ແຕ່ກ່ອນເຄີຍເປັນເດັກນ້ອຍອົບພະຍົບທີ່ປະເຊີນກັບອຸປະສັກມາກມາຍໃນການ ຮຽນແລະການຊ່ວຍເຫລືອພໍ່ແມ່ຫາລ້ຽງຊີບ ແຕ່ດຽວນີ້ ແມ່ຍິງລາວ-ອາເມຣິກັນ 3 ຄົນ ໄດ້ກາຍເປັນຜູ້ມີບົດບາດສໍາຄັນໃນວົງການລັດຖະບານສະຫະລັດ ແລະ ໃນການ ຕໍ່ສູ້ເພື່ອມະນຸດສະທໍາຂອງປະຊາຊົນລາວ.
ທ່ານນາງກາຢິງ ຢັງ ໂດຍເຫັນຄວາມລໍາບາກຂອງຄອບຄົບ ແລະຊຸມຊົນຂອງ ຄົນອົບພະຍົບຫລັງຈາກມາຕັ້ງຖິ່ນຖານໃໝ່ໃນສະຫະລັດແຕ່ 1976 ເຖິງຊຸມປີ 1980 ໄດ້ຕັດສິນໃຈບຸກບືນຮໍ່າຮຽນ, ຕໍ່ສູ້ກັບອຸປະສັກນາໆປະການຈົນກາຍ ເປັນຄົນທໍາອິດໃນຈໍານວນຄົນອົບພະຍົບຈາກລາວ ທີ່ໄດ້ຖືກແຕ່ງຕັ້ງໂດຍປະທານາທິບໍດີໂຈ ໄບເດັນໃຫ້ຢູ່ໃນຄະນະກຳມາທິການທີ່ປຶກສາຂອງທ່ານໃນເລື້ອງທີ່ກ່ຽວຂ້ອງກັບຄົນອາເມຣິກັນເຊື້ອສາຍເອເຊຍ, ຄົນພື້ນເມືອງໃນລັດຮາວາຍ ແລະເກາະປາຊີຟິກ ຊຶ່ງທ່ານນາງບອກກັບພວກເຮົາວ່າ:
“ຂ້າພະເຈົ້າຮູ້ສຶກເປັນກຽດຫຼາຍເພາະວ່າມັນໃຫ້ໂອກາດຂ້າພະເຈົ້າໄດ້ນໍາໃຊ້ຄວາມຮູ້ທັງຫມົດຂອງຕົນທີ່ສະສົມມາໄດ້ 20 ປີກວ່າໃນການເຮັດວຽກກັບ ປະຊາຄົມເອເຊຍຕາເວັນອອກສຽງໃຕ້ເພື່ອສ້າງນະໂຍບາຍໃນລະດັບລັດຖະບານກາງ. ມັນເປັນພຽງແຕ່ຫນຶ່ງຕໍາແຫນ່ງທີ່ນ້ອຍໆທີ່ຂ້າພະເຈົ້າໄດ້ກໍາ. ແນ່ນອນ, ມັນພາໃຫ້ເກີດການປ່ຽນແປງຫຼາຍ, ແຕ່ຂ້າພະເຈົ້າມັກວິທີທີ່ຄະນະກໍາມະການ ຈັດຕັ້ງ ແລະຂົວທີ່ຂ້າພະເຈົ້າສ້າງເພື່ອເຊື່ອມຕໍ່ກັບຊຸມຊົນຂອງຕົນກໍ່ມີຄວາມສໍາຄັນຄືກັນ. ສະນັ້ນ, ຂ້າພະເຈົ້າສືບຕໍ່ຮັບປະກັນວ່າຄະນະກໍາມະການເຂົ້າໃຈວ່າມີໂຕະປະຊຸມ ຫລາຍໜ່ວຍທີ່ພວກເຮົາສາມາດເຂົ້າໄປນັ່ງນໍາ ແລະຄະນະກໍາມະການທີ່ປຶກສາຂອງປະທານາທິບໍດີແມ່ນເປັນພຽງໂຕະນຶ່ງໃນນັ້ນ. ເມື່ອພວກເຮົາປະສົບຜົນສໍາເລັດແລ້ວ, ພວກເຮົາຄວນຈະຢູ່ໄປນັ່ງຢູ່ໂຕະປະຊຸມທຸກໜ່ວຍ. ສະນັ້ນຫລະ ຕົວຈິງແລ້ວ ຂ້າພະເຈົ້າຮູ້ສຶກເປັນກຽດຫຼາຍທີ່ໄດ້ຮັບການແຕ່ງຕັ້ງເນື່ອງຈາກວ່າມັນຕ້ອງໄດ້ຜ່ານເປັນຂະບວນການທີ່ມີການແຂ່ງຂັນກັນຫຼາຍ.”
