ກອງທັບອີຈິບກ່າວວ່າ ຕົນໄດ້ພົບເຫັນຊິ້ນສ່ວນຂອງເຮືອບິນ EgyptAir ທີ່ຕົກປະມານ 300 ກິໂລແມັດ ທາງພາກເໜືອຂອງເມືອງ Alexandria ໃນທະເລ Mediterranean.
ນາຍພົນຈັດຕະວາ Mohammed Samir ໂຄສົກກອງທັບອີຈິບ ກ່າວຢູ່ໃນຖະແຫລງ ການທີ່ນຳອອກເຜີຍແຜ່ທາງ facebook ຂອງທ່ານ ໃນວັນສຸກມື້ນີ້ວ່າ “ບັນດາສິ່ງຂອງ ສ່ວນໂຕຂອງຜູ້ໂດຍສານແລະຊິ້ນສ່ວນຂອງຊາກເຮືອບິນ” ໄດ້ພົບເຫັນຟູຢູ່ເທິງໜ້ານໍ້າ.
ຕຳຫລວດທີ່ໃຊ້ໝາ ກຳລັງລາດຕະເວນຢູ່ເດິ່ນເຮືອບິນ Charles de Gaulle ທີ່ນະຄອນຫລວງ Paris ປະເທດ France ວັນທີ 19 ພຶດສະພາ 2016.
ຄະນະຊອກຄົ້ນກຳລັງຊອກຫາຢູ່ໃນທະເລ Mediterranean ຊາກລຳໂຕຂອງເຮືອບິນໂດຍສານອາຍພົ່ນ ຂອງສາຍການບິນ EgyptAir ທີ່ໄດ້ຕົກລົງ ສູ່ທະເລ ໃນວັນພະຫັດ ວານນີ້ ຂະນະທີ່ພວມຈະໄປເຖິງນະຄອນ Cairo ໃນຖ້ຽວບິນຈາກນະຄອນ Paris. ໃນ ຕອນເຊົ້າວັນສຸກມື້ນີ້ ນັກສືບສວນຝຣັ່ງສາມຄົນແລະຜູ້ຊ່ຽວຊານດ້ານເທັກນິກ ຈາກບໍລິ ສັດ Airbus ໄດ້ໄປເຖິງນະຄອນ Cairo ເພື່ອຊ່ວຍໃນການສືບສວນ.
ອີຈິບ ແລະກຣິສໄດ້ສົ່ງພວກເຮືອບິນ ແລະກຳປັ່ຫລາຍລຳ ນອອກໄປຊອກຫາເຮືອບິນ ທີ່ຫາຍສາບສູນໄປນັ້ນ ແລະຄະນະສືບສວນຝຣັ່ງຄາດວ່າຈະເຂົ້າຮ່ວມ ການຊອກຄົ້ນ ຫາດັ່ງກ່າວ. ສະຫະລັດໄດ້ສົ່ງເຮືອບິນສັງເກດການໄປຊ່ວຍໃນການຊອກຫາ.
ລັດຖະມົນຕີຕ່າງປະເທດຝຣັ່ງ ທ່ານ Jean-Marc Ayrault.
ເຮືອບິນອາຍພົ່ນ Airbus ພ້ອມດ້ວຍຜູ້ໂດຍສານ 66 ຄົນທີ່ຢູ່ໃນເຮືອບິນ ໄດ້ຫາຍສາບ
ສູນຈາກເຣດ້າໃນວັນພະຫັດວານນີ້ບໍ່ດົນປານໃດຫຼັງຈາກໄດ້ບິນເຂົ້າເຂດນ່ານຟ້າອີຈິບ ໃນລະຫວ່າງຖ້ຽວບິນສີ່ຊົ່ວໂມງຈາກຝຣັ່ງ.
ລັດຖະມົນຕີຕ່າງປະເທດຝຣັ່ງ ໃນວັນສຸກມື້ນີ້ ໄດ້ປະຕິເສດຕໍ່ການໃຫ້ຄວາມເຫັນຢ່າງ ກວ້າງຂວາງຂອງຜູ້ຄົນ ທີ່ໄດ້ຖິ້ມໂທດໃສ່ພວກກໍ່ການຮ້າຍກ່ຽວກັບການຕົກຂອງເຮືອ ບິນ ສາຍການບິນ EgyptAir ໂດຍກ່າວວ່າ “ຍັງບໍ່ມີຮ່ອງຮອຍ ທີ່ແນ່ນອນເທື່ອວ່າ” ແມ່ນຫຍັງເຮັດໃຫ້ເຮືອບິນຕົກ.
ບັນດາຄອບຄົວຜູ້ໂດຍສານ ຢູ່ນອກຫ້ອງການສາຍການບິນ EgyptAir ທີ່ນະຄອນ Cairo ປະເທດ Egypt, ວັນທີ 19 ພຶດສະພາ, 2016.
ທ່ານ Jean-Marc Ayrault ກ່າວຕໍ່ໂທລະພາບຝຣັ່ງວ່າ “ພວກເຮົາກຳລັງເບິ່ງ ໄປຍັງທຸກຢ່າງທີ່ອາດເປັນໄປໄດ້ ແຕ່ວ່າຍັງບໍ່ມີຫຍັງຄັກແນ່ ທີ່ຈະລົງຄວາມເຫັນໄດ້ເພາະວ່າ ເຮົາຍັງບໍ່ທັນມີຮ່ອງຮອຍແນ່ນອນເທື່ອກ່ຽວກັບສາເຫດທີ່ພາໃຫ້ເຮືອບິນຕົກ.”
ເສັ້ນທາງຖ້ຽວບິນ EgyptAir 804.
ຢູ່ໃນນະຄອນ Cairo ລັດຖະມົນຕີການບິນອີຈິບ ທ່ານ Sherif Fathy ກ່າວວ່າ ຝຣັ່ງຈະ ເປັນຜູ້ຮັບຜິດຊອບກ່ຽວກັບຄວາມບົກຜ່ອງທາງດ້ານຄວາມປອດໄພໃດໆກໍຕາມຖ້າຫາກ ການກໍ່ການຮ້າຍ ຫາກພົບເຫັນວ່າ ເປັນສາເຫດທີ່ພາໃຫ້ເຮືອບິນຕົກ. ທ່ານຍັງໄດ້ໃຫ້ທິດ ສະດີອີກວ່າ ການກໍ່ການຮ້າຍແມ່ນເປັນໄປໄດ້ສູງກວ່າບັນຫາດ້ານເຄຶ່ອງຈັກ ທີ່ອາດເປັນ ສາເຫດພາໃຫ້ເຮືອບິນຕົກ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Egypt Air