ອາກາດໜາວຈັດ ປົກຄຸມເນື້ອທີ່ ສ່ວນໃຫຍ່ຂອງ ສະຫະລັດ

ທ້າວໂຈ ຊາຟ ໃຊ້ສະກີຍ່າງຕາມທາງ ຫລັງຈາກຫິມະຕົກ ໃນວັນທີ 28 ທັນວາ 2017 ທີ່ ເມືອງມໍຣເຣີແລນ ຮຽວ ລັດໂດໄຮໂອ.

ອາກາດ​ໜາວ​ຈັດ​ໄດ້​ປົກ​ຄຸມ​ພາກ​ກາງ​ແລະ​ພາກ​ຕາ​ເວັນ​ອອກຂອງ​ສະຫະລັດ
​ແລະ​ກໍ​ຍັງຈະເປັນ​ແບບ​ນີ້ຕໍ່​ໄປ​ອີກ​ຫລາຍ​ມື້ ​ຈົນ​ຮອດປີ​ໃໝ່.

ພວກ​ນັກ​ພະຍາກອນ​ອາກາດ​ໄດ້​ເຕືອນໃຫ້ຄົນ​ລະມັດລະວັງວ່າ​ຈະເກີດມີ​ອາການ
​ຄວາມ​ອົບອຸ່ນ​ຢູ່ໃນ​ຮ່າງ​ກາຍ​ຫລຸດ​ລົງຢ່າງວ່ອງ​ໄວ ​ແລະ​ເນື້ອ​ເຍື່ອ​ໃນ​ຮ່າງກາຍ
ຖືກ​ທໍາລາຍ​ຍ້ອນ​ຄວາມ​ເຢັນ​ໃນ​ຂະນະທີ່​ອຸນຫະພູມ​ຫລຸດ​ລົງ​ກາຍລະດັບ​ທີ່​ເປັນ
​ນໍ້າກ້ອນ. ກົມບໍລິການ​ດ້ານ​ອຸຕຸນິຍົມ​ແຫ່ງ​ຊາດລາຍ​ງານ​ວ່າ ຢູ່​ໃນ​ເຂດ​ນໍ້າຕົກຕາດ
ອິນ​ເຕີເນ​ເຊິ​ນນານ ​ຟອລ ​ໃນ​ລັດ​ມິນ​ນີ​ໂຊ​ຕາ ອຸນຫະພູມຂອງ ອາກາດໄດ້​ຕົກລົງ​ເຖິງ
ລະດັບ​ລົບ 37 ອົງສາ​ແຊ​ລຊຽສ ຊຶ່ງທໍາລາຍ​ສະຖິຕິຂອງ​ອຸ​ນຫະ ພູມລົບ 32
ອົງ​ສາແຊລຊຽສທີ່​ມີຢູ່​ໃນ ​ປີ 1924 ນັ້ນອີກ.

​ໃນ​ວັນ​ພະຫັດ​ວານ​ນີ້ພວກ​ຊາວ​ເມືອງ​ອີ​ຣີ ​ໃນລັດ​ເພັນ​ຊິນ​ວາ​ເນຍ ​ໄດ້​ພາກັນ​ຂຸດ
​ຫິມະທີ່​ໄດ້​ຕົກລົງ​ມາປົກ​ຄຸ​ມໜ້າດິນ​ໃນ​ຕົ້ນ​ອາທິດ​ນີ້ ເລິກເຖິງນຶ່ງແມັດ​ເຄິ່ງ. ພວກ​ນັກ​ພະ​
ຍາກ​ອນອາກາດ​ທຳນາຍ​ວ່າ ​ຈະ​ມີຫິມະທີ່​ເຮັດ​ໃຫ້​ມີ​ຄວາມ​ສູງເພີ້ມ 25 ຊັງ​ຕີ​ແມັດ ​ຕົກລົງມາອີກ ​ໃນ​ບໍ່​ຊ້າ​ນີ້.