ຄະນະກໍາມາທິການນີ້ໄດ້ສ້າງຕັ້ງຂຶ້ນໃນປີ 2021 ແລະມີສະມາຊິກ 23 ທ່ານ ຊຶ່ງນໍາພາໂດຍລັດຖະມົນຕີກະຊວງສາທາລະນະສຸກ ແລະຮັບໃຊ້ມະນຸດ ແລະ ຫົວໜ້າເຈລະຈາທາງການຄ້າໃນກະຊວງການຄ້າຂອງສະຫະລັດ. ມາຮອດດຽວ ນີ້ຄະນະດັ່ງກ່າວໄດ້ຍື່ນຄໍາແນະນໍາຫລາຍກວ່າ 80 ສະບັບໃຫ້ແກ່ປະທານາທິບໍດີ ໄບເດັນ ເພື່ອໃຫ້ອົງການລັດຖະບານຕ່າງໆໄດ້ປະຕິບັດຕາມ.
ທ່ານນາງບໍ່ເຄີຍຄິດເລີຍວ່າຕົນເອງຈະບືນມາຢູ່ໃນຈຸດສູງເຖິງຂະໜາດນີ້. ແຕ່ຕອນຍັງນ້ອຍທ່ານນາງຮູ້ພຽງແຕ່ວ່າ ຕົນມີຄວາມໄຝ່ຝັນຢາກໃຫ້ມີການ ປ່ຽນແປງໃນໂລກ ຢາກໃຫ້ຄົນອາເມຣິກັນຮູ້ເຖິງທີ່ມາຂອງຕົນ ແລະຢຸດຕິການ ຈໍາແນກຊົນຊາດ ຊຶ່ງທ່ານນາງເລົ່າສູ່ພວກເຮົາຟັງວ່າ:
“ຂ້າພະເຈົ້າມີຄວາມສາມາດບົ່ມຊ້ອນທີ່ຈະມີອາຊີບດີ ແລະປະຕິບັດຕາມຄວາມຝັນທີ່ຂ້າພະເຈົ້າມີຕັ້ງແຕ່ຕອນເປັນເດັກນ້ອຍເພື່ອປ່ຽນແປງໂລກ. ຂ້າພະເຈົ້າບໍ່ຮູ້ຈັກເລີຍວ່າ ມັນໝາຍເຖິງຫຍັງກັນແທ້ ແຕ່ເມື່ອເຂົ້າມະຫາວິທະຍາໄລ ເມື່ອເຂົາ ທຸກຄົນຖາມວ່າ “ເຈົ້າເປັນໃຜ?” ຂ້ອຍບອກວ່າເປັນຄົນມົ້ງ. ເຂົາເຈົ້າບໍ່ຮູ້ວ່າຊາວມົ້ງແມ່ນໃຜ. ແລະເມື່ອບອກວ່າ “ຂ້ອຍມາຈາກລາວ” ກໍບໍ່ມີໃຜຮູ້ວ່າປະເທດລາວຕັ້ງຢູ່ໃສ. ສະນັ້ນຂ້າພະເຈົ້າຈໍາເປັນຕ້ອງເຮັດການຄົ້ນຄວ້າເອົາເອງວ່າຕົນເອງແມ່ນໃຜ. ຈາກນັ້ນຂ້າພະເຈົ້າກໍໄດ້ເປັນຜູ້ທີ່ສອນໃຫ້ທຸກຄົນທີ່ຢູ່ອ້ອມຂ້າງໂຕເອງໃຫ້ຮູ້ວ່າຊາວເຜົ່າມົ້ງແມ່ນໃຜ? ປະເທດລາວຕັ້ງຢູ່ໃສ? ສົງຄາມຫວຽດ ນາມແມ່ນຫຍັງ? ສົງຄາມລັບແມ່ນຫຍັງ? ເຈົ້າຮູ້ບໍ່, ສິ່ງທັງຫມົດເຫຼົ່ານີ້ເຮັດໃຫ້ ຂ້າພະເຈົ້າກາຍເປັນໂຄສົກສໍາລັບຕົນເອງແລະຊຸມຊົນຂອງຕົນເຖິງແມ່ນວ່າຈະຂີ້ອາຍຫຼາຍປານໃດກໍຕາມ ໂຕເອງຕ້ອງກາຍເປັນຄົນກ້າເວົ້າ ກ້າວ່າ.”
