ຝຣັ່ງກ່າວວ່າ ການຖອນທະຫານ ຂອງຝຣັ່ງ ຈະມີການປະສານງານ ກັບເນໂຕ້

ປະທານາທິບໍດີ Francois Hollande ເດີນທາງໄປຢ້ຽມຢາມກໍາລັງທະ ຫານຝຣັ່ງ ທີ່ເມືອງ Nijab ຫລັງຈາກນັ້ນທ່ານໄດ້ພົບປະກັບປະທານາທິ ບໍດີ Hamid Kazai ໃນວັນສຸກມື້ນີ້ ທີ່ກຸງ Kabul

ປະທານາທິບໍດີຝຣັ່ງ ທ່ານ Francois Hollande ​ກ່າວ​ວ່າ ການ​ຖອນ​ກໍາລັງ
ທະ​ຫານທີ່ໃກ້​ຈະ​ມີ​ຂຶ້ນ ຂອງປະ​ເທດ​ທ່ານ ອອກ​ຈາກອັ​ຟກາ​ນິສຖານນັ້ນ ຈະ​ມີ
​ການປະສານ​ງານຢ່າງ​ໃກ້ຊິດ ກັບອັຟກາ​ນິສຖານ ​ແລະ​ປະ​ເທດພັນທະ​ມິດ​ເນ​ໂຕ້
ອື່ນໆ. ​

ທ່ານ Hollande ​ທີ່​ເດີນທາງ​ໄປຢ້ຽມຢາມອັ​ຟກາ​ນິສຖານ ​ໂດຍ​ບໍ່​ໄດ້​ປະກາດ
​ໃຫ້​ຊາບ​ລ່ວງ​ໜ້າ ໄດ້​ສົນທະນາ​ກັບ​ບັນດາ​ທະຫານ​ຝຣັ່ງທີ່​ປະ​ຈໍາ​ການ​ຢູ່​ຖານ​
ທັບແຫ່ງ​ນຶ່ງ​ທີ່​ເມືອງ Nijrab ໃນແຂວງ Kapisa ທາງ ພາກ​ຕາ​ເວັນ​ອອກ​ຂອງ
ອັຟກາ​ນິສຖານ.

ທ່ານ​ໄດ້​ເດີນ​ທາງໄປເຖິງນະຄອນຫຼວງ Kabul ​ໃນ​ຕອນ​ເຊົ້າ​ວັນ​ສຸກ ມື້ນີ້
ຕິດຕາມດ້ວຍ​ລັດຖະມົນ​ຕີ​ການ​ຕ່າງປະ​ເທດ ທ່ານ Laurent Fabius ​ແລະ​
ລັດຖະມົນ​ຕີ​ປ້ອງ​ກັນ​ປະ​ເທດ ທ່ານ Jean-Yves Le Drian.

ຜູ້​ນໍາ​ຝຣັ່ງທີ່​ຖືກ​ເລືອກ​ໃໝ່ທ່ານ​ນີ້ ມີ​ໝາ​ຍກຳໜົດທີ່​ຈະ​ພົບ​ກັບປະທານາທິບໍດີ
ອັຟກາ​ນິສຖານ ​ທ່ານ Hamid Kazai ​ເພື່ອ​ສົນທະນາ​ກ່ຽວກັບການ​ຖອນ​
ທະຫານ​ຝຣັ່ງ ອອກ​ຈາກອັຟກາ​ນິສຖານ ກ່ອນ​ກໍາໜົດ.

ທ່ານ​ Hollande ​ໄດ້​ກ່າວວ່າ ທ່ານມີ​ແຜນການ​ຈະ​ຖອນ​ທະຫານພາຍໃນ​
ທ້າຍ​ປີ​ນີ້ ​ແທນ​ທີ່​ຈະເປັນ​ປີໜ້າ ດັ່ງ​ທີ່​ຜູ້​ນໍາ​ຄົນ​ກ່ອນ​ ທ່ານ Nicolas
Sazkozy ​ໄດ້​ວາງ​ແຜນ​ເອົາ​ໄວ້ນັ້ນ.

​ຝຣັ່ງ ມີ​ທະ​ຫານ 3.300 ຄົນ​ ຢູ່​ໃນອັຟກາ​ນິສຖານ.

​ກໍາລັງ​ສູ້​ລົບຂອງຕ່າງປະ​ເທດ​ທັງ​ໜົດ ມີ​ກໍາໜົດທີ່​ຈະ​ຖອນ​ອອກ​ຈາກ
ອັ​ຟກາ​ນິສຖານ ​ໃນ​ທ້າຍ​ປີ 2014​ ທີ່​ຈະ​ມາ​ເຖິງ​ນີ້.

​ໃນ​ຂະນະ​ດຽວ​ກັນ ລະ​ເບີດ​ໄດ້​ແຕກ​ຂຶ້ນຢູ່​ໃນ​ສາມ​ແຂວງ​ຂອງອັຟກາ​ນິສຖານ
​ໃນ​ວັນ​ສຸກ​ມື້ນີ້ ​ເຮັດ​ໃຫ້​ມີ​ຜູ້ເສຍຊີວິດ ສາມ​ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັ​ບ​ 9 ຄົນ.