ພັກສັງຄົມນິຍົມ ຂອງລັດຖະບານຝຣັ່ງ ໄດ້ຮັບການປາໄຊ ຢ່າງໃຫຍ່ ໃນການເລືອກຕັ້ງ ສະພາທ້ອງຖິ່ນ

ທ່ານນາງ Marine Le Penຫົວໜ້າພັກນິຍົມຂວາຈັດ ຖະແຫລງ ຕໍ່ກອງປະຊຸມນັກຂ່າວ ຫຼັງຈາກໜ່ວຍປ່ອນບັດອັດລົງ ທີ່ເມືອງ Nanterre,ໃກ້ກັບນະຄອນຫຼວງປາຣີ, ວັນທີ 29 ມີນາ 2015.

ພັກ​ສັງຄົມ​ນິຍົມຂອງ​ລັດຖະບານ​ຝຣັ່ງ​ຊຸດ​ປັດຈຸບັນ ​ແລະ​ທ່ານ
Francois Hollande ຜູ້ນຳ​ພັກ​ດັ່ງກ່າວ ​ໄດ້​ເສຍ​ໄຊ​ຢ່າງ​ເດັດ
ຂາດ​ ໃນ​ການ​ເລືອກ​ຕັ້ງ​ສະພາທ້ອງ​ຖິ່ນ ​ໃນ​ວັນ​ອາທິດ​ວານ​ນີ້ ​
ໃຫ້​ແກ່​ພັກ​ນິຍົມ​ແນວທາງ​ເດີມ ​ຫຼື UMP ພາຍ​ໃຕ້​ການ​ນຳພາ​
ຂອງ​ອະດີດ​ປະທາ​ນາ​ທິບໍດີ Nicolas Sarkozy ​ແລະ​ພັກ​
ແນວ​ໂຮມ​ແຫ່ງ​ຊາດ​ນິຍົມ​ຂວາ​ຈັດ ຫຼື FN ທີ່​ມີ​ນະ​ໂຍບາຍ​ຕໍ່​
ຕ້ານ​ຄົນ​ເຂົ້າ​ເມືອງ ​ແລະ​ຕໍ່ຕ້ານ​ສາສະໜາ​ອິສລາມ​ນັ້ນ.

​ຜູ້ມີ​ສິດເລືອກ​ຕັ້ງ ​ໄດ້​ພາກັນປ່ອນ​ບັດ ​ເອົາ​ປະຊາຊົນ 4108
ຄົນເຂົ້າ ນັ່ງ​ຢູ່​ໃນ​ສະພາ​ປົກຄອງ​ທ້ອງ​ຖິ່ນ 98 ​ແຫ່ງ ​ໃນ​ທົ່ວ​
ປະ​ເທດ.

ພັກ​ສັງຄົມ​ນິຍົມ ​ເສຍ​ບ່ອນ​ນັ່ງ​ປະມານ​ເຄິ່ງໜຶ່ງ ​ໃຫ້​ພັກ​ນິຍົມ​ແນວທາງ​ເດີມ UMP ຊື່​ງ​ເປັນ
ການ​ເປີດ​ໂອກາດ​ໃຫ້​ທ່ານSarkozy ໄດ້​ທຳ​ການ​ໂຄສະນາ​ຫາ​ສຽງ​ ​ເພື່ອ​ພະຍາຍາມ​ເຂົ້າ​
ແຂ່ງຂັນ​ໃນ​ການ​ເລືອກ​ຕັ້ງ​ປະທານາ​ທິບໍດີ​ ອີກ​ຄັ້ງ​ນຶ່ງ ໃນ​ປີ 2017 ນັ້ນ.

ທ່ານ Nicolas Sarkozy ປະທານ​ພັກ UMP ກ່າວ​ວ່າ “​ຜ່ານ​ການ​ລົງ​ຄະ​ແນນ​ນສຽງ
​ຂອງ​ເຂົາ​ເຈົ້າ ປະຊາຊົນ​ຝຣັ່ງ​ໄດ້​ປະຕິ​ເສດ​ຢ່າງຂະໜານ​ໃຫຍ່ ​ຕໍ່​ນະ​ໂຍບາຍ​ຂອງ​ທ່ານ Francois Hollande ​ແລະ ລັດຖະບານ​ຂອງ​ທ່ານ. ການ​ປະຕິ​ເສດ​ດ້ວຍ​ຄວາມ​ເຄົາ
ລົບ​ນັບຖື​ຕໍ່​ອຳນາດ​ປົກຄອງ ​ແມ່ນບໍ່​ສາມາດ​ໂຕ້​ແຍ້​ງ​ໄດ້. ບໍ່​ເຄີຍ​ມີ​ຈັກ​ເທື່ອ ​ທີ່​ພັກ​ທີ່​ມີສຽງ
ຂ້າງ​ຫຼາຍ ຈະ​ເສຍ​ບ່ອນ​ນັ່ງ​ຫລາຍ​ປານ​ນີ້ໃນ​ສະພາທ້ອງ​ຖິ່ນ. ບໍ່​ເຄີຍ​ມີ​ຈັກ​ເທື່ອ​ ທີ່ລັດຖະ
ບານ​ທີ່ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ ຈະ​ໄດ້​ຮັບ​ການ​ທ້າທາຍ​ແລະ​ປະຕິ​ເສດເຊັ່ນ​ນີ້. ບໍ່​ມີ​
ຈັກ​ເທື່ອ​ທີ່​ພັກ​ການ​ເມືອງນຶ່ງ​ຈະ​ໄດ້​ຮັບ​ຄວາມ​ລົ້ມ​ແຫລວ​ໃນ​ທຸກ​ລະດັບ​ເຊັ່ນ​ນີ້.”

