ມີຄົນເສຍຊີວິດ​​ເພີ້​ມຂຶ້ນ ​ເປັນເກືອ​ບຮອດ 150 ​ຄົນ​ແລ້ວ ຈາກການຕໍ່ສູ້ກັນ ໃນ​ລີເບຍ (ວີດີໂອ)

ອາຄານໄດ້ຮັບຄວາມເສຍຫາຍ ຈາກການໂຈມຕີ ດ້ວຍປືນໃຫຍ່ ໃນເມືອງ Qaser Bin Ghashir ໃກ້ກັບ ເດີ່ນເຮືອບິນສາກົນຂອງ ນະຄອນຫລວງ Tripoli, ວັນທີ 26 ກໍລະກົດ 2014.

ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນພາຍ​ໃນ 24 ຊົ່ວ​ໂມງ ຢູ່​ລີ​ເບຍ ​ໄດ້ສົ່ງ​ຜົນ​ໃຫ້ 61 ຄົນ​ເສຍ​ຊີວິດ ​ເຮັດ​ໃຫ້ຈຳນວນ​ຄົນຕາຍ ເພີ້​ມຂຶ້ນ​ເປັນເກືອ​ບຮອດ 150 ​ຄົນ​ແລ້ວ ໃນ​ການ​ປະ​ທະ​ກັນ ​ໃນລະຍະ 2 ອາທິດ​ທີ່​ຜ່ານ​ມາ ​ໃນ​ປະ​ເທດທີ່​ຕັ້ງ​ຢູ່ໃນ​ພາກ​ເໜືອ​ຂອງ​ອາ​ຟຣິກາ​ ​ແຫ່ງ​ນີ້.

​ໄດ້​ມີ​ການ​ປະ​ເມີນ​ວ່າ 38 ຄົນ​ຖືກ​ຂ້າ​ຕາຍ​ໃນເມືອງ Benghazi ຢູ່​ພາກ​ຕາ​ເວັນ​ອອກ ​ບ່ອນ​ທີ່​ກອງກຳລັງລັດຖະບານ​ລີ​ເບຍ ປະ​ທະ​ກັນ​ກັບ ພວກ​ຫົວ​ຮຸນ​ແຮງ​ອິສລາມ​ຕິດ​ອາວຸດ​ ໃນ​ວັນ​ເສົາແລະວັນ​ອາທິດວານ​ນີ້.

ແລະມີຄົນ​ງານ​ຊາວ​ອີ​ຈິບຫຼາຍຄົນ ​ລວມຢູ່​ໃນ​ຈຳນວນ 23 ຄົນ​ທີ່​ເສຍ​ຊີວິດ​ ໃນນະຄອນຫລວງ​ Tripoli ຂອງ​ລີ​ເບຍ ບ່ອນທີ່ການ​ຕໍ່ສູ້​ກັນ​ລະຫວ່າງກຸ່ມ​ທະຫານ​ບ້ານທີ່​ເປັນ​ປໍ​ລະ​ປັກກັນ ​ກຳລັງເຂົ້າສູ່ອາທິດ​ທີ ​3.

ກອງພົນນັກຕໍ່ສູ້ກຸ່ມອິສລາມ Misarata ກຳລັງຍິງສຸມໃສ່ທິດທາງ ຂອງເດີ່ນເຮືອບິນ Tripoli ເພື່ອຢິດຄືນ ອຳນາດຄວບຄຸມເດີ່ນເຮືອບິນ ຈາກທະຫານບ້ານທີ່ເປັນປໍລະປັກກັນ.

ເກືອ​ບຮອດ 100 ​ຄົນໄດ້​ເສຍ​ຊີວິດ ​ໃນ​ການ​ປະ​ທະ​ກັນຢ່າງ​
ຕໍ່​ເນື່ອງ ​ຢູ່​ທີ່ເດີ່ນ​ບິນຂອງ Tripoli​ ​ແຫ່ງ​ດຽວເທົ່າ​ນັ້ນ ຕັ້ງ​ແຕ່
​ຕົ້ນ​ເດືອນ​ກໍລະກົດ ​ໃນ​ຂະນະ​ທີ່​ກອງ​ກຳລັງ​ລັດຖະບານ​ ດິ້ນຮົນ
​ຕໍ່ສູ້​ເພື່ອ​ຄວບ​ຄຸມ ການ​ທະວີ​ຂຶ້ນຢ່າງ​ຮ້າຍ​ແຮງ​ທີ່​ສຸດ ​ໃນຄວາມ​
ຮຸນ​ແຮງ ທີ່​ລີ​ເບຍ​ໄດ້​ປະສົບ​ພົບ​ພໍ້​ມາ ນັບ​ແຕ່ສົງຄາມປີ 2011
ທີ່​ໄດ້ໂຄນ​ລົ້ມຜູ້​ນຳ​ຜະ​ເດັດ​ການ Moammar Gadhafi ນັ້ນ.

ຂະ​ບວນລົດ​ຂອງ​ສະຖານທູດ​ອັງກິດ ທີ່​ມຸ້ງ​ໜ້າ​ໄປ​ຫາ​ຊາຍ​ແດນ
ຕິດ​ກັບປະເທດຕູນີເຊຍ ​ໄດ້​ຖືກລະດົມຍິງໃສ່​ໃນ​ວັນ​ອາທິດ
​ວານ​ນີ້ ​ໃນການ​ພະຍາຍາມ​ຈີ້​ເອົາ​ລົດ​ ​ຢູ່ນອກນະຄອນຫລວງ
Tripoli. ບໍ່​ມີ​ຜູ້​ໃດ​ໄດ້​ຮັບ​ບາດ​ເຈັບ.

ສະຫະລັດ ສະຫະ​ປະຊ​າຊາດ ​ແລະ​ເທີ​ກີ ​ໄດ້​ຍົກຍ້າຍ​ພະນັກງານ​ການ​ທູດ​ຂອງ​ພວກ​ຕົນ ອອກຈາກ​ລີ​ເບຍ ​ໃນ​ຂະນະ​ທີ່​ຄວາມ​ຮຸນ​ແຮງເພີ້​ມຂຶ້ນ​ເລີ້ອ​ຍໆ.

ອີ​ຈິບ ຝຣັ່ງ ​ເຢຍຣະມັນ ອິນ​ໂດ​ເນ​ເຊຍ ​ແລະສະ​ເປ​ນ ​ໄດ້​ຮ່ວມ​ກັບປະ​ເທດ​ອື້​ນໆ ລວມທັງ ອັງກິດ ​ເທີ​ກີ ​ແລະ ສະຫະລັດ ໃນ​ການປະກາດ​ແນະນຳ​ໃຫ້​ພົນລະ​ເມືອງ​ຂອງ​ຕົນ​ໃນ​ລີ​ເບຍ​ ເດີນທາງ​ອອກ​ໄປ​ໂດຍ​ທັນທີ.

Your browser doesn’t support HTML5

Libya Broll