Your browser doesn’t support HTML5
ເຊີນຟັງຂ່າວ ສຫລ ຈະໃຫ້ທຶນແກ່ເຈົ້າໜ້າທີ່ລັດຖະບານລາວໄປສຶກສາຕໍ່ຂັ້ນປະລິນຍາໂທ
ນອກຈາກຈະເພີ້ມການຊ່ວຍເຫລືອທາງດ້ານການສຶກສາທີ່ມີຢູ່ໃນປັດຈຸບັນແລ້ວ ສະຫະລັດຈະໃຫ້ທຶນການສຶກສາແກ່ເຈົ້າໜ້າທີ່ລາວປີລະ 5 ຄົນໄປສຶກສາໃນຂັ້ນປະລິນຍາໂທດ້ານການວາງນະໂຍບາຍຂອງລັດ ຫລື Public Policy ຢູ່ໃນມະຫາວິທະຍາໄລຟູລໄບຣ (Fulbright) ຊຶ່ງເປັນມະຫາວິທະຍາໄລເອກະຊົນທີ່ບໍ່ຫວັງຜົນກໍາໄລໃນນະຄອນໂຮຈິງມິນ ທີ່ໄດ້ຮັບການສະໜັບສະໜຸນຈາກທັງລັດຖະບານສະຫະລັດ ແລະຫວຽດນາມ ດັ່ງທີ່ທ່ານ ປ.ອ. ປີເຕີ ເຮມອນ, ເອກອັກຄະລັດຖະທູດສະຫະລັດປະຈຳລາວຖະແຫລງວ່າ:
Your browser doesn’t support HTML5
ສຽງທ່ານເອກອັກຄະລັດຖະທູດ ສຫລ ປະຈຳ ສປປ ລາວ
ທ່ານນາງ Michelle Guida (ຂວາ), ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ ສຫລ ແລະ ປະທານມະຫາວິທະຍາໄລ Fulbright (ຊ້າຍ), ທ່ານນາງ Dam Bich Thuy ໃນນະຄອນໂຮ່ຈິມິນ ທາງພາກໃຕ້ຂອງຫວຽດນາມ (ພາບສະໜອງໃຫ້ໃນວັນທີ 26 ມິຖຸນາ 2018 ໂດຍ FUV).
ທ່ານກ່າວຕໍ່ວີໂອເອອີກວ່າ ໃນນາມເອກອັກຄະລັດຖະທູດສະຫະລັດປະຈຳ ສປປ ລາວ ທ່ານຈະພະຍາຍາມຫາທາງຊຸກຍູ້ໃຫ້ມີການຊ່ວຍເຫລືອດ້ານການສຶກສາຂອງສະຫະລັດແກ່ລາວເພີ້ມຂຶ້ນ ແລະ ທ່ານກໍດີໃຈຫລາຍທີ່ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນ ໄດ້ປະກາດທີ່ກອງປະຊຸມສຸດຍອດພິເສດລະຫວ່າງສະຫະລັດ ແລະອາຊຽນໃນເດືອນພຶດສະພາຜ່ານມາວ່າ ຈະໃຫ້ທຶນການສຶກສາແກ່ປະເທດອາຊຽນ ຊຶ່ງລວມທັງລາວນັ້ນເພີ້ມຂຶ້ນ. ທ່ານບອກສິ່ງນີ້ວ່າ ມັນສະແດງໃຫ້ເຫັນເຖິງຄວາມຕັ້ງໃຈຂອງລັດຖະບານ ແລະປະຊາຊົນອາເມຣິກັນ ໃນການເຮັດໃຫ້ສາຍພົວພັນລະຫວ່າງສະຫະລັດ ກັບລາວ ແລະພູມີພາກເອເຊຍເຂັ້ມແຂງຂຶ້ນ.