ທ່ານນາງເກີດຢູ່ເມືອງລ່ອງແຈ້ງ, ແຂວງໄຊສົມບູນ. ພໍ່ແມ່ໄດ້ພາທ່ານນາງ ອົບ ພະຍົບມາຢູ່ອາເມຣິກາໃນປີ 1976 ທ່ານນາງມີອາຍຸ 7 ປີ ແລະຖືກຈັດເຂົ້າຮຽນ ໃນຫ້ອງປໍ 3 ໂລດເຖິງແມ່ນວ່າບໍ່ໄດ້ຮູ້ພາສາອັງກິດກໍຕາມ. ໃນຕອນທໍາອິດ ມັນ ເປັນການຍາກຫລາຍສໍາລັບທ່ານນາງ ແລະນ້ອງຊາຍ ທີ່ຈະຮຽນໄດ້ຄືໝູ່ ແຕ່ຕໍ່ ມາກໍ່ມີຄູສອນພິເສດຢູ່ນອກຫ້ອງມາຊ່ວຍຈຶ່ງຮຽນທັນໝູ່ໄດ້. ເມື່ອໃຫຍ່ຂຶ້ນມາທ່ານນາງໄດ້ພະຍາຍາມຕໍ່ສູ້ກັບການຈໍາແນກເຊື້ອຊາດ ໂດຍການເອົາບົດຮຽນຂອງຜູ້ນໍາທີ່ມີຊື່ສຽງເຊັ່ນ ທ່ານມາຕິນ ລູເທີຄິງ, ຜູ້ນໍາຄົນ ຜິວດໍາຕໍ່ສູ້ເພື່ອສິດທິຂອງຊາວອາຟຣິກາ-ອາເມຣິກັນ ແລະຄຸນແມ່ ເທຣີຊາທີ່ ເປັນຜູ້ກໍ່ຕັ້ງອົງການຊ່ວຍ “ຄົນທຸກທີ່ສຸດໃນຈໍານວນ ພວກທີ່ທຸກຍາກ” ຢູ່ໃນອິນ ເດຍ. ແຕ່ຢ່າງໃດກໍຕາມທ່ານນາງບອກວ່າຕົນເອງ ກໍຍັງໂຊກດີທີ່ມີບາງຄົນ ຫລິງເຫັນຄວາມສາມາດບົ່ມຊ້ອນຂອງທ່ານນາງ ແລ້ວຍື່ນມືເຂົ້າມາຊ່ວຍຝຶກ ໃຫ້ເປັນຄົນມີຄວາມສາມາດ.
ແມ່ຍິງອາຍຸ 55 ປີຄົນນີ້ ເຄີຍໄດ້ກໍາຕໍາແໜ່ງສໍາຄັນຢູ່ໃນຫລາຍບ່ອນ ຫລາຍ ລະດັບມາແລ້ວ. ສ່ວນນຶ່ງໃນນັ້ນ ກໍຄືເປັນຫົວໜ້າຜູ້ບໍລິຫານຂອງອົງການ Southeast Asia Resource Action Center ຊຶ່ງທ່ານນາງໄດ້ສ້າງໂຄງ ການຝຶກອົບຮົມໃນການເປັນຜູ້ນໍາເລື້ອງສະ ແຫວງຫາການຊ່ວຍເຫລືອຈາກ ລັດຖະບານໃຫ້ແກ່ຊາວອາເມຣິກັນເຊື້ອສາຍເອເຊຍຕາເວັນອອກສຽງໃຕ້, ຕໍ່ມາກໍເປັນທີ່ປຶກສາໃຫ້ແກ່ອົງການການເງິນສາກົນຂອງທະນາ ຄານໂລກ ແລະ ເປັນປະທານແນວໂຮມຜູ້ນໍາເອເຊຍ-ອາເມຣິກັນ ລັດມີເນໂຊຕາ. ນອກນັ້ນ ທ່ານນາງຍັັງໄດ້ສ້າງຕັ້ງວິສະຫະກິດທີ່ຊື່ວ່າ ແມ່ນ້ຳແດງ ແລະຂຽວ ຫລື Red -Green River ເພື່ອສົ່ງເສີມການຜະລິດເຄື່ອງຫັດຖະກຳຖັກແສ່ວ ແລະຕໍ່າແຜ່ນຂອງແມ່ຍິງຈາກຫລາຍຊົນເຜົ່າຢູ່ໃນລາວ, ໄທ ແລະຫວຽດນາມ. ທ່ານນາງ ແຕ່ງງານກັບທ່ານສຸກຈັນເພັງ ໂງ່ນທອງທີ່ມີເຊື້ອສາຍລາວ ແລະມີລູກນໍາກັນ ຄົນນຶ່ງ.
ແມ່ຍິງທີ່ມາຈາກຄອບຄົວອົບພະຍົບອີກສອງຄົນ ທີ່ມີຜົນສໍາເລັດສູງກໍຄືທ່ານນາງຈັນພອນ ສິນລະປະໄຊ, ຜູ້ພິພາກສາປະຈໍາລັດອໍເຣກອນ ແລະຜູ້ທີສອງກໍໄດ້ແກ່ ທ່ານນາງຈັນນະພາ ຄໍາວົງສາ ທີ່ສ້າງຕັ້ງອົງການມູນເຊື້ອຫລົງເຫລືອຈາກສົງຄາມ ຫລື Legacies of War ຂຶ້ນເພື່ອລະດົມທຶນຈາກສະຫະລັດໄປຊ່ວຍເກັບກູ້ລະເບີດບໍ່ທັນແຕກຢູ່ໃນລາວ. ໂປດຕິດຕາມຮັບຟັງການສໍາພາດຂອງພວກເຂົາເຈົ້າ ໄດ້ໃນພາກຕໍ່ໄປ.