ນັກເຄື່ອນໄຫວ ກະເທີຍຄົນນຶ່ງ ຖືກກັກຂັງ ຢູ່ໃນຈີນ (ວີດີໂອ)

Your browser doesn’t support HTML5

ເບິ່ງວີດິໂອ ກ່ຽວກັບພວກກະເທີຍ ຮຽກຮ້ອງເອົາສິດທິ ຢູ່ຈີນ.

ນັກ​ເຄື່ອນ​ໄຫວເພື່ອ​ສິດທິກະ​ເທີຍທີ່ໜຸ່ມ​ນ້ອຍ​ຄົນ​ນຶ່ງໄດ້​ຖື​ກັກ​ຂັງ​
ໃນວັນ​ອາທິດ​ແລ້ວ​ນີ້ ຢູ່​ທີ່ເມືອງ Changsha ​ໃນ​ພາກ​ໃຕ້​ຂອງ​
ປະ​ເທດ ຫຼັງຈາກ​ໄດ້​ມີ​ການໂຮມ​ຊຸມນຸມ ທີ່​ຈັດ​ໂດຍບັນດາ​ກຸ່ມ​ໃນ
​ເຂດທ້ອງ​ຖິ່ນເພື່ອ​ເປັນ​ຂີດ​ໝາຍ​ວັນນາໆ​ຊາດຕໍ່ຕ້ານຄວາມຢ້ານ
ກົວຈາກພວກ​ກະ​ເທີຍ ອີງ​ຕາມ​ຄຳ​ຖະ​ແຫຼງ ຂອງທະນາຍຄວາມ
​ຂອງ​ລາວ​.

ທ້າວ Xiang Yuhan ອາຍຸ 19 ປີ ​ ​ໄດ້​ຖືກ​ຈັບ​ໃນ​ຕອນ​ເຊົ້າ​ວັນ​
ເສົາທີ່​ຜ່ານ​ມາ​ຫລັງ​ຈາກຕໍາຫລວດ​ໄດ້ໄປ​ທີ່​ຫ້ອງຂອງ​ລາວ ໃນ
ໂຮງ​ແຮມ​ແຫ່ງ​ນຶ່ງ.​

ທ່ານ Lin Qilei ​ທະນາຍຄວາມ​ຂອງ​ລາວກ່າວວ່າ “ລາວ​ໄດ້​ຖືກ​ກັກ​ຂັງ​ໄວ້​ຢູ່​ຫ້ອງການ​
ປົກຄອງ ​ເປັນ​ເວລາ 12 ມື້​ ໃນ​ຂໍ້​ຫາຈັດ​ຕັ້ງ​ການ​ໂຮມ​ຊຸມທີ່​ຜິດ​ກົດ ໝາຍ. ​ແມ່ຂອງ​ລາວ​
ເປັນ​ໂຣກ​ຈິດ ​ແລະ​ລາວ​ເປັນ​ຜູ້​ເບິ່ງ​ແຍງ​ແມ່​ຂອງ​ລາວ. ພວກ​ເຮົາ​ໄດ້​ຂໍ​ຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່ ​
ຈົ່ງຕັດເວ​ລາ​ໃນການ​ກັກ​ຂັງລາວໃຫ້ສັ້ນ​ລົງ”.

ທ່ານ Lin ກ່າວ​ວ່າ ລູກ​ຄວາມຂອງລາວ ​ກໍາລັງ​ຖືກ​ກັກ​ຂັງ​ໄວ້ ​ທີ່ສູ​ນກາງ​ກັກ​ຂັງ​ເມຶອງ
Changsha. ຢູ່​ໃນ​ປະ​ເທດ​ຈີນ ສ່ວນ​ບຸກຄົນ ສາມາດ​ຖືກ​ກັກ​ຂັງ​ໄວ້​ໂດຍ​ບໍ່​ມີ​ການດຳ
​ເນີນ​ຄະດີ ​ຢ່າງ​ໜ້ອຍ​ນຶ່ງ​ເດືອນ.

