ປະທານາທິບໍດີ ກາບົງ ຄັດຄ້ານ ຂໍ້ສະເໜີ ການນັບຄະແນນສຽງຄືນ ຂອງ EU

ປະຊາຊົນເຕົ້າໂຮມກັນຢູ່ນອກສານ Palais de Justice ໃນເມືອງ Libreville. 5 ກັນຍາ, 2016, ເພື່ອລໍຖ້າຟັງຂ່າວ ກ່ຽວກັບ ພີ່ນ້ອງຂອງພວກເຂົາເຈົ້າ ຜູ້ທີ່ຖືກຈັບຫຼັງຈາກການກໍ່ຈະລາຈົນ ຫຼັງການເລືອກຕັ້ງ ເຊິ່ງມີ 3 ຄົນເສຍຊີວິດ ແລະ 105 ຄົນໄດ້ຮັບບາດເຈັບ.

ປະທານາທິບໍດີ ປະເທດ ກາບົງ ທ່ານ Ali Bongo ຜູ້ທີ່ໄດ້ຖືກກ່າວຫາໂດຍບັນດານັກການ ເມືອງຝ່າຍກົງການຂ້າມ ກ່ຽວກັບ ການສໍ້ໂກງ ຄະແນນສຽງ, ໄດ້ຢືນຢັນການຮຽກຮ້ອງ ຕ່າງໆໃນວັນພຸດມື້ນີ້ ສຳລັບການນັບຄະແນນສຽງຄືນ​ໃໝ່ໃນການເລືອກຕັ້ງປະທານາທິບໍ ດີ, ໂດຍກ່າວວ່າ ທ່ານບໍ່ມີອຳນາດທີ່ຈະອອກຄຳສັ່ງ.

ບັນດາຜູ້ສັງເກດການ ສະຫະພາບ ຢູໂຣບຫຼື EU ໃນ ກາບົງ ໄດ້ກ່າວວ່າ ມັນໄດ້ມີ “ຄວາມ ຜິດປົກກະຕິຢ່າງເຫັນໄດ້ຊັດ” ກ່ຽວ​ກັບ​ຜົນການເລືອກຕັ້ງ ທີ່ໄດ້ສະແດງໃຫ້ເຫັນວ່າ ທ່ານ ບົງໂກ ໄດ້ເອົາຊະນະຂູ່ແຂ່ງຂັນທ່ານ Jean Ping ຢ່າງຫວຸດຫວິດ.

ຜູ້ສັງເກດການ EU ທີ່ປະຕິບັດພາລະກິດໃນ ກາບົງ ​ໄດ້​ຕັ້ງຄຳ​ຖາມ ກ່ຽວ​ກັບ ​ຜົນ​ການ​ນັບ ຄະແນນຈາກຕອນເໜືອຂອງແຂວງ Ogooue, ເຊິ່ງເປັນຖານທີ່ໝັ້ນຂອງທ່ານ Bongo ບ່ອນທີ່ ປະທານາທິບໍດີ ຜູ້ທີ່ດຳລົງຕຳແໜ່ງຢູ່​ໃນ​ເວລາ​ນີ້ ໄດ້ຊະນະຢ່າງເປັນທາງການ ດ້ວຍຄະແນນ 95 ເປີເຊັນຂອງຄະແນນສຽງທັງ​ໝົດ ຖ່າມກາງຜູ້ທີ່ໄດ້ອອກມາລົງຄະແນນ ສຽງ 99 ເປີເຊັນ. ຝ່າຍກົງກັນຂ້າມໄດ້ກ່າວວ່າ ການນັບຄະແນນສຽງໃນແຂວງດັ່ງກ່າວ ແມ່ນ ສູງຜິດປົກກະຕິ.

ປະທານາທິບໍດີ ກາບົງ ທ່ານ Ali Bongo ກ່າວຄຳປາໄສຕໍ່ບັນດານັກຂ່າວທີ່ ສວນອຸດທະຍານແຫ່ງ ຊາດ ໄນໂຣບີ, ໃກ້ກັບນະຄອນຫຼວງ ໄນໂຣບີ, ເຄັນຢາ. 30 ເມສາ 2016.

ໃນຖະແຫຼງການສະບັບໜຶ່ງ​ເມື່ອວັນອັງຄານວານນີ້, ຄະນະທູດ EU ໄດ້ເນັ້ນວ່າ ຈຳນວນ ຜູ້ອອກມາລົງຄະແນນສຽງ ແມ່ນຕ່ຳກວ່ານັ້ນຢ່າງຫຼວງຫຼາຍໃນ 8 ແຂວງອື່ນໆຂອງ ກາບົງ, ສະເລ່ຍແລ້ວແມ່ນປະມານ 48 ເປີເຊັນໃນທົ່ວປະເທດເທົ່ານັ້ນ.

ພວກເຂົາເຈົ້າໄດ້ກ່າວວ່າ “ໃນການວິເຄາະຕົວເລກຂອງຜູ້ທີ່ບໍ່ໄດ້ລົງຄະແນນສຽງ ແລະ ບັດຄະແນນເປົ່າ ແລະ ບັດເສຍ ໄດ້ເປີດເຜີຍຄວາມຜິດປົກກະຕິຢ່າງຊັດເຈນຂອງຜົນ ການ​ນັບ​ຄະແນນສຽງ​ຂັ້ນສຸດທ້າຍ ທີ່​ຕອນເໜືອຂອງແຂວງ Ogooue. ຄວາມຖືກຕ້ອງ ຂອງຜົນຄະແນນຊົ່ວຄາວໃນແຂວງນີ້ ແມ່ນມີຄຸນນະພາບທີ່ຕ່ຳ.”

ຫົວໜ້າຄະນະທູດ EU ໄດ້ກ່າວຢ້ຳ​ເຖິງການຮຽກຮ້ອງ​ໃຫ້ບັນເຈົ້າໜ້າທີ່ ກາບົງ ເປີດເຜີຍ ຜົນການ​ນັບຄະແນນຈາກທຸກໆໜ່ວຍເລືອກຕັ້ງໃນທົ່ວປະເທດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