ປະທານາທິບໍດີ Francois Hollande ແຫ່ງປະເທດຝຣັ່ງ
ກຳລັງພົບປະກັບຄະນະລັດຖະບານຂອງທ່ານໃນວັນຈັນມື້ນີ້
ໃນຂະນະທີ່ຝຣັ່ງເພ່ງເລັງໃສ່ການເອົາມາດຕະການຕ່າງໆ
ດ້ານຄວາມປອດໄພ ຫຼັງຈາກການໂຈມຕີທີ່ອັນຕະລາຍເຖິງ
ຕາຍຂອງພວກກໍ່ການຮ້າຍໃນນະຄອນຫຼວງປາຣີໃນສັບປະ
ດາແລ້ວນີ້.
ຝຣັ່ງ ເພີ້ມການຮັກສາ ຄວາມປອດໄພ
ປະຊາຄົມນາໆຊາດ ໄດ້ສະເໜີໃຫ້ການສະໜັບສະໜຸນທີ່ຫລັ່ງໄຫຼມາ ນັບຕັ້ງແຕ່ພວກມືປືນໄດ້ສັງຫານປະຊາຊົນ 17 ຄົນໃນຊ່ວງເວລາ 3 ມື້ໃນນະຄອນຫຼວງຂອງຝຣັ່ງນັ້ນ.
ບັນດາຜູ້ນຳຂອງໂລກຫຼາຍກວ່າ 40 ທ່ານໄດ້ໄປຮ່ວມກັບທ່ານ Hollande ພ້ອມກັບພວກປະຊາຊົນຈຳນວນ 1 ລ້ານ 6 ແສນຄົນປະກອບສ່ວນໃນການໂຮມຊຸມນຸມຄັ້ງໃຫຍ່ເພື່ອສະແດງຄວາມເປັນນ້ຳນຶ່ງໃຈດຽວກັນໃນວັນອາທິດວານນີ້ທີ່ປາຣີ.
ກຸ່ມຜູ້ນຳເຫຼົ່ານີ້ ແມ່ນຮວມທັງທ່ານນາງ Angela Merkel ນາຍົກລັດຖະມົນຕີເຢຍຣະ
ມັນ ທ່ານ David Cameron ນາຍົກລັດຖະມົນຕີອັງກິດ ທ່ານ Sergei Lavrov ລັດຖະ
ມົນຕີຕ່າງປະເທດຣັດເຊຍ ທ່ານ Benjamin Netanyahu ນາຍົກລັດຖະມົນຕີອິສຣາ
ແອລ ແລະປະທານາທິບໍດີ Mahmoud Abbas ແຫ່ງອຳນາດປົກຄອງປາແລສໄຕນ໌.
ການໂຮມຊຸມນຸມຄ້າຍຄືກັນນີ້ ໄດ້ມີຂຶ້ນໃນພາກສ່ວນອື່ນໆອີກໃນຝຣັ່ງ ຕະຫຼອດທັງໃນ
ຫົວເມືອງຕ່າງໆໃນທົ່ວໂລກ ນຳເອົາພວກເດີນຂະບວນ ລົງສູ່ຖະໜົນສາຍຕ່າງໆໃນນະຄອນ Berlin, Brussels, Istanbul ແລະMadrid.
Your browser doesn’t support HTML5
franceterror12january15