ການຫາລາຍໄດ້ ຊ່ວຍສ້າງ ວັດລາວ ພຸດທະສາມະຄີທໍາ

Filippində Haiyan tayfununun nəticələri - Samar vilayəti, 11 noyabr, 2013<br /> <br /> <br /> <br />

ລາຍການຊີວິດຊາວລາວໃນຕ່າງແດນ ຂອງສັບປະດານີ້ ເຮົາຈະໄດ້ນໍາເອົາການສໍາ ພາດ ທ່ານ John Khamphoumy ປະທານວັດລາວພຸດທະສາມະຄີທໍາ ຈາກເມືອງ York Spring ລັດ Pennsylvania ພ້ອມດວ້ຍ ການສໍາພາດ ບັນດານັກສິນລະປິນ ລາວອາເມຣິກັນ ທີ່ມີຊື່ສຽງ ທີ່ໄດ້ມາຮ່ວມຊ່ວຍຫາລາຍໄດ້ສົມທົບທຶນສ້າງວັດ ຊຶ່ງ ກິ່ງສະຫວັນ ຈະໄດ້ນໍາເລື້ອງນີ້ມາສະເໜີ ທ່ານ ໂປຣດຕິດຕາມຮັບຟັງ

ສະຫະລັດ ອາ​ເມຣິກາ ​ຊ່ຶງເປັນ​ປະ​ເທດ​ທີ່​ເລີ້​ມ​ເກີດຂຶ້ນ ຈາກ​ຜູ້​ສະ​ແຫວ​ງຫາ​ອິດ​ສະລະ​ພາບ ​
ໃນການ​ນັບຖື​ບູຊາ ປັດສະຍາ ທີ່ເປັນຫລັກເຊື່ອຖື ອັນສັກສິດດັ່ງ ກ່າວນີ້ ໄດ້ບັນທຶກຢູ່ໃນ
ລັດຖະທໍາມະນູນ ຂອງ ສະຫະລັດ ທີ່ໄດ້ ແປງທາງໃຫ້ ບັນດາປະຊາກອນ ຜູ້ທີ່​ເຂົ້າ​ມາ​ຕັ້ງ
​ຖິ່ນ​ຖານນໍາຫລັງ ພາກັນໄດ້ ຮັບສິດ ເສຣີ ພາບ ​ໃນການ​ນັບຖືບູຊາສາສະໜາ​ຕ່າງໆຢ່າງ
ເທົ່າ​ທ່ຽມກັນ.

ເຖິງ​ແມ່ນ​ວ່າ ​ປະຊາກອນ​ລາວ ອາ​ເມຣິກັນ ​ໄດ້ເຂົ້າມາ​ຕັ້ງ​ຊີ​ວິດ​ຢູ່​ໃນ ສະຫະລັດ ອາ​ເມຣິກາ
ມາ​ເປັນ​ເວລາ​ຫຼາຍກວ່າ 3 ທົດ​ສະວັດແລ້ວ​ກໍ​ຕາມ ​ແຕ່ເຂົາ​ເຈົ້າກໍຍັງບໍ່​ໄດ້​ລົດ​ລະ​ສ້າງສາ ​
ວັດວາອາ​ຮາມ ​ໃຫ້​ເປັນ​ບ່ອນ ສັກກະ​ຣ​ະບູຊາ ພຣະພຸດ​ທະສາສະໜາ ​ແລະເພື່ອເປັນ​ສູນ​
ກາງ​ເຕົ້າ​ໂຮມ​ຂອງ ປະຊາ​ຄົມ​ລາວ ອາ​ເມ​ຮິ​ກັນ ​ໃນ​ທ້ອງ​ຖິ່ນຂອງ​ໃຜລາວ. “ວັດລາວພຸ​ທ
ທະ​ສາມະຄີ​ທັ​ມ” ​ແມ່ນ​ວັດນຶ່ງ ທີ່ກໍາລັງສ້າງຂື້ນໃໝ່ ຢູ່ລັດ Pennsylvania ​ແລະ​ກໍ​ແມ່ນນຶ່ງ
ໃນຈໍານວນ 100 ກວ່າວັດຂອງ ປະຊາຄົມລາວ ອາ​ເມຣິກັນ ທີ່ຂະຫຍາຍ ອອກ​ໄປ ທົ່ວ
ສະຫະລັດ.

