ອະດີດ ປ. ຝຣັ່ງ Nicolas Sarkozy ຊະນະຕຳແໜ່ງຜູ້ນຳພັກ UMP

ອະດີດປະທານາທິບໍດີຝຣັ່ງ ທ່ານ Nicolas Sarkozy ອອກຈາກສຳນັກງານໃຫຍ່ຂອງທ່ານ ທີ່ປາຣີ, ວັນທີ 29 ພະຈິກ 2014.

ອະດີດ​ປະທານາທິບໍດີ​ຝຣັ່ງ ທ່ານ Nicolas Sarkozy ​ໄດ້​ຊະ
ນະ​ຕຳ​ແໜ່​ງ​ຜູ້ນຳ​ພາ​ ຂອງພັກຈາຮີດນິຍົມ UMP ອັນ​ເປັນ​
ບາດກ້າວ​ທີ່ສຳຄັນອັນ​ນຶ່ງ​ ໄປ​ສູ່​ການທີ່​ອາດ​ຈະ​ໄດ້ເປັນຜູ້​ສະ
ໝັກເລືອ​ກຕັ້ງ​ປະທານາທິບໍດີ ​ອີກ ໃນ​ປີ 2017​.

ບັນດາ​ເຈົ້າ​ໜ້າ​ທີ່​ພັກກ່າວ​ວ່າ ທ່ານ Sarkozy ​ໄດ້​ຮັບ​ສຽງ​ສະ
ໜັບສະໜຸນ 64.5 ​ເປີ​ເຊັນ ຂອງ​ບັດທີ່​ປ່ອນ​ທັງ​ໝົດ. ພວກ​ນັກ
ວິ​ເຄາະ​ບາງ​ຄົນ​ກ່າວ​ວ່າ ທ່ານ​ໄດ້​ຊະນະໂດຍ​ໄດ້ສຽງ​ສະໜັບ
ສະ​ໜຸນໜ້ອຍ​ກວ່າທີ່​ຄາດ​ຫວັງ​ໄວ້.

​ໃນ​ປີ 2004 ທ່ານ​ໄດ້ຮັບສຽງ​ສະໜັບສະໜຸນເຖິງ 85 ​ເປີ​ເຊັນ​
ຂອງ​ການ​ລົງ​ຄະ​ແນນ​ສຽງ ​ແລະ​ໄດ້​ກາຍ​ເປັນ​ຜູ້ນຳ​ຂອງ​ພັກ​ສະຫະພັນ​ເພື່ອ​ຂະ​ບວນການ
ປະຊາຊົນ ​ຫຼື UPM ​ແລະ​ໄດ້​ຊະນະ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຂອງຝຣັ່ງ ​ໃນ​ເວລາ
3 ປີ​ຕໍ່​ມາ.

ທ່ານ Sarkozy ​ເສຍ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ໃຫ້​ທ່ານ Fran​cois Hollande ​ໃນ
ປີ 2012 ສ່ວນ​ນຶ່ງ​ເປັນ​ຍ້ອນ​ອັດຕາ​ຄົນ​ຫວ່າງ​ງານ​ສູງ​ຂຶ້ນ ​ແລະ​ມາດ​ຕະການ​ທີ່​ຄົນບໍ່ນິຍົມ
ຂອງ​ທ່ານ​ກ່ຽວ​ກັບ​ການ​ຂຶ້ນ​ອາຍຸ​ປີ​ການ​ອອກ​ກິນ​ເບ້ຍ​ບຳນານ​ ​ເປັນ 62 ປີ​. ໃນເວລາ​ນັ້ນ
ທ່ານ Sarkozy ​ໃຫ້ຄຳ​ໝັ້ນ​ສັນຍາວ່າ ຈະອອກ​ຈາກ​ການ​ເມືອງຖ້າ​ບໍ່​ຊະນະ ​ແຕ່​ກໍໃຫ້ສັນ
ຍາວ່າ ຈະ​ຮັບ​ໃຊ້​ປະ​ເທດ​ຊາດ ດ້ວຍ​ວິທີ​ຕ່າງ​ກັນ.

ການ​ຢັ່ງ​ຫາງ​ສຽງ​ປະຊາຊົນ​ຫວ່າງ​ໄວໆ​ມາ​ນີ້ ກ່າວ​ວ່າ ຄວາມ​ນິຍົມຂອງ​ປະທາ​ນາ​ທິບໍດີ Hollande ​ໄດ້​ຕົກລົງ ​ໃນ​ຂະນະ​ທີ່​ອັດຕາ​ຄົນ​ຫວ່າງ​ງານ​ສືບ​ຕໍ່ສູງ​ຂຶ້ນ. ທ່ານ Hollande ​
ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ໄວ້​ວ່າ ຈະ​ອອກ​ຈາກ​ຕຳ​ແໜ່​ງຂອງ​ທ່ານ​ໃນ​ປີ 2017 ​ແລະ​ຈະ​ປັບປຸງ
ຝຣັ່ງ​ໃຫ້​ທັນ​ສະ​ໄໝ ສົ່ງ​ເສີມ​ການເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ ​ແລະ​ປົກ​ປັກ​ຮັກສາໂຕ​ແບບ
ສັງຄົມນິຍົມ​ຂອງ​ຝຣັ່ງໄວ້.

Your browser doesn’t support HTML5

francepol30november14