ກຸ່ມ G20 ໃຫ້ຄຳໝັ້ນສັນຍາ ຈະຊຸກຍູ້ ເສດຖະກິດໂລກ (ວີດີໂອ ກ່ຽວຂ້ອງ)

ບັນດາລັດຖະມົນຕີການເງິນ ຂອງກຸ່ມ G20 ເສັດສິ້ນ ການປະຊຸມກັນ ຢູ່ ຊິດນີ ອອສເຕຣເລຍ, ວັນທີ 23 ກຸມພາ 2014.

ບັນດາ​ລັດຖະມົນຕີ​ການ​ເງິນ​ຈາກ 20 ປະ​ເທດ​ ທີ່​ມີ​ເສດຖະ
ກິດ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ​ເສັດ​ສິ້ນ​ການ​ປະຊຸມ​ກັນ​ເປັນ​ເວລາ
2 ມື້​ ທີ່​ນະຄອນ Sydney ປະ​ເທດ​ອອສ​ເຕຣ​ເລຍ ​ໂດຍ​ໄດ້
​ບັນລຸ​ຂໍ້​ຕົກລົງ​ກັນ​ສະບັບ​ນຶ່ງ ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ
​ຕ່າງໆ ທີ່​ຈະ​ຊຸກຍູ້ໃຫ້​ຜົນ ​ຜະລິດ​ຮວມພາຍ​ໃນ​ປະ​ເທດ ​ຫຼື
GDP ​ເຕີບ​ໂຕ​ຂຶ້ນ 2 ​ເປີ​ເຊັນ ພາຍ​ໃນ 5 ປີ​ຕໍ່ໜ້າ.

​ຖະ​ແຫຼ​ງການ​ສະ​ບັບນຶ່ງ​ຍາວ​ສອງ​ໜ້າ​ເຈ້ຍ ແຕ່​ສັ້ນຜິດ​ທຳ​ມະ
​ດາ ທີ່​ປະກາດ​ອອກ​ໃນ​ວັນ​ອາທິດມື້​ນີ້ ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ
ຈະ​ຜັກ​ດັນ​ໃຫ້​ມີ​ການ​ກັບ​ຄືນ​ໄປ​ສູ່ການ​ເຕີບ​ໂຕ​ທີ່​ຢັ້ງຢືນ ​ແລະ
​ສົມ​ດຸນ​ ໃນ​ເສດຖະກິດ​ຂອງ​ໂລກ.

​ເຖິງ​ຢ່າງ​ໃດ​ກໍ​ດີ ຖະ​ແຫຼ​ງການ​ຍັງ​ໄດ້​ສະ​ແດງ​ຄວາມ ​“​ເສຍ​ໃຈ​ຢ່າງ​ເລິກ​ເຊິ່ງ” ​ເຊັ່ນກັນ ​
ທີ່ການ​ປະຕິ​ຮູບ​ຂອງ​ກອງ​ທຶນ​ສາກົນຫຼື IMF ​ທີ່​ຈະ​ໃຫ້​ບົດບາດ​ຫຼາຍ​ຂຶ້ນ ​ແກ່ບັນດາ​ເສດ
ຖະ​ກິດຕະຫຼາດ​ທີ່​ໂຜ່​ໂຕ​ຂຶ້ນ​ມາ​ໃໝ່​ນັ້ນ ​ໄດ້​ຖື​ກຂັດຂວາງ​ຈາກ​ລັດຖະສະພາສະຫະລັດ​.

ກອງ​ປະຊຸມ​ກຸ່ມ G20 ແມ່ນ​ນຳ​ເອົາ​ບັນດາ​ລັດຖະມົນຕີ​ການ​ເງິນ ​ແລະຜູ້ອຳນວຍການ​
ທະນາຄານ​ແຫ່ງ​ຊາດ ​ຈາກ​ບັນດາ​ປະ​ເທດ​ໃນກຸ່ມ G20​ ມາ​ປະຊຸມ​ຫາລື​ກັນ.

ຜົນ​ຜະລິດ​ຮວມຂອງ​ກຸ່ມ​ປະ​ເທດ​ດັ່ງກ່າວ ກວມ​ເອົາ 85 ​ເປີ​ເຊັນ​ຂອງ​ຜົນ​ຜະລິດ​ຮວມທັງ​
ໝົດ​ຂອງ​ໂລກ ​ແລະມີພົນລະ​ເມືອງ ທີ່​ເທົ່າ​ກັບ 2 ສ່ວນ 3 ຂອງ​ປະຊາກອນ​ທັງ​ໝົດຂອງ​
ໂລກ. ວັດຖຸ​ປະສົງ​ຂອງ​ກອງ​ປະຊຸມ​ດັ່ງກ່າວ ​ແມ່ນ​ເພື່ອ​ເອົາ​ຊະນະ​ຄວາມ​ບໍ່​ແນ່​ນອນທາງ​
ດ້ານ​ເສດຖະກິດ ສົ່ງ​ເສີມການ​ເຕີບ​ໂຕ ​ແລະ​ສ້າງ​ໜ້າ​ວຽກ​ຂຶ້ນ.

ກອງ​ປະຊຸມ​ສຸດ​ຍອດ​ຂອງ​ພວກຜູ້​ນຳລັດຖະບານ​ໃນ​ກຸ່ມ G20 ເທື່ອ​ໜ້າ ​ຈະ​ມີ​ຂຶ້ນ​ທີ່​ເມືອງ
Brisbane ຂອງ​ອອສ​ເຕຣ​ເລຍ ​ໃນ​ເດືອນ​ພະຈິກ ​ທ້າ​ຍປີ​ນີ້.

ວີດີໂອ: ທະນາຄານໂລກ ເວົ້າວ່າ ເສດຖະກິດໂລກ ກໍາລັງຢູ່ໃນບາດລ້ຽວ ໄປສູ່ການຂະຫຍາຍໂຕ:

Your browser doesn’t support HTML5

World Bank Says Global Economy at Turning Point