Your browser doesn’t support HTML5
ລາຍງານສ້າງໂຮງໝໍເດັກນ້ອຍລາວຂອງອົງການ Friends Without A Border
ໃນຕົ້ນເດືອນເມສາຜ່ານມານີ້ ທາງອົງການ Friends Without A Border ຫຼືຈະແປເປັນພາສາລາວແບບຕົງໆ ກໍຄື ອົງການ ເພື່ອນບໍ່ມີພົມແດນ ໄດ້ຈັດງານຫາລາຍໄດ້ສົມທົບທຶນສ້າງໂຮງພະຍາບານສຳຫຼັບພວກເດັກນ້ອຍລາວ ທີ່ນະຄອນຫຼວງພະບາງ ຊຶ່ງງານ Gala ດັ່ງກ່າວນີ້ໄດ້ຈັດຂຶ້ນທີ່ສະຖານໂອໂຖງສວຍງາມຕະການຕາ ໃນບັນຍາກາດແຄມແມ່ນ້ຳ Hudson ຂອງນະຄອນນິວຢ໊ອກ ໂດຍການນຳພາ
ໂຄງການແລະຜູ້ລິເລີ້ມຂອງທ່ານ Kenro Izu ພ້ອມທັງຄະນະ ຊຶ່ງມີນາຍແພດຜູ້ໃຈບຸນຫຼາຍໆທ່ານເຂົ້າຮ່ວມ ຮວມທັງອົງການຈັດຕັ້ງການກຸສົນສາກົນສ່ວນບຸກຄົນ ນັກທຸລະກິດ ເຈົ້າຂອງໂຄງການຕ່າງໆ ທີ່ທ່ານ Kenro Izu ໄດ້ໃຫ້ VOA ສຳພາດ
ເຖິງເບື້ອງຫຼັງຄວາມເປັນມາຊຶ່ງທ່ານ Kenro ໄດ້ເລົ່າໃຫ້ຟັງດັ່ງຕໍ່ໄປນີ້:
Your browser doesn’t support HTML5
ບົດສຳພາດຂອງທ່ານ Kenro-01_08May14

ທ່ານ Kenro Izu, ຜູ້ລິເລີ້ມແລະເຈົ້າຂອງໂຄງການ Friends Without A Border
ວັນນະສອນຖາມຕໍ່ໄປອີກວ່າ ທ່ານໄດ້ນຳເອົາຄວາມຊ່ອຍເຫຼືອ
ມາຈາກທາງນອກບໍ່ ເຂົ້າມາບໍລິຫານໃນລາວ?
Your browser doesn’t support HTML5
ບົດສຳພາດຂອງທ່ານ Kenro-02_08May14
ງານ Gala ສັງສັນ ຄືນນັ້ນແມ່ນເຕັມໄປດ້ວຍການປະດັບປະດາແບບລາວໆ ທັງຈັດ ວາງສະແດງຕ່າງໆ ສ້າງບັນຍາກາດໃຫ້ເປັນລາວຫຼາຍທີ່ສຸດ… ໄດ້ມີການນຳເອົາຂອງ
ມີຄ່າເຊັ່ນພາບວາດພາບຖ່າຍ ຫັດຖະກຳພະໄມ້ຈາກວັດຊຽງທອງ ຫຼວງພະບາງ ແລະເຄື່ອງໃຊ້ຂອງສອຍ ທີ່ໄດ້ຮັບບໍລິຈາກທັງຫຼາຍນັ້ນມາປະມູນກັນ. ຫຼັງຈາກທີ່
ທ່ານ Kenro ໄດ້ຂຶ້ນກ່າວເປີດງານແລ້ວ ທາງຄະນະຈັດງານກໍໄດ້ເປີດການປະມູນ
ສິ່ງຂອງຕ່າງໆນັ້ນ ການປະມູນທີ່ຖືວ່າເປັນລາຄາແພງທີ່ສຸດ ຫຼາຍໝື່ນໂດລ່າ ກໍຄືການ ປະມູນສ້າງຫ້ອງປະຕິບັດວຽກງານຕ່າງໆ ທີ່ເປັນສ່ວນນຶ່ງຂອງໂຮງໝໍ ສ່ວນພະໄມ້ ແລະຮູບຖ່າຍນັ້ນ ກໍປະມູນໄດ້ ລາຄາສູງເປັນໝື່ນກວ່າ ຊຶ່ງງານຄ່ຳຄືນນັ້ນ ໄດ້ສ້າງທຶນ
ຮອນເປັນແສນໂດລ່າ ເພື່ອສົບທົບທຶນການສ້າງໂຮງພະຍາບານໃຫ້ເສັດສິ້ນ.