ພັກ​ແນວ​ໂຮມ​ແຫ່ງ​ຊາດ ​ຫຼື FN ບໍ່​ໄດ້​ຊະນະ​ບ່ອນ​ນັ່ງ​ທັງ​ໝົດ​ໃນ​ສະພາ​ທ້ອງ​ຖິ່ນ ​ແຕ່​ພວກ​ສະ​ໝັກ​ຫຼາຍ​ສິບ​ຄົນ​ໃນ​ທົ່ວ​ປະ​ເທດ ​ໄດ້​ຊະນະ​ບ່ອນນັ່ງ​ຢູ່​ໃນ​ສະພາ​ທ້ອງ​ຖິ່ນ. ​ໄຊຊະນະ​ຂອງ​ພັກ FN ຖືກ​ເຫັນ​ວ່າ​ເປັນການ​ເລີ້ມ​ຕົ້ນ​ຂອງ​ການ​ສະໜັບສະໜຸນ​ລະດັບ​ຮາກ​ຫຍ້າ ສຳລັບ​ການ​ໂຄສະ​ນາ​ຫາ​ສຽງ​ເລືອກ​ຕັ້ງ​ປະທານາທິບໍດີ​ ຂອງ​ຜູ້ນຳ​ຂອງ​ກຸ່ມ ຄືທ່ານ​ນາງ Marine Le Pen ທີ່​ກ້າ​ປ​າກກ້າເວົ້າ​ອອກ​ມາ​ຢ່າງ​ເປີດ​ເຜີຍ​ ກ່ຽວ​ກັບ​ທັດສະນະ​ຂອງ​ທ່ານ​ນາງທີ່​ຕໍ່ຕ້ານ​ຄົນ​ອົບ​ພະຍົບ​ເຂົ້າ​ເມືອງ ​ແລະ​ການ​ຮວມ​ເອົາ​ສາສະໜາ​ອິສລາມ​ເຂົ້າ​ໃນ​ສັງຄົມ​ຝຣັ່ງນັ້ນ.

ນາຍົກລັດຖະມົນຕີ Manuel Valls ຍອມຮັບ​ຮູ້​ ການ”ປາ​ໄຊ” ສຳຫລັບ​ພັກ​ສັງຄົມ​ນິຍົມ
ແລະ​ກ່າວ​ວ່າ ​ໄຊຊະນະ​ຂອງພັກ​ນິຍົມ​ຂວາ​ຈັດ ຫຼື FN ​ແມ່ນ “ສູງ​ໂພດ”.

ທ່ານ Valls ກ່າວ​ຕື່ມ​ວ່າ ຝຣັ່ງ​ໄດ້​ປະກາດ “ຄວາມ​ໂກດ​ແຄ້ນ​ຂອງ​ຕົນ​ຕໍ່​ຊີວິດ​ປະຈຳ​ວັນ
ທີ່​ລຳບາກໂພດ”
​ແລະ​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະ “ດຳ​ເນີນຄວາມ​ພະຍາຍາມ​ຕ່າງໆ​ຂອງ​ລັດຖະບານ​ ເພີ້​ມຂຶ້ນ​ເປັນສອງ​ເທົ່າ” ເພື່ອຮື້​ຟື້ນ​ເສດຖະກິດ​ຝຣັ່ງຄືນ​ມາ ຊຶ່ງ​ເປັນເສດຖະ
ກິດ​ທີ່​ໃຫຍ່​ອັນ​ດັບ​ສອງ ​ໃນ​ເຂດ​ທີ່​ໃຊ້​ເງິນ​ຢູ​ໂຣນັ້ນ.

Your browser doesn’t support HTML5

France Elections