ທ່ານ Jammeh ຍອມສະຫຼະອຳນາດ ແລະ ໜີໄປຕ່າງປະເທດ

ທ່ານ Yahya Jammeh (ຊ້າຍ) ທີ່ປະຕິເສດ ບໍ່ຍອມລາອອກ ຈາກຕຳແໜ່ງ ປະທານາທິບໍດີແກມເບຍ ກ່ອນໜ້ານີ້.

ປະທານາທິບໍດີ Gambia ທ່ານ Yahya Jammeh ທີ່ປະລາ​ໄຊ​ໃນ​ການ​ເລືອກ​ຕັ້ງ ​ໄດ້​ຕົກລົງ​ທີ່​ຈະ​ອອກ​ຈາກ​ໜ້າ​ທີ່ ​ແລະ​ໜີ​ໄປ​ຕ່າງ​ປະ​ເທດ ອີງ​ຕາມ​ປະທານາທິບໍດີ ​ທີ່​ເຂົ້າ​ຮັບ​ຕຳ​ແໜ່ງ ທ່ານ Adama Barrow.

ການຕັດສິນໃຈຂອງທ່ານ Yahya ໄດ້ມີຂຶ້ນຫລັງຈາກປະທານາທິບໍດີ​ກີ​ເນຍ ທ່ານ Alpha Conde ແລະປະທານາທິບໍດີ Mauritania ທ່ານ Mohammed Ould Abdel Aziz ເດີນທາງໄປເຖິງນະຄອ​ນຫຼວງ Banjul ໃນຕອນເຊົ້າວັນສຸກວານນີ້ ເພື່ອຊັກຊວນໃຫ້ ທ່ານມອບອຳນາດ ແລະໜີອອກ ຈາກປະເທດ ຫລືປະເຊີນໜ້າກັບການປະຕິບັດງານ
ທາງທະຫານ.

ທ່ານ Barrow ໄດ້ສາບານໂຕເຂົ້າຮັບຕຳແໜ່ງໃນວັນພະຫັດ ຢູ່ສະຖານທູດ Gambia ທີ່ປະເທດ Senegal ຊຶ່ງ​ເປັນເພື່ອນບ້ານ ຫລັງຈາກທີ່ບໍ່ສາມາດ ສາບານໂຕ ຢູ່ນະຄອນ
ຫລວງ Gambia.

ມີ​ລາຍ​ງານ​ວ່າ ​ໄດ້​ປູຜ້າພົມແດງ ທີ່​ສະໜາມ​ບິນ Banjul ​ໃນ​ອັນ​ທີ່​ປາກົດ​ວ່າ ເພື່ອຕຽມສົ່ງ​ທ່ານ Jammeh ​ໄປ​ຕ່າງປະ​ເທດ.

ໃນວັນສຸກວານນີ້ເຊັ່ນດຽວກັນ ຫົວໜ້າກະຊວງປ້ອງກັນປະເທດ​ແກມ​ເບຍ ທ່ານ Ousa-
mane Bedjie ໄດ້ປະກາດທີ່​ຈະຈົງຮັກພັກດີຕໍ່ປະທານາທິບໍດີ ຄົນໃໝ່ ຂອງປະເທດ.

15 ປະ​ເທດ ​ໃນປະຊາ​ຄົມ​ເສດຖະກິດບັນດາລັດອາ​ຟຮິ​ກາ​ຕາ​ເວັນ​ຕົກ ຫລື ECOWAS ໄດ້ກ່າວວ່າ ບັນດາຜູ້ນຳປະເທດ​ໃນ​ເຂດອາຟຣິກາຕາເວັນຕົກ ໄດ້ໃຫ້ເວລາແກ່ທ່ານ Jammeh ຈົນຮອດຕອນທ່ຽງຕາມເວລາທ້ອງຖິ່ນເພື່ອ ລົງ​ຈາກ​ອຳນາດ.

ເດັກນ້ອຍທ້ອງຖິ່ນ ພາກັນເບິ່ງທະຫານ Senegal ຢູ່ຊາຍແດນປະເທດ Gambia ກັບ Senegal.

ຫລັງຈາກ​ໄດ້​ກຳນົດເສັ້ນຕາຍ​ແລ້ວ ທ່ານ Jammeh ໄດ້ຂໍຕໍ່​ເວລາອອກໄປອີກ ສີ່ຊົ່ວໂມງ​ເພື່ອ​ຈະ​ລົງ​ຈາກ​ອຳນາດ.

ປະທານອົງການ ECOWAS ທ່ານ Marcel Alain de Souza ກ່າວວ່າ ທ່ານ Conde ຈະ​ໃຫ້ໂອກາດ​ແກ່ທ່ານ Jammeh ​ເພື່ອ​ລົງ​ຈາກ​ອຳນາ​ດ້ວຍ ຄວາມສະງົບ. ທ່ານ​ກ່າວ​ຕື່ມ​ວ່າ “ຖ້ານັ້ນຫາກລົ້ມແຫລວພວກເຮົາຈະ​ເຮັດ​ໃຫ້ ທ່ານລົງ​ຈາກ​ອຳນາດ ດ້ວຍ​ການ​ໃຊ້ກຳ ລັງ ຫລືດ້ວຍ​ຄວາມ​ສະໝັກໃຈ.”

ສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນຂັ້ນຕົ້ນໄດ້ອະນຸມັດ​ໃຫ້ແຊກແຊງ ທາງທະ ຫານ ແລະຮັບຮູ້ວ່າທ່ານ Adama Barrow ວ່າເປັນປະທານາທິບໍ ດີຄົນໃໝ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