ໃນຂະນະທີ່ບໍລິສັດທໍ່ສົ່ງນ້ຳມັນເຊື້ອໄຟ Colonial Pipeline ໄດ້ໂຈະການສະ ໜອງນ້ຳມັນເຊື້ອໄຟໃຫ້ບັນດາປ້ຳນ້ຳມັນໃນລັດ ທີ່ຢູ່ຕາມຊາຍຝັ່ງທະເລຕາເວັນອອກ ຈາກພາກໃຕ້ຕະຫຼອດເຖິງພາກເໜືອ ຍ້ອນຖືກໂຈມຕີຕໍ່ລະບົບອິນເຕີເນັດເພື່ອຮຽກຄ່າໄຖ່ ຫຼື ransomware ນັບຕັ້ງແຕ່ວັນເສົາທີ 8 ພຶດສະພາເປັນຕົ້ນ ມາ ລັດເວີຈີເນຍ ຈຶ່ງໄດ້ປະກາດພາວະສຸກເສີນ. ປ້ຳນ້ຳມັນໃນຫລາຍໆແຫ່ງທົ່ວຂົງເຂດດັ່ງກ່າວ ບໍ່ມີນ້ຳມັນຂາຍ ແລະສ່ວນປ້ຳນ້ຳມັນທີ່ຍັງມີນ້ຳມັນເຫຼືອຢູ່ນັ້ນ ກໍມີລົດລຽນແຖວຍາວຢຽດ. ວີໂອເອພາກພາສາລາວໄດ້ສອບຖາມຊາວລາວອາເມ ຣິກັນໃນລັດ North Carolina ແລະ Virginia ກ່ຽວກັບ ສະພາບການຂາດ ແຄນນ້ຳມັນເຊື້ອໄຟໃນປັດຈຸບັນ. ຊຶ່ງທ່ານຂາວພອນ ປະຊາຊົນໃນຄຸ້ມ ແຮມຕັນ ເມືອງນິວພອດນິວ໌ ຂອງລັດເວີຈີເນຍ ກ່າວວ່າ
Your browser doesn’t support HTML5
ແລະທ່ານ ແອັ່ງ ທີ່ອາໄສຢູ່ເມືອງຊາຣລັອດ ລັດຄາໂຣໄລນາເໜືອ ກ່າວເຖິງສະຖານະການຢູ່ໃນພື້ນທີ່ຂອງທ່ານວ່າ:
Your browser doesn’t support HTML5
ດັ່ງທີີ່ວີໂອເອລາວ ໄດ້ລາຍງານໄປວ່າ ທ່າມກາງທີ່ມີການຂາດແຄນ ຢູ່ໃນບາງຂົງເຂດ ລັດຖະບານສະຫະລັດກຳລັງຊອກຫາທາງເພື່ອໃຫ້ການຄໍ້າປະກັນ ຕໍ່ບັນດາຄົນເດີນທາງ ທີ່ຈະເຮັດໃຫ້ ນໍ້າມັນມີຂາຍຄືນອີກຢ່າງເຕັມສ່ວນ ພາຍໃນບໍ່ເທົ່າໃດມືຶ້ຕໍ່ໜ້ານີ້.