ລາຍງານ​ຂອງ​ຟ​ຣີ​ດອມ ເຮົາສ໌ ກ່າວ​ວ່າ ປະ​ຊາ​ທິ​ປະ​ໄຕ ໃນ​ສະ​ຫະ​ລັດ ໄດ້​ເຊື່ອມໂຊມ​ລົງຢ່າງ​ໃຫຍ່

ຊາຍສະໜັບສະໜຸນທ່ານທຣຳ ຜູ້ນຶ່ງ ໄດ້ໃສ່ເສື້ອ ທີເຊີດ ທີ່ອ່ານ ວ່າ “ເຈົ້ານັ້ນລະ ແມ່ນຂ່າວປອມ” ຫຼືວ່າ "You Are Fake News" ກ່ອນການໂຮມຊຸມນຸມ ໂດຍປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໃນເມືອງໂຣແຈສເຕີຣ໌ ໃນລັດ ມິນີໂຊຕາ, ວັນທີ 4 ຕຸລາ 2018.

ລາຍງານ​ຂອງ​ຟ​ຣີ​ດອມ ເຮົາສ໌ ກ່າວ​ວ່າ ປະ​ຊາ​ທິ​ປະ​ໄຕ ໃນ​ສະ​ຫະ​ລັດ ໄດ້​ເຊື່ອມໂຊມ​
ລົງຢ່າງ​ໃຫຍ່ ໃນ​ຮອບ​ຫຼາຍ​ປີ​ທີ່​ຜ່ານ​ມາ​ແລະ​ໄດ້ຖິ້ມໂທດໃສ່​ປະ​ທານາທິ​ບໍ​ດີ​ສະ​ຫະ​ລັດ
ທ່ານ​ດໍໂນ​ລ ທ​ຣຳ ໃນ​ການ​ທີ່ທ່ານ “ໂຈມ​ຕີລະ​ບຽບ​ກົດໝາຍ, ວົງ​ການ​ນັກ​ຂ່າວ​ທີ່​ຢືນ
​ຢັນ​ຢູ່​ໃນ​ພື້ນ​ຖານ​ຂອງຄວາມ​ເປັນ​ຈິງ, ແລະ​ຫຼັກ​ການ​ຕ່າງ​ໆ​ແລະ​ກົດ​ເກນ​ທົ່ວໄປ​ຂອງ
ປະ​ຊາ​ທິ​ປະ​ໄຕ.”

ກຸ່ມ​ອົງ​ການ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ທີ່​ມີ​ສຳ​ນັກ​ງານ​ຢູ່​ສະ​ຫະ​ລັດ ໄດ້​ເຕືອນ​ຢູ່ໃນ​ລາຍ​ງານ
​ປະ​ຈຳ​ປີຂອງຕົນ ກ່ຽວ​ກັບປະ​ຊາ​ທິ​ປະ​ໄຕ ວ່າໄດ້​ເຫັນ​ແບບ​ແຜນ​ທີ່​ຄ້າຍ​ຄື​ກັນ ​ໃນ​ບັນ​ດາ​
ປະ​ເທດ​ອື່ນໆ​ບ່ອນ​ທີ່ ປະ​ຊາ​ທິ​ປະ​ໄຕ ໃນ​ທີ່​ສຸດ​ກໍໄດ້​ຖືກ​ຍຶດ​ເອົາ​ໄປ ໂດຍລັດທິກຳອຳນາດ
ແຕ່​ຜູ້ດຽວ​.

ທ່ານ ໄມ​ໂກ​ຄ໌ (Michael Abramowitz) ອາ​ບ​ຣ​າມະ​ວິ​ຈຊ໌ ປະ​ທານ​ຂອງ​ອົງ​ການ
Freedom House ​ກ່າວ​ວ່າ “ສິ່ງ​ທີ່​ເປັນ​ອັນ​ຕະ​ລາຍ​ຮ້າ​ຍ​ແຮງ​ທີ່​ສຸດ ແມ່ນ​ມາ​ຈາກ
​ຫຼັກ​ຖານຄວາມຈິງທີ່​ວ່າ​ ປະ​ຊາ​ທິ​ປະ​ໄຕ​ຂອງອາ​ເມ​ຣິ​ກາ ແມ່ນ​ບໍ່​ທົນຖາວອນ​.
ໂດຍ​ສະ​ເພາະ ເວລາປະ​ທາ​ນາ​ທິ​ບໍ​ດີ ​ສະ​ແດງ​ອອກ​ຊຶ່ງ​ຄວາມບໍ່​ເກງ​ໃຈ​ໃຫ້​ກຽດ
ແກ່ຫຼັກການ​,”

