ບັນດາຜູ້ນໍາຂອງກຸ່ມ G20 ກ່າວສັນລະເສີນຕໍ່ ມື້​ລາງ​ມະ​ຫາ​ຕະ​ມະຄານທີ

ບັນດາເຈົ້າໜ້າທີ່ ລໍຖ້າການເດີນທາງມາເຖິງຂອງບັນດາຜູ້ນໍາກຸ່ມ G20 ຢູ່ທີ່ Rajghat, ເຊິ່ງເປັນອະນຸສອນສະຖານຂອງ ທ່ານຄານທີ, ໃນນະຄອນຫຼວງນິວເດລີ, ອິນເດຍ, ວັນທີ 10 ກັນຍາ 2023.

ບັນດາຜູ້ນໍາກຸ່ມ G20 ໃນວັນອາທິດວານນີ້ ໄດ້ກ່າວຄໍາສັນລະເສີນຕໍ່ມະຫາຕະມະ ຄານທີ (Gandhi) ຢູ່ທີ່ອະນຸສອນສະຖານ ຣາຈ ກາດທ໌ (Raj Ghat) ຂອງເດລີ, ເຊິ່ງອຸທິດໃຫ້ແກ່ທ່ານຄານທີ ຜູ້ທີ່ນໍາໃຊ້ການຕໍ່​ສູ້ໂດຍ​ບໍ່​ໃຊ້ຄວາມຮຸນແຮງ ເພື່ອປົດປ່ອຍ ອິນເດຍ ຈາກການປົກຄອງຂອງອັງກິດ.

ບັນດາຜູ້ນໍາໂລກເຂົ້າຮ່ວມກອງປະຊຸມສຸດຍອດ​ກຸ່ມ G20 ເປັນເວລາ 2 ມື້ຢູ່ອິນເດຍ ໃນປີນີ້ ມີການຕົກລົງເຫັນດີຮ່ວມກັນໃນວັນເສົາແລ້ວ ຕໍ່ການປະກາດຮ່ວມກັນກ່ຽວກັບ ການຮຸກຮານຢູເຄຣນ ຂອງ ຣັດເຊຍ.

ການປະກາດໃນວັນເສົາທີ່ຜ່ານມາ ກ່ຽວກັບຄວາມຂັດແຍ້ງນັ້ນ ແມ່ນອ່ອນກວ່າການປະກາດຢູ່ກອງປະຊຸມສຸດຍອດ ທີ່ຈັດຂຶ້ນໃນເກາະບາຫຼີ ເມື່ອປີກາຍນີ້. ປີແລ້ວນີ້ ກຸ່ມ G20 ໄດ້ປະ​ນາມການຮຸກຮານຢູເຄຣນ ຂອງ ຣັດເຊຍ ແລະໄດ້ຮຽກຮ້ອງໃຫ້ຣັດເຊຍ ຖອນ​ທະ​ຫານຂອງຕົນອອກໄປ. ໃນປີນີ້, ການປະກາດຂອງກຸ່ມ ​ບໍ່​ເຖິງ​ລະ​ດັບ​ເປັນ​ການປະນາມ ທີ່ຣັດເຊຍຍັງສືບ​ຕໍ່​ມີ​ໜ້າຢູ່ໃນຢູເຄຣນ.

ຂໍ້ຕົກລົງເຫັນດີ ທີ່ເປັນເອກະພາບກັນຂອງກຸ່ມ ກ່ຽວກັບການປະກາດ ໃນປີນີ້ ແມ່ນຄວາມສໍາເລັດອັນຍິ່ງໃຫຍ່ສໍາລັບ ອິນເດຍ, ເຊິ່ງຮັບເປັນປະ​ທານຂອງກຸ່ມໃນປັດຈຸບັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