ນາຍົກລັດຖະມົນຕີຝຣັ່ງ ທ່ານ Manuel Valls ໄດ້ເຂົ້າຮ່ວມກັບປະເທດອື່ນໆ ອອກຄວາມເຫັນສະແດງຄວາມເປັນຫວ່ງເປັນໃຍ ກ່ຽວກັບການບໍ່ລົງຮອຍກັນໃນການເລືອກຕັ້ງປະທານາທິບໍດີເມື່ອໄວໆມານີ້ຂອງ Gabon.
ໃນການໃຫ້ສຳພາດກັບສະຖານີວິທະຍຸຝຣັ່ງ ໃນວັນອັງຄານມື້ນີ້ ທ່ານ Valls ໄດ້ກ່າວວ່າ ປະເທດດັ່ງກ່າວ ຄວນຈະຈັດໃຫ້ມີການນັບບັດເລືອກຕັ້ງຄືນໃໝ່ ຫຼັງຈາກທີ່ຝ່າຍຄ້ານ ໄດ້ກ່າວຫາວ່າ ມີການສໍ້ໂກງຄະແນນສຽງກັນ.
ປະທານາທິບໍດີ Ali Bongo ຂອງ Gabon ຖະແຫຼງຕໍ່ ພວກນັກຂ່າວ ໃນ ສວນສາທາລະນະແຫ່ງຊາດ Nairobi, ເຄັນຢາ, 30 ເມສາ, 2016.
“ມັນມີການໂຕ້ຖຽງກັນແລະມີການສົງໄສ. ພວກສັງເກດການຢູໂຣບຢູ່ໃນປະເທດທີ່ໄດ້ພາກັນຕຳນິຕິຕຽນໃນພື້ນຖານຂອງຈຸດປະສົງທີ່ວ່ານີ້. ມັນຈະເປັນການດີກວ່າ ທີ່ຈະມີການນັບຄະແນນສຽງຄືນໃໝ່, ຊຶ່ງທ່ານ Valls ໄດ້ບອກກັບສະຖານີວິທະຍຸ RTL ຂອງຝຣັ່ງ.”
ຄະນະກຳມະການການເລືອກຕັ້ງໃນ Garbon ໃນສັບປະດາຜ່ານມານີ້ ໄດ້ປະກາດວ່າປະທານາທິບໍດີ Ali Bongo ໄດ້ຊະນະຜູ້ນຳຝ່າຍຄ້ານ ທ່ານ Jean Ping ປະມານ 5 ພັນສຽງເທົ່ານັ້ນ ທີ່ຍັງຜົນໃຫ້ມີການປະທ້ວງເກີດຂຶ້ນ ແລະເກີດຄວາມຮຸນແຮງຕາມ ຖະໜົນຫົນທາງ ທີ່ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງນ້ອຍ 6 ຄົນ.
ຜູ້ນຳຂອງຝ່າຍຄ້ານ ທ່ານ Jean Ping ໄປເຖິງເມືອງ Libreville, 28 ສິງຫາ, 2016.
ທ່ານ Saraphin Moundounga ລັດຖະມົນຕີກະຊວງຍຸຕິທຳ Gabon ໄດ້ລາອອກ
ຍ້ອນ ການຂັດແຍ້ງກັນ ກ່ຽວກັບການເລືອກເອົາທ່ານ Bongo ເຂົ້າຮັບຕຳແໜ່ງຕື່ມອີກ ທີ່ກາຍມາເປັນເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານຜູ້ທຳອິດ ທີ່ໄດ້ລາອອກ ນັບຕັ້ງແຕ່ໄດ້ ມີການລົງຄະແນນສຽງ.
ທ່ານ Moundounga ໄດ້ບອກກັບ ສະຖານີວິທະຍຸຝຣັ່ງນາໆຊາດ ໃນວັນຈັນຜ່ານມານີ້ວ່າ ລັດຖະບານ ບໍ່ໄດ້ສະໜອງຕອບຕໍ່ຄວາມເປັນຫວ່ງ ກ່ຽວກັບຄວາມຈຳເປັນໃນການສັນຕິ ພາບ ທີ່ພາໃຫ້ທ່ານຕັດສິນໃຈ ທີ່ລາອອກຈາກຕຳແໜ່ງນັ້ນ.