ກຸ່ມເຄຶ່ອນໄຫວ FBR ນໍາເອົາ ອາສາສະມັກ ເຂົ້າໄປຊ່ວຍເຫຼືອ ໃນລັດ Kachin (ວີດີໂອ)

ພວກອົບພະຍົບເຜົ່າ Kachin ທີ່ຫຼົບໜີການສູ້ລົບ ໃນມຽນມາ ໄປສູ່ໄທ (20 ມິຖຸນາ 2011)

ຢູ່​ໃນ​ມຽນມາ ຄວາມ​ສາມາດ​ໃນ​ການ​ໄດ້​ຮັບ​ການ​ຮັກສາ​ສຸຂະພາບ
ຂອງ​ປະຊາຊົນ​ທົ່ວ​ໄປນັ້ນ ຖື​ວ່າຢູ່​ໃນ​ລະດັບ​ຕໍ່າ​ທີ່​ສຸດ​ປະ​ເທດ​ນຶ່ງ
​ໃນ​ໂລກ. ສະຖານະ​ການ​ດັ່ງກ່າວ​ນີ້ ແມ່ນ​ຮ້າຍ​ແຮງ​ເປັນ​ພິ​ເສດ ​ຢູ່
​ໃນ​ລັດ​ກະ​ຈິນ ບ່ອນ​ທີ່​ພວກກຸ່ມ​ກະບົດ​ຊົນ​ເຜົ່າ​ໄດ້​ທໍາ​ການ​ສູ້​ລົບ​ກັບ
​ລັດຖະບານ​ມຽນມາ ໃນ​ໄລຍະ​ນຶ່ງ​ປີຜ່ານມານີ້.

ກຸ່ມ​ໃຫ້ການ​ຊ່ວຍ​ເຫຼືອ​ຕ່າງ​ໆເຊັ່ນ ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ Human Rights Watch ​ໄດ້ຕັກ​ເຕືອນ​ວ່າ ສະຖານະ​ການ​ດັ່ງກ່າວ​ນີ້​ກໍາລັງຄືບ​ຄານ​ ໃກ້ຈະ​ເຖິງ​ຂັ້ນ​ວິ​ກິດ​ການ​ສຸຂະພາບ​ຢູ່​ແລ້ວ ຈຶ່ງ​ບໍ່​ໜ້າ​ແປກ​ໃຈເລີຍ​ ທີ່ຄວາມ​ຕ້ອງການພະນັກງານ​ການ​ຊ່ວຍ​ເຫຼືອ​ເພີ່ມ​ຕື່ມນັ້ນ​ ແມ່ນ​ຈໍາ​ເປັນ​ທີ່​ສຸດ​ໃນ​ຂະນະ​ນີ້.

ກຸ່ມ​ເຄື່ອນ​ໄຫວ​ ເຣນ​ເຈີ້ມຽນມາເສລີ The Free Burma Rangers ຫຼື ​ເອີ້​ນຫຍໍ້​ວ່າ FBR ​ຖືກຈັດ​ຕັ້ງ​ຂຶ້ນ​ມາໃນ​ປີ 1997 ​ເພື່ອ​ຊ່ວຍ​ເຫຼືອ​ແລະ​ໃຫ້​ການເຝິກອົບລົມ​ທີ​ມງານຊົນ​ເຜົ່າ​ບັນ​ເທົາ​ທຸກ ຢູ່​ໃນ​ເຂດ​ທີ່​ເກີດ​ເສິກ​ສົງຄາມ ຂອງ​ມຽນມາ.

​ແລະເວລາ​ນີ້ ກໍ​ມີອາສາ​ສະ​ໜັກ​ຫຼາຍ​ຄົນຈາກກຸ່ມ​ FBR ​ມາ​ເຄື່ອນ​ໄຫວ​ໃຫ້ການ​ຊ່ວຍ​ເຫລືອ ຢູ່ລັດ​ກະ​ຊິນ ​ເຊ່ນ​ທ້າວ Alia ຊົນ​ເຜົ່າ​ກະຫຼ່ຽງ.​

