ພວກປະທ້ວງໃນຝຣັ່ງ ແມ່ນຄາດວ່າ ຈະສືບຕໍ່ປະທ້ວງ ໃນວັນອັງຄານມື້ນີ້ ເພື່ອຕໍ່ຕ້ານການຂຶ້ນລາຄານ້ຳມັນ ທີ່ພົວພັນກັບນະໂຍບາຍສະພາບແວດລ້ອມຂອງລັດຖະບານ.
ມີຜູ້ຄົນປະມານ 20,000 ຄົນ ໄດ້ອອກໄປໂຮມຊຸມນຸມກັນ ໃນວັນຈັນວານນີ້ ເພື່ອຕັນທາງເຂົ້າສາງເກັບນ້ຳມັນ, ຖະໜົນຫົນທາງ ແລະປ້ຳນ້ຳມັນຕ່າງໆ.
ມີຜູ້ຄົນປະມານ 300,000 ຄົນ ພາກັນປະທ້ວງ ໃນວັນເສົາຜ່ານມານີ້ ແລະ ພວກທີ່ຈັດການປະທ້ວງ ອີກຄັ້ງນຶ່ງ ໄດ້ຮຽກຮ້ອງໃຫ້ມີການປະທ້ວງໃຫຍ່ ໃນວັນທີ 24 ພະຈິກ ຖ້າຫາກວ່າລັດຖະບານ ຂອງປະທານາທິບໍດີຝຣັ່ງ ເອັມມານູແອລ ມາກຣົງ ບໍ່ຕົກລົງ ທີ່ຈະຍົກເລີກການຂຶ້ນພາສີ ທີ່ກຳລັງຈະເລີ້ມເກັບ ຊຶ່ງຈະເຮັດໃຫ້ລາຄາທີ່ສູງຢູ່ແລ້ວນັ້ນ ຍິ່ງສູງກວ່າເດີມ ໃນອີກຫຼາຍປີຕໍ່ໜ້າ.
ພວກປະທ້ວງ ຍັງໄດ້ສະແດງຄວາມບໍ່ພຶງພໍໃຈກ່ຽວກັບສະພາບການທົ່ວໄປຂອງ ເສດຖະກິດຝຣັ່ງ ແລະຄວາມຄິດທີ່ວ່າຄອບຄົວທັງຫຼາຍມີອຳນາດໜ້ອຍລົງໃນການຈັບຈ່າຍໃຊ້ສອຍ ໃນຄົວເຮືອນຂອງນັ້ນ. ພວກວິເຄາະບາງທ່ານ ໄດ້ຕັ້ງຊື່ໃຫ້ທ່ານມາກຣົງວ່າ ເປັນ “ປະທານາທິບໍດີຂອງພວກຮັ່ງມີ.”
ແຕ່ວ່າ ລັດຖະບານຂອງທ່ານ ບໍ່ຍອມອ່ອນຂໍ້. ນາຍົກລັດຖະມົນຕີ Edouar Phillippe ໄດ້ກ່າວໃນວັນອາທິດຜ່ານມານີ້ວ່າ ໃນຂະນະທີ່ທ່ານໄດ້ຍິນຄວາມໂກດແຄ້ນຂອງພວກປະທ້ວງ, ນະໂຍບາຍທັງຫຼາຍ ຈະບໍ່ປ່ຽນແປງ.
ຕຳຫຼວດ ໄດ້ກວດລ້າງ ສະຖານທີ່ຊຸມນຸມປະທ້ວງບາງເຂດ ໃນວັນຈັນວານນີ້.
ມີນຶ່ງຄົນ ໄດ້ເສຍຊີວິດ ໃນການປະທ້ວງທີ່ ຫຼັງຈາກໄດ້ຖືກລົດຕຳ ໂດຍຄົນຂັບລົດທີ່ຕື່ນຕົກໃຈນັ້ນ. ມີຜູ້ຄົນຫຼາຍກວ່າ 500 ຄົນ ໄດ້ຮັບບາດເຈັບ.