ເພື່ອເປັນການຫາລາຍໄດ້ ສົມ​ທົບທຶນສ້າງວັດໃນຄັ້ງນີ້ ທ່ານກາຍຍະສິດ ສຸລິສັກ ຜູ້​ປະ
ສານ​ງານ ການ​ຫາ​ລາຍ​ໄດ້ ​ແລະເຈົ້າຂອງ “Marla Productions” ບໍລິສັດຜະລິດເພງ
ລາວສະໄໝ ໄດ້ນໍາພາບັນດ​ານັກດົນຕີ ແລະນັກຮ້ອງສາມຄະນະ​ ອາສາ​ສະມັກເຂົ້າ​ຮ່ວມ​
ຫາລາຍ​ໄດ້ຄືຄະນະ The Infinity, Complement of George ​ແລະ Les Cigales
​ປະກອບສ່ວນສັບ​ປ່ຽນ ສ້າງບັນຍາ​ກາດ.

ທ່ານກາຍຍະສຸດ ສຸລິສັກ ເຈົ້າຂອງ Marla Productions ແລະ ຜູ້ປະສານງານຫາລາຍໄດ້ສ້າງ ວັດລາວສາມະຄີທໍາ.


ນອກນັ້ນ​ກໍຍັງ​ມີນັກສີນລະປີນ ທີ່​ມີ​ຊື່​ສຽງ​ໃນ​ອ​ະດີດ ​ແລະ​ປັດ​ຈຸ​ບັນອີກ​ທ່ານ​ນຶ່ງຄື ທ່ານ
ສີ​ລາ​ວົງ ​ແກ້ວ ໄດ້​ເດີນ​ທາງ​ມາ​ຈາກ​ລັດ Illinoise ອາສາ​ສະມັກ​ເຂົ້າ​ມາ​ຮ່ວມ​ສ້າງ​ບູນກຸສົນ
​ໃນ​ຄໍ່າ​ຄືນ​ນັ້ນ​ນຳ. ກ່ອນ​ປີ 1975 ທ່ານ ສີ​ລາ​ວົງ ແມ່ນອະດີດ​ນັກ​ສຶກສາ​ກົດໝາຍ ນັກ​ປະ
ພັນ ​ແລະ​ນັກຮ້ອງທີ່​ມີ​ຊື່​ສຽງ ​ເພງ​ຂອງ​ທ່ານສີ​ລາ​ວົງ ຫລາຍໆ​ເພງຍັງ​ຝັງ​ຢູ່​ໃນຄວາມ​ຊົງ​ຈໍາ​
ຂອງ ບັນດາໜຸ່ມນ້ອຍ​ລາວ ​ໃນຕອນ​ທ້າ​ຍ ປີ 1960 ​ດັ່ງ​ຕົວຢ່າງເພງ ​“ເອື້ອຍ​ກໍ​ງາມ ນ້ອງ​
ກໍ​ງາມ ​ແລະ ລູກ​ນາຍ​ພັນ ຫລານ​ສາວ​ນາຍ​ພົນ ດັ່ງ​ນີ້​ເປັນ​ຕົ້ນ.

ທ່ານສີລາວົງ ແກ້ວ ນັກຮ້ອງ ແລະນັກປະພັນໃນອະດີດ ແລະປັດຈຸບັນ ທີ່ໄດ້ເດີນທາງຈາກ ເມືອງ Elgin, Illinoise ມາຮ່ວມງານ.