​ ນາຍ ​ເອ​ເລຍ​ກ່າວ​ວ່າ: “ໃນ​ຖານະ​ກຸ່ມ FBR ນີ້ ພວກ​ເຮົາ​ຢາກ​ສະໜັບ ສະໜຸນ​ແລະເຝິກອົບ​ລົມ ປະຊາຊົນ​ຊາວ​ກະຈິນ ​ໃນ​ທຸກໆ​ດ້ານທີ່​ພວກ​ເຮົາ​ ຮູ້​ມາແລ້ວ ​ແລະ​ພວກ​ເຮົາ​ຢາກບອກ​ໃຫ້​ໂລກ​ຮູ້​ກ່ຽວ​ກັບ​ຄວາມ​ລະ​ກໍາ​ລໍາ​ບາກ​ຂອງ​ຊາວ​ກະ​ຈິນ ​ແລະ​ສະພາບ​ຊີວິດ​ຄວາມ​ເປັນ​ຢູ່ຂອງ​ພວກ​ເຂົາ​ເຈົ້າ ​ແລະ​ບັນຫາ​ຕ່າງໆ​ທີ່​ພວກເຂົາ​ເຈົ້າປະ​ເຊີນ​ຢູ່​ໃນ​ເວລາ​ນີ້ ວ່າມັນ​ເປັນ​ຢ່າງ​ໃດ.

​ເພື່ອ​ຊ່ວຍພວກ​ທີ່​ມາ​ຮັບ​ການ​ອົບ​ລົມທັງຫຼາຍ ຕຽມ​ຕົວຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ນານາປະການ ຂອງ​ການປະຕິບັດ​ງານຢູ່​ໃນ​ເຂດ​ສູ້​ລົບກັນນັ້ນ ການ​ຝຶກ​ຝົນ ຂອງ​ພວກ​ອາສາ​ສະໝັກ​ ມັກ​ຈະຜັກ​ດັນ​ເຂົາ​ເຈົ້າ ​ໄປ​ຈົນ​ສຸດ​ຂີດ​.

​ແຕ່​ເລຶ່ອງນີ້ ມັນ​ບໍ່​ແມ່ນ​ເປັນເກ​ມ ຫຼື​ພາລະກິດ ຂອງສະ​ເພາະແຕ່​ພວກ​ຜູ້​ຊາຍ​ເທົ່າ​ນັ້ນ.

ແມ່ຍິງ​ຊາວ​ກະ​ຈິນ​ກຸ່ມ​ນຶ່ງ ​ກໍຍັງຂໍເຂົ້າມາ​ຮ່ວມນໍາ ​ໂດຍ​ຫວັງທີ່ຈະ​ຊ່ວຍ​ບັນທຶກ​ເກັບ​ກໍາ​ເຫດການ​ກະທໍາ​ຮຸນ​ແຮງ​ຕ່າງໆ ຕໍ່ປະຊາຊົນ​ພົນລະ​ເຮືອນ ຕາມ​ທີ່​ມີ​ລາຍ​ງານ​ຂ່າວ​ນັ້ນ. ນາງ Archa Lupa ກໍ​ເປັນ​ຜູ້​ນຶ່ງໃນ​ຈໍານວນ​ອາສາ​ສະມັກ​ແມ່ຍິງ​ກະ​ຈິນ. ນາງ​ກ່າວ​ວ່າ:

“ມັນ​ສໍາຄັນ​ທີ່​ສຸດ ທີ່​ຕ້ອງ​ເອົາ​ຄວາມ​ເປັນ​ຈິງແທ້ໃຫ້​ໄດ້. ມີ​ຂ່າວ​ລື​ກັນຫລາຍ ຢ່າງຕ່າງໆ​ນາໆ ບໍ່​ຮູ້​ວ່າ​ຂ່າວ​ລືໃດ​ຜິດຖືກກັນ​ແທ້ ດັ່ງນັ້ນຂ້ອຍ​ຢາກຮຽນ​ຮູ້ ຫຼາຍ​ຂຶ້ນ​ກ່ຽວ​ກັບ​ວິທີ​ສະໜອງ​ລາຍ​ງານຂ່າວ​ທີ່​ທ່ຽງ​ກົງນັ້ນ​ຫຼະ ທີ່​ດົນໃຈ​ໃຫ້​ຂ້ອຍ​ຢາກ​ຮຽນ​ຮູ້​ຫຼາຍ​ຂຶ້ນ.”

