ຄວາມເຫັນພ້ອມເປັນເອກະສັນກັນຂອງກອງປະຊຸມລັດຖະ ມົນຕີກະຊວງການເງິນ ແລະຜູ້ວ່າການທະນາຄານກາງຂອງກຸ່ມ 20 ປະເທດ ຫລື G20 ທີ່ສິ້ນສຸດລົງໃນວັນອັງຄານວານນີ້ໃນອິນເດຍບໍ່ສາມາດເກີດຂຶ້ນໄດ້ ເນື່ອງຈາກວ່າ ບັນດາສະມາຊິກບໍ່ສາມາດລຶບຊ່ອງຫວ່າງຄວາມແຕກຕ່າງຂອງພວກເພິ່ນ ກ່ຽວກັບສົງຄາມຂອງຣັດເຊຍໃນຢູເຄຣນໄດ້.
"ພວກເຮົາຍັງບໍ່ມີຄຳເວົ້າອັນດຽວກັນກ່ຽວກັບສົງຄາມຣັດເຊຍກັບຢູເຄຣນ," ນັ້ນຄືຄຳເວົ້າຂອງລັດຖະມົນຕີກະຊວງການເງິນອິນເດຍ, ທ່ານນາງເນຍມາລາ ສີທະຣາມັນ ກ່າວຕໍ່ ບັນດານັກຂ່າວ ຫລັງຈາກກອງປະຊຸມສອງມື້ ໄດ້ສິ້ນສຸດລົງ ທີ່ເມືອງ ການດີນາກາ (Gandhinagar) ໂດຍບໍ່ມີການອອກຖະແຫຼງການຮ່ວມອັນໃດ.
ລັດຖະມົນຕີກະຊວງການເງິນຈີນ, ທ່ານຫລີວ ຄະນ (ທີ 2 ຈາກຂວາ) ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີກະຊວງການເງິນຈີນຂອງກຸ່ມ G20 ທີ່ນະຄອນ Gandhinagar ຂອງອິນເດຍ, ວັນທີ 18 ກໍລະກົດ, 2023.
ກົງການຂ້າມ ອິນເດຍ, ເຊິ່ງເປັນປະທານຂອງກຸ່ມໃນປີນີ້ ໄດ້ອອກສິ່ງທີ່ເອີ້ນວ່າ ບົດ ສະຫຼຸບຂອງປະທານ ແລະເອກະສານຜົນຂອງກອງປະຊຸມເຊິ່ງມັນໄດ້ ສະຫຼຸບຜົນ ການພົບປະ ແລະບັນທຶກຂໍ້ທີ່ບໍ່ເຫັນພ້ອມນຳກັນ ມາແທນ.
ອີງຕາມບົດສະຫຼຸບຂອງປະທານນັ້ນ ຈີນແລະຣັດເຊຍໄດ້ຄັດຄ້ານຕໍ່ວັກທີ່ກ່າວເຖິງສົງ ຄາມທີ່ເວົ້າວ່າ ມັນເຮັດໃຫ້ "ເກີດຄວາມທຸກທໍລະມານຕໍ່ມະນຸດຢ່າງໃຫຍ່ຫຼວງ" ແລະ "ເຮັດໃຫ້ຄວາມອ່ອນແອຂອງເສດຖະກິດໂລກທີ່ມີຢູ່ແລ້ວນັ້ນ ຮ້າຍແຮງຍິ່ງຂຶ້ນ."
ຄວາມລົ້ມແຫລວໃນການບັນລຸຂໍ້ຕົກລົງບໍ່ແມ່ນເປັນເລື້ອງທີ່ບໍ່ຄາດຄິດໄວ້ແຕ່ຢ່າງໃດເລີຍ.