ປະກອບ​ສ່ວນ​ຫາ​ລາຍ​ໄດ້ອີກ​ຄະນະ​ນຶ່ງ ​ກໍໄດ້​ແກ່ ຄະນະ Compliment George ​ຊຶ່ງ
ເປັນ​ວົງ​ດົນຕີ​ຜູ້ຍິງ. ປະກອບ​ຢູ່ໃນ​ນັ້ນ​ມີ ​ແມ່ນ​ມີສະ​ຕີລາວ ອາ​ເມ​ຣິກັນ​ນຶ່ງຄົນຊື່ວ່າ ມາລາ
ສຸລິ​ສັກ. ນາງ​ຫລີ້ນ guitar bass ​ແລະ​ກໍ​ເປັນ​ລູກ​ສາວ​ຂອງ​ ທ່ານກາຍຍະສິດ ສຸລິ​ສັກ.

ຄະນະວົງດົນຕີ Complement of George ຈາກຊ້າຍໄປຂວາຄຶ Katy (Keyboard) Jessica (Lead singer) Marla (Bass) Venessa (Drummer) Susanna (Keyboard) Jackie (back up guitar and vocal)

ໃນ​ຄໍ່າ​ຄືນ​ວັນ​ນີ້ ມີ​ບັນດາ​ສະມາຊິກ​ປະຊາ​ຄົມ​ລາວ​ຫລາຍຣ້ອຍຄົນ ພ້ອມດ້ວຍ​ແຂກ​ຕ່າງ
ປະ​ເທດເຂົ້າ​ຮ່ວມ​ສັງ​ສັນຢ່າງ​ມ່ວນ​ຊື່ນ​ລື້​ນ​ເລີງ. ​ແຕ່​ເປັນ​ທີ່ໜ້າ​ເສຍ​ໃຈ​ທີ່ເຮົາ​ບໍ່​ສາມາດ​ນໍາເອົາ
​ສຽງ​ເພງຂອງ ທ່ານ​ສີ​ລາ​ວົງ ​ແກ້ວ ມາສະ​ເໜີ​ທ່ານໄດ້​ເນື່ອງ​ຈາກ​ວ່າ ໃນ​ເວລາປະມານ 10:30 ​
ແລງຄືນວັນ​ສຸກ ທີ່ 29 ມິຖຸນານັ້ນ ຂົງ​ເຂດ​ນະຄອນ ຫລວງ ວໍ​ຊິງ​ຕັນ ດີ.ຊີ ​ໄດ້​ປະສົບ​ກັບ​
ລົ​ມພາຍຸ​ຮ້າຍ​ແຮງແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ ເຮັດ​ໃຫ້ຂົງ​ເຂ​ດ ຂອງ​ສາມ​ລັດຕິດ​ກັນ​ຄື ນະ​ຄອນ​
ຫລວງ ວໍຊິງ​ຕັນ ພາກ​ເໜືອ​ລັດ​ເວີ​ຈີ​ເນຍ ​ແລະ​ລັດ​ແມຣີ​ແລນ ຕ້ອງ​ໄດ້​ປະສົບ​ກັບຕົ້ນ​ໄມ້ລົ້ມ ​
ງ່າ​ໄມ້ຫັກ ​ໄຟຟ້າ​ມອດ ສ້າງ​ຄວາມເສຍ​ຫາຍ ​ແລະ​ຄວາມ​ຍາກ​ລໍາບາກຫລາຍ​ຢ່າງໃຫ້ແກ່ປະ
ຊາກອນ​ປະມານ ລ້ານ​ກວ່າ​ຄົນ ທີ່ບໍ່​ມີ​ພະລັງ​ໄຟ​ຟ້າໃຊ້ ພາຍ​ໃຕ້​ອາກາດ​ອັນ​ຮ້ອນ​ເອົ້າ 100
ອົງສາ​ເປັນ​ເວລາ​ເກືອບ ນຶ່ງ​ອາທິດ ຈ່ຶງ​ເປັນ​ອັນວ່າ​

ງານ​ຫາ​ລາຍ​ໄດ້​ສຳລັບ​ການ​ສ້າງ​ວັດ York Spring ລັດ Pennsylvania ໃນຄໍ່າ​ຄືນ​ວັນນັ້ນ​
ໄດ້​ສິ້ນ​ສຸດ​ລົງ​ພຽງ​ເທົ້າ​ນັ້ນ.