ງານຫາລາຍໄດ້ຂອງອົງການ "ເພື່ອນທີ່ໄຮ້ພົມແດນ" ເພື່ີອສ້າງໂຮງໝໍເດັກນ້ອຍໃນລາວ
ວັນນະສອນ ໄດ້ນຳພາຄະນະສິນລະປິນເຍົາວະຊົນຈາກອົງການມໍລະດົກລາວ ຈາກ
ນະຄອນຫຼວງວໍຊິງຕັນ ດີຊີ ເຂົ້າປະກອບສ່ວນສະແດງຟ້ອນແລະຫຼິ້ນດົນຕີພື້ນເມືອງ
ລາວ ຊຶ່ງໄດ້ສ້າງຄວາມຕື່ນຕາ ຕື່ນໃຈໃຫ້ແຂກຜູ້ເຂົ້າຮ່ວມງານເປັນຢ່າງດີ ຄອນນີ ວຽງທິສານ ແລະນາງເບ ມະນີວົງ ຊຶ່ງເປັນແມ່ຂອງພວກເດັກນ້ອຍລາວ ທີ່ໄດ້ຮ່ວມ
ສະແດງຄັ້ງນີ້ ກ່າວເຖິງຄວາມຮູ້ສຶກຂອງພວກເຂົາເຈົ້າໃນການປະກອບສ່ວນສະແດງ
ໃນຄັ້ງນີ້ ດັ່ງບົດສຳພາດຕໍ່ໄປນີ້:
ຄອນນີ ວຽງທິສານ
Your browser doesn’t support HTML5
ບົດສຳພາດ-Connie-Vienthisane-08May14
ເບ ມະນີວົງ ພ້ອມດ້ວຍລູກໆ
Your browser doesn’t support HTML5
ບົດສຳພາດເບ-ມະນີວົງ-08May14
ແຂກເຂົ້າຮວມໃນງານນັ້ນ ສ່ວນໃຫຍ່ຈະເປັນຊາວຕ່າງຊາດ
ແລະຍັງມີພາກສ່ວນນຶ່ງທີ່ເປັນຊາວເອເຊຍ ກໍໄດ້ມີການເຊື້ອເຊີນ
ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ປະຈຳອົງການສະຫະ
ປະຊາຊາດຂອງສປປ ລາວ ເຂົ້າຮ່ວມ ແຕ່ທ່ານບໍ່ສາມາດໄປຮ່ວມ ນອກຈາກແຂກທີ່ເປັນຊາວຕ່າງຊາດແລ້ວ ຍັງມີຜູ້ອຳນວຍການ
ຈາກອົງການ Legacy of War ຈັນນະພາ ຄຳວົງສາ ແລະ
ເພັນ ຫົງທອງ ນັກຂຽນປື້ມຄົວກິນອາຫານລາວ ກໍໄດ້ເຂົ້າຮ່ວມ
ແລະໃຫ້າພາດກັບ VOA ວ່າ:
ເພັນ ຫົງທອງ ນັກຂຽນປື້ມຄົວກິນອາຫານລາວ
Your browser doesn’t support HTML5
ບົດສຳພາດ-ເພັນ-ຫົງທອງ_08May14
ທ່ານ Kenro Izu ໂອ້ລົມກັບແຂກທີ່ເຂົ້າຮ່ວມໃນງານ
ທ່ານ Kenro ກ່າວມ້ວນທ້າຍກ່ອນຈົບການສຳພາດນີ້ວ່າ:
Your browser doesn’t support HTML5
ບົດສະຫຼຸບທ່ານKenro-08May14
...ທັງໝົດນີ້ ຈຶ່ງໄດ້ກາຍມາເປັນ ອົງການ ເພື່ອນທີ່ໄຮ້ພົມແດນ - "Friends Without A Border" ທີ່ຈະໄດ້ຊ່ອຍຊີວີດພວກເດັກນ້ອຍໃນລາວ ໃນອະນາຄົດຕໍ່ໄປໄດ້.
ຖ້າທ່ານໃດສົນໃຈແລະຢາກຮຽນຮູ້ກ່ຽວກັບໂຄງການດັ່ງກ່າວນີ້ ກະລຸນາຕິດຕໍ່ສອບຖາມເພີ້ມຕື່ມໄດ້ທີ່ link ຂ້າງລຸ່ມນີ້:
https://www.fwab.org/