ສໍາລັບ​ພວກ​ຊາວ​ໜຸ່ມ​ນ້ອຍຊົນເຜົ່າ​ກະ​ຈິນແລ້ວ ການ​ຂັດ​ແຍ້​ງສູ້​ລົບ​ກັນ​ນີ້ ​ແມ່ນ​ໄດ້ກະ​ທົບ​ກະ​ເທືອ​ນຕໍ່​ຈິດ​ໃຈ​ຂອງ​ເຂົາ​ເຈົ້າຢ່າງ​ສຸ​ດ​ແສນ. ເພື່ອ​ຊ່ວຍພວກ​ເຂົາ​ເຈົ້າຮັບມື​ກັບ​ຄວາ​ມຫົດ​ຫູ່​ໃຈ​ນີ້ ກຸ່ມເຣນ​ເຈີ້ມຽນມາ​ເສລີ ຈຶ່ງ​ໄດ້​ ຕັ້ງໂຄງການ​ ທີ່​ຊື່ວ່າ the Good Life Club ຫຼື​ ສະ​ໂມ​ສອນ​ຊີວິດ​ທີ່​ຜາ​ສຸກ ຂຶ້ນມາ​ ຊຶ່ງ​ເປັນ​ໂຄ​ງການ​ນຶ່ງ ທີ່ອາສາ​ສະໝັກ Nor Thaung ​ເວົ້າວ່າ ​ພະຍາຍາມຈະ​ວຍ​ເຮັດ​ໃຫ້ຈິດ​ໃຈ​ຂອງ​ພວກ​ເດັກນ້ອຍ​ເຫຼົ່າ​ນັ້ນ​ ​ຜ່ອງ​ໃສ​ມີ​ຊີວິດ​ຊີວາຂຶ້ນ.

“ພວກ​ເດັກນ້ອຍ​ຫຼາຍໆ​ຄົນ​ມີ​ຄວາມ​ຢ້ານ​ກົວ​ ເວລາ​ພວກ​ເຂົາ​ເຈົ້າຕົກ​ຢູ່​ໃນ​ລະຫວ່າງ​ກາງການ​ສູ້​ລົບ​ກັນ ​ແລະ​ເຮັດ​ໃຫ້​ພວກ​ເຂົາ​​ເຈົ້າສະດຸ້ງ​ຕົກ​ໃຈ​ຫຼາຍ​ທີ່​ສຸດ. ​ໃນ​ຄວາມ​ຮູ້ສຶກ​ຂອງ​ພວກ​ເຂົາ​ເຈົ້າ​ແລ້ວ ພວກ​ເຂົາ​ເຈົ້າທໍ້​ແທ້​ໃຈ ​ແລະ​ຄວາມ​ນຶກຄິດ​ເຖິງ​ອະນາຄົດ​ ເຮັດ​ໃຫ້​ພວກ​ເຂົາ​ເຈົ້າຫົດ​ຫູ່​ໃຈ ຂ້ອຍ​ຢາກ​ຊ່ວຍລະບາຍ​ຄວາມ​ອຸກ​ອັ່ງຂອງ​ພວກ​ເຂົາ​ເຈົ້າ ​ແລະ​ເຮັດ​ໃຫ້​ເຂົາ​ເຈົ້າ ຮູ້ສຶກ​ດີ​ຂຶ້ນ.”

ຄະນະ​ອາສາ​ສະໝັກ​ໃໝ່​ລຸ້ນນີ້ ກໍາ​ລັງກຽມ​ທີ່​ຈະ​ອອກ​ໄປ​ປະຕິບັດ​ງານຊ່ວຍ​ເຫລືອ ໃນ​ຊ່ວງ​ເວລາທີ່​ຮ່ອງຮອຍ​ໃດໆ​ຂອງ​ສັນຍາ​ຢຸດ​ຍິງ​ໃນ​ການຂັດ​ແຍ້ງ ລະຫວ່າງພວກ​ຊົນ​ເຜົ່າ​ ຍັງຢູ່​ຫ່າງ​ໄກຫລາຍ​ນັ້ນ.