​ຫຼັງຈາກ​ໄດ້​ມີ​ການ​ປະສົບ​ຄວາມ​ສຳ​ເລັດ​ໃນ​ການ​ຮຽກຮ້ອງ​ເອົາ​ສິດທິ​ຂອງ​ພວກ​ກະ ​ເທີຍ
ທີ່​ສຳຄັນໆ​ຢູ່​ໃນ​ທົ່ວ​ໂລກ​ເມື່ອ​ບໍ່​ນານມານີ້ ບັນດາ​ນັກ​ເຄຶ່ອນ​ໄຫວ​ຢູ່​ໃນ​ຈີນ ກໍ ເພີ້​ມການ​ດຳ​
ເນີນ​ຄວາມພະຍາຍາມ​ເພື່ອ​ຊຸກຍູ້​ໃຫ້ມີ​ການ​ຮັບ​ຮູ້ທາງ​ດ້ານ​ກົດໝາຍ ຕໍ່ການ​ແຕ່ງງານລະ
ຫວ່າງ​ຄົນເພດ​ດຽວ​ກັນແລະໃຫ້​ໄດ້​ຮັບ​ການຄໍ້າປະກັນຫລາຍ ຂຶ້ນກ່ຽວ​ກັບ​ສິດທິ​ພື້ນຖານ​
ຫລາຍໆ​ຢ່າງ.

​ໃນ​ເດືອນ​ເມສາຜ່ານ​ມາ New Zealand ​ໄດ້​ກາຍເປັນ​ປະ​ເທດ​ທີ​ 13 ​ໃນ​ໂລກ​ທີ່​ຮັບ​ຮູ້ການ
​ແຕ່ງງານ​ຂອງ​ພວກ​ກະ​ເທິີຍ ຕິດຕາມ​ໂດຍຝຣັ່ງສອງ​ສາມ​ມື້ຕໍ່​ມາ. ຢູ່​ໃນສະຫະລັດມີ ຢູ່
12 ລັດ ​ແລະ​ນະຄອນຫລວງວໍ​ຊິງ​ຕັນ ດີ.ຊີ ​ໄດ້​ມີ​ການຮັບ​ຮູ້​ການ​ແຕ່ງ​ງານຂອງ​ເພດ​ດຽວ
​ກັນ ​ແລະ​ສານ​ສູງ​ສຸດ​ຂອງສະຫະລັດຄາດ​ວ່າ​ ຈະ​ທຳ​ການຕັດສິນ​ທີ່​ສໍາຄັນ ​ກ່ຽວ​ກັບເລື່ອງ
​ດຽວ​ກັນນີ້.

​ໃນ​ອາທິດ​ແລ້ວ​ນີ້​ ມີພວກ​ປະ​ທ້ວງຢ່າງ​ໜ້ອຍ 100 ຄົນ​ໄດ້​ເຂົ້າ​ຮ່ວມ​ໂຮມ​ຊຸມນຸມ​ເດີ​ນຂະ
​ບວນ​ຢູ່​ທີ່​ເມືອງ Changsha. ການ​ໂຮມ​ຊຸມນຸມ​ທີ່​ວ່າ​ນີ້ ໄດ້​ມີຂື້ນ​ໃນ​ວັນ ນາ​ໆຊາດ ຕໍ່​ຕ້ານ​
ຄວາ​ມຢ້ານ​ກົວ​ຈາກ​ພວກ​ກະ​ເທີຍ ທີ່​ຈັດ​ຂຶ້ນ​ຢູ່​ໃນທົ່ວ​ໂລກ​ໂດຍ ການປະ​ສານ​ງານ ຂອງ
ພວກ​ຈັດ​ແຈງທີ່​ມີ​ຊື່​ສຽງ​ ​ໂດຍ​ພວກ​ຮັກ​ຮ່ວມ​ເພດ​ແມ່ຍິງ ພວກກະ​ເທີຍ​ ພວກ​ທີ່​ຮ່ວມ​ເພດ
​ທັງ​ຍິງ​ແລະ​ຊາຍ ​ແລະ​ພວກ​ທີ່​ປ່ຽນ​ເພດ ທີ່​ມີ​ຫ້ອງການ​ຕັ້ງ​ຢູ່ນະຄອນ​ປາຣີ. ພວກ​ເດີນ​ຂະ​
ບວນພາກັນ​ຮຽກຮ້ອງໃຫ້​ຍຸຕິ​ການ ຈຳ​ແນ​ກກີດ​ກັນ​ຕໍ່ພວກ​ກະ​ເທີຍ​ແລະ​ພວກ​ຮັກ​ຮ່ວມ​ເພດ ​
ແລະ​ໃຫ້ການ​ຄໍ້າປະກັນ​ຫຼາຍຂຶ້ນຕໍ່ສິດທິ​ຂອງ​ພວກ​ຮັກ​ຮ່ວມ​ເພດ ​ໃນ​ປະ​ເທດ​ຈີນ.