ບັນດາລັດຖະມົນຕີກະຊວງການເງິນຂອງກຸ່ມ ຈີ 20 ພວມປະຊຸມກັນທີ່ເມືອງຟູກຸໂອກະ ປະເທດຍີປຸ່ນ ເພື່ອຕົກລົງກັນໃນວັນເສົາມື້ນີ້ວ່າມັນເປັນຄວາມຈຳເປັນອັນຮີບດ່ວນ ເພື່ອຄ້ຳປະກັນວ່າ ບໍລິສັດໃຫຍ່ໆທັງຫຼາຍຕ້ອງໄດ້ຈ່າຍເງິນໃນອັດຕາທີ່ສົມສ່ວນແລະໃຫ້ການສະໜັບສະໜຸນຕໍ່ເສດຖະກິດຕ່າງໆໃນຂະນະທີ່ການເຕີບໂຕຂອງໂລກຊັກຊ້າລົງນັ້ນ.
ລັດຖະມົນຕີກະຊວງການເງິນຂອງຍີ່ປຸ່ນ ທ່ານທາໂຣະ ອາໂຊະ ກ່າວວ່າ “ຈະ ບໍ່ມີຜູ້ສູນເສຍທີ່ໃຫຍ່ຫຼວງ” ແຕ່ຢ່າງໃດ ຍ້ອນການປະຕິຮູບນີ້ ທີ່ທ່ານເວົ້າວ່າ ອາດຈະມີຄວາມສຳຄັນສຸດ ໃນຮອບສັດຕະວັດ.
ບັນດາລັດຖະມົນຕີກະຊວງການເງິນ ກຳລັງຊັ່ງຊາເບິ່ງນະໂຍບາຍການເກັບພາສີໃໝ່ ທີ່ອີງຕາມຈຳນວນທຸລະກິດ ທີ່ທາງບໍລິສັດໄດ້ເຮັດຢູ່ໃນປະເທດນັ້ນໆ ບໍ່ແມ່ນຢູ່ທີ່ສຳນັກງານໃຫຍ່ຂອງບໍລິສັດ. ລັດຖະມົນຕີກະຊວງການເງິນຂອງສະຫະລັດ ທ່ານສຕີເວນ ມານຸກຈິນ ກ່າວວ່າ ບໍ່ຄວນຈະມີການຈຳແນກລະຫວ່າງຕະຫຼາດ ແລະບໍລິສັດ ທີ່ຈຳໜ່າຍຜະລິດຕະພັນຂອງພວກເຂົາເຈົ້າ ທາງອອນລາຍນ໌.
ໃນຂະນະທີ່ພວກຜູ້ນຳການເງິນ ຂອງປະເທດທີ່ຮັ່ງມີ ແລະຂອງປະເທດທີ່ກຳລັງພັດທະນາ ມີຄວາມເຫັນແຕກຕ່າງກັນ ກ່ຽວກັບລາຍລະອຽດບາງຢ່າງຢູ່ນັ້ນ ແຕ່ພວກທ່ານກໍເຫັນພ້ອມນຳກັນ ເຖິງຄວາມຈຳເປັນທີ່ຈະຕ້ອງໄດ້ແກ້ໄຂລະບົບເກັບພາສີທີ່ມີຢູ່ໃນປັດຈຸບັນນີ້.
ກຸ່ມຈີ 20 ຊຶ່ງເປັນກຸ່ມຂອງ 20 ປະເທດ ທີ່ມີເສດຖະກິດໃຫຍ່ສຸດໃນໂລກ ໄດ້ມອບພາລະໃຫ້ແກ່ອົງການເພື່ອການຮ່ວມມືທາງດ້ານເສດຖະກິດແລະການພັດທະນາ ໃຫ້ແກ້ໄຂລະບົບການເກັບພາສີຂອງສາກົນ ຊຶ່ງມີການມອງເຫັນວ່າ ບໍລິສັດໃຫຍ່ໆທາງອິນເຕີແນັດ ເຊັ່ນເຟສບຸກ ແລະອາເມຊອນ ໄດ້ສວຍໂອກາດໃຊ້ເຂດທີ່ມີການເກັບພາສີຕ່ຳເຊັ່ນປະເທດໄອຣ໌ແລນ ແລະເກືອບວ່າບໍ່ໄດ້ຈ່າຍຫຍັງເລີຍໃຫ້ແກ່ປະເທດອື່ນໆ ບ່ອນທີ່ບໍລິສັດເຫຼົ່ານີ້ໄດ້ກຳໄລເປັນເງິນຈຳນວນມະຫາສານນັ້ນ.