ການເຈລະຈາ ນິວເຄລຍ ກັບອີຣ່ານ ຍັງບໍ່ແນ່ວ່າ ຈະສໍາເລັດ (ວີດີໂອ)

ລັດຖະມົນຕີຕ່າງປະເທດ ສຫລ ທ່ານ John Kerry (ກາງ) ກໍາລັງເດີນທາງກັບໄປໂຮງແຮມ ຫລັງຈາກປະຊຸມກັບຄູ່ຕໍາແໜ່ງ ຝ່າຍອີຣ່ານ ທ່ານ Mohammad Jarad Zarif

ຫົວໜ້າ ນັກ​ການ​ທູດ​ຂອງຝຣັ່ງ ກ່າວ​ວ່າ ຍັງບໍ່​ເປັນ​ທີ່​ແນ່ນອນ
ເທື່ອ​ວ່າ ບັນດາ​ປະ​ເທດ​ມະຫາ​ອໍານາດຂອງ​ໂລກຈະ​ສາມາດ
ບັນລຸ​ການຕົກລົງກັນ​ໄດ້ໃນ​ການ​ເຈລະ​ຈາເລື່ອງນິວ​ເຄລຍກັບ
ອີຣ່ານ.

​ໃນ​ຂະນະ​ທີ່​ການ​ເຈລະ​ຈາຢູ່ນະ​ຄອນ​ເຈ​ນີວາ ​ໄດ້​ກ້າວ​ເຂົ້າ​ສູ່​
ມື້​ທີ​ສາມ ​ໃນ​ວັນ​ເສົາ​ມື້​ນີ້ ລັດຖະມົນຕີ​ຕ່າງປະ​ເທດຝຣັ່ງ ທ່ານ
Laurent Fabius ​ໄດ້​ກ່າວຕໍ່ວິທະຍຸຝຣັ່ງສາກົນວ່າຍັງມີ​ອຸບປະ
ສັກ​ກີດ​ກັ້ນ​ທີ່​ສຳຄັນໆ​ຢູ່ໃນບົດສະ​ເໜີ​ຂັ້ນຕົ້ນ​ຂອງ​ຂໍ້​ຕົກລົງ.

ການ​ໃຫ້​ຄວາມ​ເຫັນ​ຂອງລັດຖະມົນຕີ​ຕ່າງປະ​ເທດຝຣັ່ງ ແມ່ນ​
ໄດ້​ສະທ້ອນ​ຄວາມ​ເຫັນຂອງລັດຖະມົນຕີ​ຕ່າງປະ​ເທດສະຫະ
ລັດ ທ່ານ John Kerry ຜູ້​ທີ່ໄດ້ກ່າວ ຫລັງ​ຈາກ ກອງ​ປະຊຸມ
​ໃນວັນ​ສຸກວານ​ນີ້ວ່າ ຍັງ​ມີ “ຊ່ອງ​ຫວ່າງ ​ທີ່​ສໍາຄັນບາງ​ຢ່າງ” ຢູ່
ໃນການ​ເຈລະ​ຈາແຕ່​ວ່າບັນດາ​ພັກ​ຝ່າຍ​ທີ່​ເຂົ້າຮ່ວມກໍາລັງ​ພາ
ກັນ “​ເຮັດ​ວຽກ​ໜັກ.”

ບັນດາ​ນັກການທູດ ກ່າວ​ວ່າ ການ​ເຈລະຈາ​ລະຫວ່າງ ທ່ານ Kerry ​ແລະ​ຄູ່​ຕໍາ​ແໜ່​ງຝ່າຍ ​ອີຣ່ານ ທ່ານ MohammadJavad Zarif ​ແລະບັນດາ​ເຈົ້າ​ໜ້າ​ທີ່ ​ຄົນ​ສໍາຄັນ​ຂອງ​ຢູ​ໂຣບ
​ໄດ້​ທໍາ​ຄວາມ​ກ້າວໜ້າ ​ແຕ່​ຍັງ​ຈະ​ຕ້ອງ​ໄດ້ດຳ​ເນີນ​ວຽກງານ​ຕື່ມ​ອີກ​ຫລາຍໆ​ຢ່າງ.

ລັດຖະມົນ​ຕີຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ຄາດ​ວ່າ​ ຈະ​ເຂົ້າ​ຮ່ວມ​ການ​ເຈ
ລະ​ຈາໃນ​ວັນ​ເສົາ​ມື້​ນີ້ແລະ​ຈີນຈະ​ສົ່ງ​ຮອງ​ລັດຖະມົນຕີມາ​ຮ່ວມ​ໃນ​ຄວາມ​ພະຍາຍາມເພື່ອ​
ໃຫ້​ມີ​ການ​ບັນລຸ​ການຕົກລົງ ກ່ຽວ​ກັບໂຄງການ​ນິວ​ເຄລຍຂອງ​ອີຣ່ານທີ່​ເປັນບັນຫາ​ຖົກ​ຖຽງ​
ໂຕ້​ແຍ້​ງນັ້ນ.

