ຊີເຣຍ ເປັນຫົວຂໍ້ສຳຄັນ ທີ່ກອງປະຊຸມ ​ກຸ່ມ G8 ຢູ່ ລອນດອນ (ວີດິໂອ)

ທ່ານ William Hague (ຂວາ) ລັດຖະມົນຕີການຕ່າງປະເທດອັງກິດ ແລະທ່ານ John Kerry ລັດຖະມົນຕີກະຊວງການຕ່າງ ປະເທດສະຫະລັດ ທີ່ເຂົ້າຮ່ວມກອງປະຊຸມ G8 ທີ່ນະຄອນລອນດອນໃນວັນພຸດມື້ນີ້.

ຊີເຣຍແມ່ນເປັນຫົວຂໍ້ສຳຄັນອັນດັບນຶ່ງ ໃນຂະນະທີ່ບັນດາ
ລັດຖະມົນຕີກະຊວງການຕ່າງປະເທດຂອງກຸ່ມ G8 ປະຊຸມ​ກັນຢູ່ທີ່ນະຄອນລອນດອນໃນວັນພຸດມື້ນີ້.

ຄາດກັນວ່າ ອັງກິດແລະຝຣັ່ງຈະສືບຕໍ່ທໍາການຜັກດັນ ເພື່ອ
ໃຫ້ມີການຍົກເລີກ ການ​ຫ້າມ​ຂາຍອາວຸດຂອງສະຫະພາບຢູ
ໂຣບຫລື EU ແລະອະນຸຍາດໃຫ້ມີການຂົນສົ່ງອາວຸດ ໄປໃຫ້
ພວກຕໍ່ຕ້ານປະທານາທິບໍດີຊີເຣຍ ທ່ານ Basha al-Assad.
ສະມາຊິກບາງ​ປະ​ເທດຂອງ EU ເປັນຫ່ວງວ່າ ການປ່ອຍໃຫ້
ມີອາວຸດເຂົ້າໄປໃນຊີເຣຍຢ່າງຫລວງຫລາຍ ມີ​ແຕ່ຈະເຮັດ
ໃຫ້ວິກິດການ ໃນປະເທດດັ່ງກ່າວເພີ້ມທະວີຄວາມຮ້າຍແຮງ
ຂຶ້ນເທົ່ານັ້ນ.

ພວກເຈົ້າໜ້າທີ່ຂອງຝ່າຍຕໍ່ຕ້ານລັດຖະບານຊີເຣຍ ກໍຢູ່ທີ່ນະຄອນລອນດອນເຊັ່ນກັນ
ແລະມີກໍານົດທີ່ຈະພົບປະຢູ່ນອກກອງປະຊຸມດັ່ງກ່າວ ກັບລັດຖະມົນຕີຂອງບາງປະເທດ ລວມທັງທ່ານ William Hague ລັດຖະມົນຕີການຕ່າງປະເທດອັງກິດ ແລະທ່ານ John
Kerry ລັດຖະມົນຕີກະຊວງການຕ່າງ ປະເທດສະຫະລັດ.

ທ່ານ Hague ເວົ້າວ່າ ການສົນທະນາກັນກັບຝ່າຍຕໍ່ຕ້ານລັດຖະບານຊີເຣຍແມ່ນແນໃສ່
ການຊອກຊ່ອງທາງແກ້ໄຂບັນຫາທາງການເມືອງຕໍ່ວິກິດການດັ່ງກ່າວ ແລະການສະໜອງ
ບັນ​ເທົາ​ທຸກທາງດ້ານມະນຸດສະທໍາ.

ພ້ອມກັນນີ້ ກຸ່ມຈີ 8 ປະເທດ ຫຼື 8 ປະ​ເທດ​ທີ່​ຈະ​ເລີນທາງ​ດ້ານ​ອຸສາ​ຫະກຳ ຊຶ່ງລວມມີ
ສະຫະລັດ, ອັງກິດ, ເຢຍຣະມັນ, ຝຣັ່ງ, ອິຕາລີ, ຍີ່ປຸ່ນ, ການາດາ ແລະລັດເຊຍ ຍັງຈະພິ
ຈາລະນາ ບັນຫາຄວາມເຄັ່ງຕຶງຢູ່ແຫລມເກົາຫລີ, ການປ້ອງກັນບໍ່ໃຫ້ມີການລະເມີດທາງ
ເພດຢູ່​ໃນເຂດທີ່ມີສົງຄາມ, ຄວາມປອດໄພໃນ ການໃຊ້ອິນເຕີແນັດ, ແລະບັນຫາທີ່ກ່ຽວ
ພັນກັບມຽນມາ ແລະໂຊມາເລຍ.

ເບິ່ງວີດິໂອກ່ຽວກັບເລື້ອງນີ້: