ຈຳນວນຄົນເສຍຊີວິດ ໄດ້ເພີ້ມຂຶ້ນຢ່າງໜ້ອຍອີກ 8 ຄົນ ຍ້ອນແຜ່ນດິນໄຫວທີ່ໄດ້ກະທົບຢູ່ໃນເຂດຊາຍແດນຂອງ ເທີກີ ແລະຊີເຣຍ ໃນວັນຈັນມື້ຊືນນີ້ ສອງອາທິດຫຼັງຈາກທີ່ເກີດແຜ່ນດິນໄຫວຂະໜາດໃຫຍ່ ທີ່ໄດ້ເຮັດໃຫ້ປະຊາຊົນ 45,000 ຄົນເສຍຊີວິດ.
ແຜ່ນດິນໄຫວຂອງວັນຈັນຜ່ານມານີ້ ມີຄວາມແຮງ 6.4 ແລະຈຸດສູນກາງ ແມ່ນຢູ່ໃນເມືອງແດັຟເນ (Defne) ໃນແຂວງຮາເຕ ຂອງເທີກີ ເຊິ່ງເປັນພື້ນທີ່ທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ ໂດຍແຜ່ນດິນໄຫວເມື່ອວັນທີ 6 ກຸມພາ.
ຊາວຊີເຣຍ ລໍຖ້າເພື່ອຂ້າມເຂົ້າໄປໃນຊີເຣຍ ຈາກເທີກີ ຢູ່ທີ່ ປະຕູດ່ານຂ້າມຊາຍແດນ ຊີລເວໂກຊູ (Cilvegozu), ໃກ້ກັບເມືອງ ອານຕາເກຍ (Antakya), ຢູ່ທາງພາກຕາເວັນອອກສຽງໃຕ້ຂອງເທີກີ, ວັນທີ 21 ກຸມພາ 2023.
ແຜ່ນດິນໄຫວຄັ້ງໃໝ່ນີ້ ໄດ້ຮູ້ສຶກຢູ່ໃນຫຼາຍປະເທດ ທີ່ລວມມີ ຊີເຣຍ ຈໍແດັນ ເລບານອນ ແລະອີຈິບ ແລະຕິດຕາມມາດ້ວຍແຜ່ນດິນໄຫວທີ່ມີຄວາມແຮງ 5.8.
“ໃນທັນທີທັນໃດນັ້ນ ຕຶກໄດ້ສັ່ນສະເທືອນ. ໃນທັນທີເລີຍ ຂ້ອຍແລ່ນລົງຂັ້ນໄດຈາກຊັ້ນທີສອງ. ມັນໄດ້ສັ່ນສະເທືອນແຮງຫຼາຍ. ມັນໂສກເສົ້າຫຼາຍ” ທ້າວອາເມັດ ກີລິກ ພົນລະເມືອງກາຊຽນເທບ ໄດ້ກ່າວຕໍ່ວີໂອເອພະແນກພາສາເທີກີ.
ລາວໄດ້ກ່າວອີກວ່າ ລາວຢ້ານທີ່ຈະກັບຄືນໄປເຮືອນຂອງລາວ ເພາະວ່າ ລາວອາໄສຢູ່ພຽງລຳພັງ.
ປະຊາຊົນໃນເມືອງກາຊຽນເທບອີກຄົນນຶ່ງ ທ້າວຊີເນັບ ດີວີສີ ໄດ້ກ່າວຕໍ່ວີໂອເອ ວ່າ ລາວຫາກໍໄດ້ກັບຄືນໄປເຮືອນຂອງລາວ ຫຼັງຈາກແຜ່ນດິນໄຫວເມື່ອວັນທີ 6 ກຸມພາ.