ບໍ່ພຽງແຕ່ເທົ່າໃດສັບປະດາ ຫຼັງຈາກທີ່ທ່ານໄດ້ກ່າວຂໍຂະມາໂທດ ສຳລັບໂທດຈຳຄຸກ
25 ປີ ຕໍ່ອະດີດ ປະທານາທິບໍດີ ທ່ານ Alberto Fujimori ປະເທດເປຣູ ທີ່ໄດ້ຖືກສັ່ງໃຫ້
ດຳເນີນຄະດີ ອັນນຶ່ງຕ່າງຫາກຕ້ານເລື່ອງການລະເມີດສິດທິມະນຸດ.
ສານອາຊະຍະກຳຂອງປະເທດ ໄດ້ອອກກົດໝາຍໃນວັນຈັນວານນີ້ ທີ່ວ່າ ທ່ານ Fujimori
ໄວ 79 ປີ ອາດໄດ້ຖືກຕັດສິນ ໃນການກໍ່ອາຊະຍາກຳ ທີ່ໄດ້ສັງຫານ ພວກຄົນງານ 6 ຄົນ
ໂດຍພວກທະຫານພິເສດ ປີ 1992.
ປະດີດປະທານາທິບໍດີ ທີ່ປ່ວຍຢູ່ນັ້ນ ໄດ້ຮັບການອະໄພຍະໂທດທາງການການແພດ
ໃນເດືອນທັນວາປີກາຍນີ້ ໂດຍ ປະທານາທິບໍດີ Pedro Pablo Kuczynski ຫຼັງຈາກ
ທີ່ໄດ້ກວດຄືນຄະດີຄວາມທີ່ ທ່ານ Fujimori ພົບເຫັນນັ້ນ ຜູ້ຊຶ່ງໄດ້ຮັບໂທດຈາກປີ 1990
ເຖິງ ປີ 200 ແມ່ນມີໂຣກ “ແກ່ຊະລາ ” ທ່ານ Fujimori ໄດ້ຖືກລົງໂທດ ໃນປີ 2009
ໃນຄະດີລະເມີດສິດທິມະນຸດ ທີ່ໄດ້ກະທຳໃນຊ່ວງທີ່ດຳລົງຕຳແໜ່ງປະທານາທິບໍດີ ຢູ່ນັ້ນ
ຊຶ່ງຮວມທັງ ການສັ່ງໃຫ້ມີການຍິງເປົ້ານັ້ນ ນຳ.
ປະທານາທິບໍດີ ເປຣູ ທ່ານ Pedro Pablo Kuczynski ກ່າວໃນການກ່າວຄຳປາໄສໃນພິທີສາບານຕົວ ໃນທຳນຽບລັດຖະບານ ທີ່ນະຄອນ ລີມາ, ປະເທດເປຣູ, 9 ມັງກອນ 2018.
ສານ ໄດ້ລະບຸວ່າ ການອະໄພຍະໂທດທີ່ວ່ານີ້ ແມ່ນບໍ່ໄດ້ປົກປ້ອງ ທ່ານ Fujimori
ຈາກການຖືກປະຫານປະຫານ.
ການອະໄພຍະໂທດຂອງປະທານາທິບໍດີ Kuczynski ແມ່ນຍັງຜົນໃຫ້ມີການເດີນ
ຂະບວນປະທ້ວງ ໃນເປຣູ ແລະປະນາມຈາກກຸ່ມເພື່ອສິດທິມະນຸດໃນທົ່ວໂລກ. ມີຊາວ
ເປຮູ ບາງພວກເຊື່ອວ່າ ການອະໄພຍະໂທດ ແມ່ນສ່ວນນຶ່ງຂອງຕົກລົງທາງດ້ານຫຼັງ
ທີ່ຈະປົກປ້ອງການນຳຂຶ້ນມາດຳເນີນຄະດີຂອງທ່ານ Kuczynski ໃນກໍລະນີສໍ້ລາດ
ບັງຫຼວງນີ້.