ໃຊ້​ໃນ​ແລງ​ວັນ​ພຸດ ນາ​ຍົກລັດຖະມົນຕີ ຂອງກຸ່ມ Hamas ​ໃນ​ເຂດ Gaza ກໍ​ໄດ້ສັນລະ​ເສີນ ບັນດາ​ກຸ່ມ​ກະບົດຕ່າງໆຂອງ​ເຂດ​ກາຊາ ​ທີ່​ໃຫ້ການ​ເຄົາລົບຕໍ່ການ​ຢຸດ​ຍິງ.

ນາຍົກລັດຖະມົນຕີ ອິສຣາ​ແອ​ລ ທ່ານ Benjamin Netanyahu ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ “​ໄດ້​ໃຫ້​ໂອກາດ​ແກ່ການ​ຢຸດ​ຍິງ” ​ແຕ່​ກໍໄດ້​ຕຽມ​ພ້ອມ ​ເພື່ອ​ຮັບ​ມືກັບ​ການ​ຢຸດ​ຍິງ​ທີ່​ອາດ​ພັງ​ທະລາ​ຍລົງ. ​ເພື່ອ​ເປັນ​ການ​ປ້ອງ​ກັນ ບັນດາ​ໂຮງຮຽນ​ຕ່າງໆ​ຍັງຖືກ​ປິດ ທີ່​ພາກ​ໃຕ້​ຂອງ ອິສຣາ​ແອ​ລ ຊຶ່ງ​ເປັນ​ເຂດ​ທີ່​ຕົກ​ຢູ່​ໃນ​ອັນຕະລາຍທີ່​ສຸດ ຫລັງ​ຈາກໄດ້​ມີ ການ​ຍິງລູກ​ສອນ​ໄຟ ມາໃສ່​ຢ່າງ​ບໍ່​ຂາດລະຍະ ​ໃນ​ຂະນະທີ່​ມີ​ການ​ສູ້​ລົບ​ກັນ​ຢ່າງ​ຮ້າຍ​ແຮງ ລະຫວ່າງອິສຣາ​ແອ​ລແລະ​ປາ​ແລ​ສ​ໄຕ​ມາ​ເປັນ​ເວລາ ​ສີ່​ປີ.

ອິສຣາ​ແອ​ລ ​ແລະພວກ​ຫົວ​ຮຸນ​ແຮງຮາ​ມາສ ທີ່​ຄວບ​ຄຸມ​ເຂດ Gaza ​ໄດ້​ປະສົບ​ຜົນ​ສໍາ​ເຣັດ​ໃນ​ການຮັກສາ​ສັນຕິພາບ​ມາ​ໄດ້​ເປັນ​ເວລາ 24 ຊົ່ວ​ໂມ​ງ ​ເຂດ​ຊາຍ​ແດນຈາກ Gaza ກໍຈະ​ເປີດ​ເພື່ອອະນຸຍາດໃຫ້ຄົນ ​ແລະການ​ສົ່ງ​ສິນຄ້າ​ເຂົ້າ​ອອກໄດ້.

​ໃນ​ຂະນະ​ດຽວ​ກັນ ບັນດາ​ເຈົ້າ​ໜ້າ​ທີ່ອິສຣາ​ແອ​ລ ກ່າວ​ວ່າ ພວກ​ທີ່​ຮັບ ຜິດຊອບ​ຕໍ່​ການ
ວາງ​ລະ​ເບີດ​ໃສ່​ລົດ​ເມ ​ຍາມ​ເລິກ​ການ​ ທີ່ກຸງ Tel Aviv ​ໃນ​ວັນ​ພຸດ​ຜ່ານ​ມາ ​ໄດ້​ຖືກ​ຈັບ​ແລ້ວ. ລະ​ເບີດ​ໄດ້​ແຕກ​ຂື້ນ​ບໍ່​ເທົ່າ​ໄດ​ຊົ່ວ​ໂມງ ກ່ອນ​ການ​ຢຸດ​ຍິງ. ຫລາຍ​ກວ່າ 20 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ເຫດ ລະ​ເບີດ​ດັ່ງກ່າວ.