ໃນ​ຂະ​ນະ​ທີ່ ກຸ່ມ​ດັ່ງ​ກ່າວ ເວົ້າ​ວ່າ ອົງ​ການ Freedom House ໄດ້​ຈັດ​ອັນ​ດັບ​ໃຫ້ສະ​ຫະ
​ລັດ ເປັນປະ​ເທດສູງຢູ່ເລື້ອງປະ​ຊາ​ທິ​ປະ​ໄຕ ຕາມ​ມາດ​ຕະ​ຖານ​ຂອງ​ໂລກ​ ແຕ່ກໍ​ກ່າວ​ວ່າ
ປະ​ຊາທິ​ປະ​ໄຕ ໄດ້​ຊຸດ​ໂຊມ​ລົງຫຼາຍ. ລາຍ​ງານ​ນີ້ເວົ້າ​ວ່າ ຄະ​ແນນ​ຂອງ​ສະ​ຫະ​ລັດ
ໃນ​ປັດ​ຈຸ​ບັນ​ນີ້ ແມ່ນທໍ່ກັບ​ພວກປະເທດ ​ກ​ຣີກ, ໂຄ​ຣ​ເອ​ເຊຍ ແລະ​ມົງ​ໂກ​ເລຍ, ຊຶ່ງ​ຫຼຸດ​ຕ່ຳ
​ລົງ​ກວ່າ​ປະ​ເທດ​ທີ່​ມີປະ​ຊາ​ທິ​ປະ​ໄຕຍາວ​ນານ​ເຊັ່ນ ເຢຍ​ຣະ​ມັນ, ຝ​ຣັ່ງ​ແລະ​ອັງ​ກິດ.

ໃນ​ທົ່ວ​ໂລກອົງ​ການ Freedom House ໄດ້​ກ່າວ​ວ່າ 68 ປະ​ເທດ ປະຊາທິປະໄຕໄດ້
ອ່ອນເພຍ​ລົງ ​ໃນດ້ານ​ສິດ​ທິທາງ​ການ​ເມືອງແລະ​ອິດ​ສະ​ຫຼະ​ພາບ​ພົນ​ລະ​ເຮືອນ ໃນ​ປີ
2018, ໂດຍ​ການ​ລົງ​ທະ​ບຽນ​ວ່າມີແຕ່ພຽງ​ 50 ​ທີ່ເພີ້ມ​ຂຶ້ນ. ລາຍ​ງານ​ຍັງ​ໄດ້​ລະ​ບຸ​ວ່າ
ນີ້​ແມ່ນ​ເປັນ​ຂີດ​ໝາຍ ປີ​ທີ 13 ​ຕິດ​ຕໍ່​ກັນ ທີ່​ໄດ້​ຫຼຸດ​ຕ່ຳ​ລົງ ໃນດ້ານ​ສິດ​ເສ​ລິ​ພາບ​ທົ່ວ​ໃນໂລກ.

ລາຍ​ງານ ໄດ້ຊີ້​ໃຫ້​ເຫັນ​ວ່າ 2 ປະ​ເທດທີ່ມີ​ການ​ຫຼຸດລົງຢ່າງໃຫຍ່ໃນປີ 2018 ກໍຄື ​ຮັງ​ກາ​ຣີ
ແລະ​ນີ​ກາ​ຣາ​ກົວ. ຮັງ​ກາ​ຣີ ໄດ້​ຫຼຸດ​ຕ່ຳ​ລົງ​ຈາກຖາ​ນະ “ອິດ​ສະ​ຫຼະ” ມາສູ່​ຖາ​ນະ “ອິດ​ສະ​
ຫຼະ ໃນ​ບາງ​ພາກ​ສ່ວນ” ໃນ​ຂະ​ນະ​ທີ່​ນາ​ຍົກ​ລັດ​ຖະ​ມົນ​ຕີວິກ​ເຕີ ໂອ​ບານ “ເວົ້າເຖິງ​ການ
​ຫຼຸດ​ລົງ​ ທີ່ອ້າງໂດຍອົງ​ການ Freedom House ພາຍ​ໃຕ້​ສະ​ຫະ​ພາບ​ຢູ​ໂຣບ
.” ນີ​ກາ​
ຣາ​ກົວ ໄດ້​ຫຼຸດ​ລົງສູ່ຖາ​ນະ “ບໍ່​ມີ​ອິດ​ສະ​ຫຼະເລີຍ” ທ່າມ​ກາງ “ການ​ປະ​ຫັດ​ປະ​ຫານ
ໃນ​ທົ່ວ​ປະ​ເທດ ຍ້ອນ​ການເຄື່ອນໄຫວ​ປະ​ທ້ວງຕໍ່​ຕ້ານລັດ​ຖະ​ບານ.”

ລາຍ​ງານ ແມ່ນ​ຍັງ​ໄດ້​ສ່ອງ​ໃຫ້​ເຫັນ​ບັນ​ດາ​ເທດ​ອື່ນໆ ໃນ​ການ​ຫຼຸດ​ຕ່ຳ​ລົງ, ຊຶ່ງ​ຮວມ​ທັງ
ຈີນ, ບ່ອນ​ທີ່ ຊົນ​ກຸ່ມ​ນ້ອຍ​ຊາວ​ຫວີ​ເກີນັບເປັນລ້ານໆຄົນ, ກາ​ຊາກ​ສ໌ ແລະ​ຮຸຍ ໄດ້​ຖືກ​
ບັງ​ຄັບ ໃຫ້​ໄປເຂົ້າ​ສູນດັດສ້າງ ແລະ​ກາ​ມາ​ຣູນ ບ່ອນ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ພອ​ລ ບີ​ຢາ
ໄດ້ຕໍ່ອາຍຸອຳນາດຂອງ​ທ່ານອອກໄປຕື່ມ ລນຫຼັງໄລຍະ ຫຼາຍກວ່າ 3 ທົດ​ສະ​ວັດແລ້ວ
ຜ່ານ“ການ​ເລືອກ​ຕັ້ງ​ແບບ​ບໍ່ເປັນທຳຢ່າງໃຫຍ່."

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