ບັນດາ​ຜູ້​ສັງ​ເກດການ​ທາງ​ອາກາດ​ຢູ່​ຫໍ​ສັງ​ເກດ​ການເມົ້າ ວໍຊິງ​ຕັນ (Mount
Washington) ຢູ່​ໃນ​ລັດ​ນິວ​ແຮ​ມຊາຍ (New Hampshire) ກ່າວ​ວ່າ ​ອຸນຫະ
ພູມ​ຢູ່​ທີ່​ນັ້ນ​ໄດ້ຕົກ​ເຖິງ​ລົບ 37 ອົງສາ​ແຊລຊຽສ ຊຶ່ງ​ບໍ່​ເຄີຍ​ມີ​ມາ​ກ່ອນ. ​ເຂົາ​ເຈົ້າ
​ໄດ້ຖ່າຍ​ວີ​ດິ​ໂອອອກ​ທາງ​ໜ້າ​ເຟສບຸກຂອງ​ຕົນ ທີ່​ໄດ້ສະ​ແດງ​ໃຫ້​ເຫັນວ່າ​ພວກ
​ສັງ​ເກດການ​ທາງອາກາດ ພາກັນເທ​ນໍ້າ​ຮ້ອນຝົດ​ເດືອດ​ໃສ່​ອາກາດ ທີ່ໄດ້​ເຮັດ
​ໃຫ້​ນໍ້າ​ກາ​ຍ​ເປັນ​ຫິມະໃນທັນທີທັນ​ໃດ​ໃນ​ອາກາດ​ໜາວ​ຈັດ ​ແລະ​ມີ​ລົມທີ່​ມີ​ພະລັງ
ແຮ​ງ​ເທົ່າກັນພາຍຸ​ເຮີ​ລິ​ເຄນນັ້ນ.

ພວກຄົນຍ່າງຢູ່ຈະຕຸລັດທາມສະແກຣ ທີ່ນະຄອນນິວຢອກ ພະຍາຍາມໃສ່ເຄື່ອງໃຫ້ອົບອຸ່ນ

​ບັນດາ​ນັກ​ເຄື່ອນ​ໄຫວ​ຢູ່ໃນ​ຂົງ​ເຂດ​ນັ້ນ ພາກັນ​ຮີບ​ຮ້ອນ​ນຳເອົາພວກທີ່​ຂາດ​ທີ່
ຢູ່ອາ​ໄສອອກໄປ​ຈາກ​ຖະໜົນ​ຫົນ​ທາງ​ເພື່ອ​ໄປ​ຢູ່​ບ່ອນ​ອື່ນ ​ແລະກໍ​ໄດ້​ຊ່ວຍ​ເຫລື​ອ
ພວກ​ເດີນທາງ​ທີ່​ຕິດ​ຄ້າງ ຢູ່​ກາງຖະໜົນຫົນທາງ​ໃນ​ເຂດ​ນັ້ນ.

ສ່ວນປະທານາທິບໍດີ ​ດໍ​ໂນ​ລ ທຣໍາ ​ໃນ​ຂະນະ​ທີ່ຢູ່ບ້ານ​ພັກ​ຕາກ​ອາກາດ​ໃນ​ລັດ​ຟຣໍລິ​ດາ
​ໃນ​ວັນ​ພະຫັດ​ວານ​ນີ້ ​ໄດ້​ສົ່ງ​ຂໍ້ຄວາມຂຽ​ນລົງ​ທາງ Twitter ວ່າ “ຢູ່​ທາງ​ພາກ​ຕາ​ເວັນ​ອອກ
​ອາດຈະ​ມີວັນກ່ອນ​ຂຶຶ້ນ​ປີ​ໃໝ່ ທີ່ມີອາກາດໜາວ​ຈັດ​ສຸດ​ຢ່າ​ງບໍ່​ເຄີຍ​ມີ​ມາ​ກ່ອນໃນປະ​
ຫວັດ​ສາດ​.”

ນອກ​ນັ້ນ ທ່ານ​ຍັງ​ໄດ້​ເວົ້າຢອກ​ເຢາະ​ເຢີ້ຍກ່ຽວກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.
ທ່ານ​ຂຽນວ່າ “ບາງ​ເທື່ອ​ພວກ​ເຮົາ​ອາດ​ສາມາ​ດ​ໃຊ້​ສະພາບ​ການ​ໂລກ​ຮ້ອນ​ເອົ້າທີ່​ປະ
​ເທດ​ຂອງ​ພວກ​ເຮົາ ຈະ​ຈ່າຍ​ເງິນ​ເປັນ​ຫລາຍໆ ​ໂກດ​ໂດ​ລາ ​ເພື່ອ​ປ້ອງ​ກັນ​ມັນບໍ່​ໃຫ້
​ເກີດ​ຂຶ້ນ ​ແຕ່​ວ່າ​ປະ​ເທດ​ອື່ນ ຈະ​ບໍ່ຈ່າຍ​ຫຍັງ​ນັ້ນ​ເລີຍ.” “​ເອົາ​ພາກັນ​ຕຸ້ມ​ຜ້າ​ໃຫ້​ຫລາຍໆ ​ເດີ້!”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

US Fridgid Weather