ການໂຈມຕີຢ່າງບໍ່ຢຸດຢັ້ງຕໍ່ສື່ມວນຊົນຂອງພວກນັກການເມືອງທີ່ຢາກເປັນຜູ້ຕາງໜ້າ
ປົກປ້ອງຜົນປະໂຫຍດ ຂອງປະຊາຊົນ ກຳລັງເປັນໄພຂົ່ມຂູ່ຕໍ່ປະເທດປະຊາທິປະໄຕ
ໃຫຍ່ໆ ອີງຕາມລາຍງານຂອງອົງການຄຸ້ມຄອງສື່ມວນຊົນສາກົນ 2 ອົງການ ທີ່ອອກ
ໃນວັນພຸດມື້ນີ້.
ໃນລາຍງານປະຈຳປີ ກ່ຽວກັບສິດເສລີພາບໃນການອອກຂ່າວຢູ່ໃນທົ່ວໂລກນັ້ນ ອົງ
ການນັກຂ່າວບໍ່ມີພົມແດນແລະອົງການຟຣີດອມເຮົ້າ (Freedom House) ໄດ້ຕ້ອງ
ຕິຢ່າງໜັກ ຕໍ່ພວກຜູ້ນຳປະຊານິຍົມຕາເວັນຕົກ ທີ່ບໍ່ໃຫ້ຄວາມເຊື່ອຖືຕໍ່ສື່ມວນຊົນ ປະ
ນາມພວກນັກຂ່າວ ແລະຂົ່ມຂູ່ທີ່ຈະຈຳກັດຮັດແຄບ.
ອົງການຟຣີດອມເຮົ້າກ່າວຢູ່ໃນລາຍງານວ່າ “ເມື່ອ 5 ປີກ່ອນ ການກົດດັນຂອງໂລກ ຕໍ່ສື່ມວນຊົນ ປາກົດວ່າບໍ່ໄດ້ມີຜົນກະທົບ ຕໍ່ສະຫະລັດ ຫຼືປະເທດປະຊາທິປະໄຕໃນ
ຢູໂຣບ ໃນວິທີທາງທີ່ສຳຄັນໃດໆ ແຕ່ສະຖານະການ ກ່ຽວກັບສິດເສລີພາບໃນດ້ານ
ການຂ່າວຂອງໂລກ ສຳລັບປີ 2017 ຫາ 2018 ໃນທຸກມື້ນີ້ ພວກຜູ້ນຳປະຊານິຍົມ ແມ່ນປະກອບເປັນຜູ້ຂົ່ມຂູ່ທີ່ສຳຄັນຕໍ່ສິດເສລີພາບ ໃນການສະແດງຄວາມຄິດເຫັນ ຢູ່ໃນສັງຄົມທີ່ເປີດກວ້າງເຫຼົ່ານີ້.”
Your browser doesn’t support HTML5
ອົງການນັກຂ່າວບໍ່ມີພົມແດນ ກໍໄດ້ໃຫ້ການຊັ່ງຊາທີ່ຄ້າຍຄືກັນໂດຍເຕືອນວ່າ “ນັບ
ມື້ນັບຫຼາຍຂຶ້ນເລື້ອຍໆ ທີ່ພວກຜູ້ນຳຖືກເລືອກ ແບບປະຊາທິປະໄຕ ບໍ່ໄດ້ມອງເຫັນ
ວ່າ ສື່ມວນຊົນເປັນພາກສ່ວນນຶ່ງຂອງສິ່ງຄ້ຳຈຸນປະຊາທິປະໄຕແຕ່ກັບມອງເຫັນວ່າ
ເປັນສັດຕູ ທີ່ພວກເຂົາເຈົ້າທີ່ພວກເຂົາເຈົ້າບໍ່ມັກຢ່າງເປີດເຜີຍ.”
ປະທານາທິບໍດີດໍໂນລ ທຣຳ ໄດ້ຖືກຕ້ອງຕິຢ່າງໜັກຈາກອົງການທັງສອງ. ອົງການ
ນັກຂ່າວບໍ່ມີພົມແດນເອີ້ນທ່ານວ່າ “ເປັນຜູ້ໂຈມຕີສື່ມວນຊົນດ້ວຍຄວາມກະຕືລືລົ້ນ”
ໃນຂະນະທີ່ອົງການຟຣີດອມເຮົ້າ ເຕືອນວ່າ ການລະບຸສື່ມວນຊົນ ຂອງທ່ານທຣຳ
ວ່າເປັນ “ສັດຕູຂອງ ປະຊາຊົນອາເມຣິກັນ” ແລະການກ່າວໂຈມຕີ ຕໍ່ພວກນັກຂ່າວ ແລະອົງການຂ່າວຕ່າງໆ “ໄດ້ບ່ອນທຳລາຍ ຕໍ່ຄວາມເຊື່ອຖື ຂອງປະຊາຊົນ ທີ່ມີຕໍ່ ການຂຽນຂ່າວທີ່ອີງຕາມມູນຄວາມຈິງ.”
ໃນເວລານີ້ ຍັງບໍ່ສາມາດຕິດຕໍ່ກັບທຳນຽບຂາວໄດ້ ເພື່ອໃຫ້ຄຳຕອບຕໍ່ການຕ້ອງຕິ
ດັ່ງກ່າວ.
ລາຍງານປະຈຳປີຂອງອົງການນັກຂ່າວບໍ່ມີພົມແດນກ່ຽວກັບດັດຊະນີສິດເສລີພາບ
ດ້ານການຂ່າວ ໄດ້ຊັ່ງຊາເບິ່ງອິດສະຫຼະພາບດ້ານການຂ່າວຢູ່ໃນ 180ປະເທດນັບ
ແຕ່ 1 ຫາ 180 ໂດຍທີ່ອັນດັບ 1 ແມ່ນມີສິດເສລີພາບຫຼາຍທີ່ສຸດແລະ 180 ແມ່ນມີ
ໜ້ອຍທີ່ສຸດ.
ໃນດັດຊະນີ ຂອງປີ 2018 ນີ້ ນໍເວ ໄດ້ຍາດເອົາທີ 1 ໄປຈາກຟິນແລນ ໃນຂະນະທີ່
ເກົາຫຼີເໜືອ ຍັງຕິດອັນດັບລາກທ້າຍ ຂອງ 180 ປະເທດຄືເກົ່າ.
ສ່ວນ ສປປ ລາວ ແມ່ນຕິດອັນດັບທີ 170 ຂອງຈຳນວນທັງໝົດ 180 ປະເທດໃນປີ
2018 ຊຶ່ງຢູ່ໃນອັນດັບດຽວກັນ ກັບປີ 2017.