ທ່ານ Gates ຫາລືກັບຈີນ ເລື້ອງລູກສອນໄຟ ຂອງເກົາຫລີເໜືອ

  • ສິງ ບູຣົມມະວົງ

ທ່ານ Robert Gates ລັດຖະມຸນຕີປ້ອງກັນປະເທດສະຫະລັດ ຈັບມືກັບທ່ານ Xi Jinping ຮອງປະທານປະເທດຈີນ ທີ່ກຸງປັກກິງ ໃນວັນທີ 10 ມັງກອນ 2011

ທ່ານ Robert Gates ລັດຖະມຸນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ​ກ່າວ​ວ່າ ທ່ານ​ເຊື່ອ​ວ່າເກົາຫລີ​ເໜືອ​ຈະ​ມີ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຍິງ​ຂ້າມ​ທະວີບ​ຊຶ່ງ​ຈະ​ສາມາດເປັນ​ໄພຂົ່ມຂູ່​
ຕໍ່​ສະຫະລັດ​ໄດ້​ພາຍ​ໃນ​ອີກ 5 ປີ​ຕໍ່ໜ້າ​ນີ້.

ທ່ານ Gates ​ໄດ້​ກ່າວ​ທໍານາຍ​ດັ່ງກ່າວ​ ໃນ​ວັນ​ອັງຄານ​ມື້​ນີ້ ຫລັງ​ຈາກ​ທໍາ​ການ​ພົບປະ​ກັບ​ທ່ານ​ຫູ​ຈິນ​ເຖົາ ປະທານ​ປະ​ເທດ​ຈີນ​ຢູ່​ທີ່​ກຸງ​ປັກ​ກິ​ງ. ​ເມື່ອ​ຖືກ​ຖາມ​ວ່າ ສະຫະລັດຈະວາງ​ແຜນຈັ່ງ​ໃດ​ເພື່ອ​ປ້ອງ​ກັນ​ໂຕ​ເອງ​ນັ້ນທ່ານ Gates ກ່າວ​ວ່າອັນ​ນີ້ແຫລະ​ແມ່ນ​ເລື້ອງ​ທີ່ພວກ​ເຮົາ​ໂອ້​ລົມ​ສົນທະນາ​ກັນ​ນີ້​ເພື່ອ​ຢາກ​ຫາ​ຊ່ອງ​ທາງ​ໃຫ້​ເກົາຫລີ​ເໜືອ​ເລືອກ​ເອົາ​ເສ້ນ​ທາງ​ໃໝ່.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດກ່າວ​ວ່າ ນອກ​ນັ້ນ​ທ່ານ Gates ຍັງ​ໄດ້​ຖາມ​ທ່ານ​ຫູ​ຈິນ​ເຖົາເຊ່ນ​ກັນ ​ກ່ຽວ​ກັບ​ລາຍ​ງານ​ສື່​ມວນ​ຊົນ​ທີ່​ວ່າ ຈີນ​ໄດ້​ທໍາ​ການ​ທົດ​ສອບ​ບິນ​ເຮືອບິນ​ລົບ​ໄອ​ພົ່ນ Stealth ທີ່ເຣດ້າຈັບບໍ່ໄດ້​ເປັນ​ຄັ້ງ​ທໍາ​ອິດ​ຂອງ​ຕົນ​ໃນ​ຕອນ​ເຊົ້າ​ມື້​ນີ້. website ສື່​ມວນ​ຊົນ ທີ່​ລັດ​ເປັນ​ຜູ້ຄວບ​ຄຸມ ​ໄດ້​ພິມເຜີຍແຜ່​ຮູບ​ພາບ​ຂອງ​ການບິນ​ທົດ​ລອງ​ເຮືອບິນ​ລົບ​ດັ່ງກ່າວຊຶ່ງຊີ້ໃຫ້​ເຫັນວ່າ ​ໂຄງການ​ປັບປຸງ​ກອງທັບ​ໃຫ້​ທັນ​ສະ​ໄໝ​ຂອງ​ຈີນ ​ແມ່ນ​ຄືບ​ໜ້າ​ໄວ​ກວ່າ​ທີ່ໄດ້ເຊື່ອກັນ​
ມາ​ກ່ອນໜ້າ​ນັ້ນ.

ເຈົ້າ​ໜ້າ​ທີ່​ຂັ້ນ​ອາວຸ​ໂສ​ດ້ານ​ປ້ອງ​ກັນ​ປະ​ເທດ​ທ່ານ​ນຶ່ງ​ທີ່​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ພົບ​ປະ​ສົນທະ​ນາ​ກັນ​ນັ້ນ ກ່າວ​ວ່າ ພວກ​ພົນລະ​ເຮືອນ​ຈີນ​ທຸກໆ​ຄົນ​ຢູ່​ໃນ​ຫ້ອງ​ປະຊຸມ​ ປາກົດ​ວ່າຕົກ​ຕະລຶງ​ທີ່​ວ່າ​ໄດ້​ມີ​ການ​ທົດ​ລອງ​ບິນ​ເຮືອບິນ​ລົບ​ດັ່ງກ່າວ​ນີ້. ທ່ານ​ຫູ​ຈິນ​ເຖົາ ຊຶ່ງ​ເປັນເຈົ້າ​ໜ້າ​ທີ່​ພົນລະ​ເຮືອນ​ຂັ້ນ​ສູງ​ສຸດ​ຂອງ​ຈີນ ກໍ​ເປັນ​ປະທານ​ຄະນະ​ກໍາມາ​ທິການ​ສູນ​ກາງ​ກອງທັບ​ຈີນ​ເຊ່ນ​ກັນ.