ບັນດາລັດຖະມົນຕີ ກຸ່ມ G-7 ເຕົ້າໂຮມກັນ ເພື່ອການເຈລະຈາ ຢູ່ໃນນະຄອນຫຼວງລອນດອນ ຂອງອັງກິດ

ພາບວີດີໂອທົ່ວໄປຂອງບັນດາຜູ້ນຳ ກຸ່ມ G7 ໃນຂະນະທີ່ ປະທານຂອງຄະນະກຳມາທິການຢູໂຣບ ທ່ານນາງເອີຣຊູລາ ວອນ ເດີ ເລເຢັນ ແລະປະທານສະພາຂອງຢູໂຣບ ທ່ານຊອຣສ໌ ມິດໂຊລ ກຽມເຂົ້າຮ່ວມກອງປະຊຸມທາງອອນໄລນ໌ຢູ່ ຕຶກຂອງສະຫະພາຢູໂຣບ ໃນນະຄອນຫຼວງບຣັສໂຊລສ໌, ວັນສຸກ ທີ 19, ກຸມພາ 2021.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ແມ່ນ =ກຳລັງຢູ່ໃນນະຄອນຫຼວງລອນດອນ ເພື່ອການເຈລະຈາ ກັບບັນດາຄູ່ຕຳແໜ່ງຂອງທ່ານຈາກປະເທດກຸ່ມ G-7 ກ່ຽວກັບໂຣກລະບາດຂອງໄວຣັສໂຄໂຣນາ, ຣັດເຊຍ ແລະຈີນ ເປັນໄປໄດ້ສູງ ແມ່ນຈະລວມຢູ່ໃນຫົວຂໍ້ຂອງວາລະກອງປະຊຸມທີ່ເປັນທາງການໄລຍະສາມວັນ ແລະການປຶກສາຫາລືກັນຢູ່ນອກກອງປະຊຸມນຳດ້ວຍ.

ອີຣ່ານ ແລະເກົາຫຼີເໜືອ ສອງປະເທດນີ້ ຊຶ່ງໂຄງການນິວເຄລຍຂອງພວກເຂົາ ໄດ້ເປັນຈຸດເພັ່ງເລັງຂອງການເຈລະຈາ ໃນບໍ່ເທົ່າໃດປີຜ່ານມານີ້ ແມ່ນມີກຳນົດຈະຖືກນຳຂຶ້ນມາປຶກສາຫາລືກັນຢູ່ໃນງານລ້ຽງອາຫານຄ່ຳຕ້ອນຮັບໃນວັນຈັນມື້ນີ້.

ການພົບປະກັນຢູ່ນອກກອງປະຊຸມໃນວັນຈັນມື້ນີ້ ລວມມີ ການເຈລະຈາກັບລັດ ຖະມົນຕີກະຊວງການຕ່າງປະເທດຂອງຍີ່ປຸ່ນ ທ່ານ ໂຕຊີມິດຊຸ ໂມເຕຈິ, ລັດ ຖະມົນຕີກະຊວງການຕ່າງປະເທດຂອງເກົາຫຼີໃຕ້ ທ່ານຈັງ ອຸຍ-ຍົງ, ລັດຖະມົນ ຕີກະຊວງການຕ່າງປະເທດຂອງບຣູນາຍ ຄົນທີສອງ ທ່ານດາໂຕ ເອີຣີວັນ ຢູໂຊຟ, ລັດຖະມົນຕີຮັບຜິດຊອບກິດຈະການພາຍນອກຂອງອິນເດຍ ທ່ານຊູບຣາມານີຢາມ ໃຈສັນຄາ ແລະລັດຖະມົນຕີກະຊວງການຕ່າງປະເທດຂອງອັງກິດ ທ່ານໂດມີນິກ ຣາບ.

“ມັນແມ່ນແປດປີກ່ອນທີ່ອັງກິດ ພັນທະມິດທີ່ຂາດໄປບໍ່ໄດ້ຂອງພວກເຮົາ ໄດ້ຈັດງານໃນຖານະເປັນປະທານກຸ່ມ G-7” ທ່ານບລິງເກັນ ໄດ້ຂຽນລົງໃນທວິດເຕີ້ ຫຼັງຈາກທີ່ໄດ້ເດີນທາງຮອດອັງກິດ. ທ່ານຂຽນອີກວ່າ “ມັນດີ ທີ່ຈະໄດ້ກັບຄືນມາຮ່ວມພາຍໃນກຸ່ມບັນດາຄູ່ພາຄີແລະພັນທະມິດທັງຫຼາຍເພື່ອການປຶກສາຫາລືເລື້ອງທັງຫຼາຍເຫຼົ່ານີ້.”

ສຳນັກງານດ້ານການຕ່າງປະເທດຂອງອັງກິດ ໄດ້ກ່າວວ່າ ທ່ານຣາບ ແລະທ່ານບລິງເກັນ ຈະປຶກສາຫາລືກັນຢູ່ໃນກອງປະຊຸມຂອງພວກເພິ່ນ ກ່ຽວກັບອັຟການິສຖານ ອີຣ່ານ ຈີນ ແລະການຄ້າ.

ການເຈລະຈາໃນກຸ່ມປະເທດ G-7 ຂັ້ນລັດຖະມົນຕີນີ້ ແມ່ນຈະວາງພື້ນຖານສຳລັບກອງປະຊຸມສຸດຍອດບັນດາຜູ້ນຳຈາກປະເທດຂອງກຸ່ມເຫຼົ່ານັ້ນ ໃນເດືອນມິຖຸນາຈະມາເຖິງນີ້ ກໍຈະຢູ່ໃນອັງກິດເຊັ່ນກັນ.

ກະຊວງການຕ່າງປະເທດສະຫະລັດ ໄດ້ກ່າວວ່າ ກອງປະຊຸມໃນອາທິດນີ້ ຈະເປັນໂອກາດເພື່ອປຶກສາ “ຊຸກຍູ້ການເຕີບໂຕດ້ານເສດຖະກິດ ສິດທິມະນຸດ ຄວາມໝັ້ນຄົງດ້ານອາຫານ ຄວາມສະເໝີພາບທາງເພດ ແລະການສ້າງຄວາມເຂັ້ມແຂງໃຫ້ແກ່ພວກແມ່ຍິງແລະຍິງສາວ.”

ນອກເໜືອຈາກ ອັງກິດແລະສະຫະລັດແລ້ວ ກໍລວມທັງກຸ່ມປະເທດ G-7 ໂດຍມີ ການາດາ ຝຣັ່ງ ເຢຍຣະມັນ ອີຕາລີ ແລະຍີ່ປຸ່ນ. ສ່ວນອອສເຕຣເລຍ ອິນເດຍ ອາຟຣິກາໃຕ້ ເກົາຫຼີໃຕ້ ແລະບຣູນາຍ ແມ່ນຍັງໄດ້ເຂົ້າຮ່ວມ ໃນການເຈລະຈາຂອງອາທິດນີ້ນຳດ້ວຍ.

ຫຼັງຈາກກອງປະຊຸມ G-7 ທ່ານບລິງເກັນ ແມ່ນມີກຳນົດຈະເດີນທາງໄປຍັງຢູເຄຣນ ເພື່ອພົບປະກັບປະທານາທິບໍດີ ໂວໂລດີເມຍ ຊີເລັນສ໌ກີ ແລະບັນດາເຈົ້າໜ້າທີ່ລັດຖະບານອະວຸໂສຄົນອື່ນໆນຳດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