​ຫົວໜ້ານັກ​ການ​ທູດ​ຂອງຝຣັ່ງກ່າວ​ວ່າ ຍັງບໍ່​ເປັນ​ທີ່ແນ່ນອນເທື່ອ​ວ່າບັນດາ​ປະ​ເທດ​ມະຫາ​
ອໍານາດຂອງ​ໂລກ ຈະ​ສາມາດບັນລຸ​ການຕົກລົງກັນ​ໄດ້ ໃນ​ການ​ເຈລະ​ຈາເລື່ອງນິວເຄລຍ ກັບອີຣ່ານ.

​ໃນ​ຂະນະ​ທີ່​ການ​ເຈລະ​ຈາ ຢູ່ນະ​ຄອນ​ເຈ​ນີວາ ​ໄດ້​ກ້າວ​ເຂົ້າ​ສູ່​ມື້​ທີ​ສາມ ໃນ​ວັນ​ເສົາ​ມື້​ນີ້ ລັດ ຖະມົນຕີ​ຕ່າງປະ​ເທດຝຣັ່ງ ທ່ານ Laurent Fabius ​ໄດ້​ກ່າວຕໍ່ວິທະຍຸຝຣັ່ງສາກົນວ່າ ຍັງ
ມີ​ອຸບປະສັກ​ກີດ​ກັ້ນ​ທີ່​ສຳຄັນໆ​ ​ຢູ່ໃນບົດສະ​ເໜີ​ຂັ້ນຕົ້ນ​ຂອງ​ຂໍ້​ຕົກລົງ.

ການ​ໃຫ້​ຄວາມ​ເຫັນ​ຂອງລັດຖະມົນຕີ​ຕ່າງປະ​ເທດຝຣັ່ງແມ່ນ​ໄດ້​ສະທ້ອນ​ຄວາມເຫັນ​ຂອງ
ລັດຖະມົນຕີ​ຕ່າງປະ​ເທດສະຫະລັດທ່ານ John Kerry ຜູ້​ທີ່ໄດ້ກ່າວຫລັງ​ຈາກກອງ​ປະຊຸມ​ໃນວັນ​ສຸກວານ​ນີ້ວ່າ ຍັງ​ມີ “ຊ່ອງ​ຫວ່າງ​ທີ່​ສໍາຄັນບາງ​ຢ່າງ” ຢູ່ໃນ​ການ​ເຈລະ​ຈາ ແຕ່​ວ່າບັນ
ດາ​ພັກ​ຝ່າຍ​ທີ່​ເຂົ້າຮ່ວມ ກໍາລັງ​ພາກັນ “​ເຮັດ​ວຽກ​ໜັກ.”

ບັນດາ​ນັກການທູດ ກ່າວ​ວ່າ ການ​ເຈລະຈາ​ລະ​ຫວ່າງ ທ່ານ Kerry ​ແລະ​ຄູ່​ຕໍາ​ແໜ່​ງຝ່າຍ ​ອີຣ່ານ ທ່ານ Mohammad Javad Zarif ​ແລະບັນດາ​ເຈົ້າ​ໜ້າ​ທີ່​ຄົນ​ສໍາຄັນຂອງ​ຢູ​ໂຣບ
​ໄດ້​ທໍາ​ຄວາມ​ກ້າວໜ້າ ​ແຕ່​ຍັງ​ຈະ​ຕ້ອງ​ໄດ້ດຳ​ເນີນ​ວຽກ ງານ​ຕື່ມ​ອີກ​ຫລາຍໆ​ຢ່າງ.

ລັດຖະມົນ​ຕີຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ຄາດ​ວ່າ ​ຈະ​ເຂົ້າ​ຮ່ວມ​ການ​ເຈລະ​ຈາໃນ​ວັນ​ເສົາ​ມື້​ນີ້ແລະ​ຈີນຈະ​ສົ່ງ​ຮອງ​ລັດຖະມົນຕີມາ​ຮ່ວມ​ໃນ​ຄວາມ​ພະຍາຍາມເພື່ອ​ໃຫ້​ມີ​ການ​ບັນລຸ​ການຕົກລົງ ກ່ຽວ​ກັບໂຄງການ​ນິວ​ເຄລຍຂອງ​ອີຣ່ານທີ່​ເປັນ​ບັນຫາ​ຖົກ​ຖຽງໂຕ້​ແຍ້​ງ ນັ້ນ . ​

Your browser doesn’t support HTML5

Iran Nuclear