ປະທານາທິບໍດີ ດໍໂນລ ທຣຳ ຮ່ວມສະຫຼອງ ວັນຊາດຝຣັ່ງ ທີ່ນະຄອນ ປາຣີ

ປະທານາທິບໍດີຝຣັ່ງ ທ່ານເອັມມານູແອລ ມາກຣົງ (ຂວາ) ແລະ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຊົມການສວນສະໜາມ ຂອງກອງທັບ ຮວມທັງ ການບິນຜ່ານ ຂອງເຮືອບິນລົບອາຍພົ່ນ. (14 ກໍລະກົດ 2017)

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ເປັນ​ແຂກ​ຜູ້​ມີ​ກຽດ ເຂົ້າຮ່ວມໃນ​ໂອກາດ
​ການ​ສະຫຼອງ​ວັນຊາດ​ຂອງຝຣັ່ງທີ່​ມີ​ການສະ​ແດງ​ທີ່​ສຳຄັນຮວມທັງໜ່ວຍ​ດຸລິ​ຢາງ​ຂອງ
​ກອງທັບ ​ແລະ​ການບິນ​ຜ່ານ ຂອງ​ເຮືອບິນ​ລົບ​ອາຍ​ພົ່ນ ​ສະຫະລັດ ພ້ອມ​ທັງ​ການ​ເດີນ​ສວນສະໜາມ​ຂະໜາດ​ໃຫຍ່ ​ເພື່ອ​ສະ​ເຫຼີມສະຫລອງ ວັນຄົບຮອບ​ນຶ່ງ​ຮ້ອຍ​ປີ ​ໃນ​ການ
​ເຂົ້າຮ່ວມ​ສົງຄາມ​ໂລກ​ຄັ້ງທີ 1 ຂອງ​ສະຫະລັດ.

ທຸງຊາດ​ຂອງຝຣັ່ງ ​ແລະ​ອາ​ເມຣິກັນ ​ໄດ້​ປິວ​ສະ​ບັດ​ຢູ່​ຕາມ​ຖະໜົນ Champs Elysees
ບ່ອນ​ທີ່​ທະຫານ​ອາ​ເມຣິກັນ ມີ​ກຳນົດ​ທີ່​ຈະ​ນຳໜ້າການ​ເດີນ​ສວນສະໜາມ​ຮ່ວມ​ກັບ​ທະ
ຫານ​ຝຣັ່ງບຫຼາຍພັນ​ຄົນ.

ມີ​ຕຳຫຼວດ ຫຼາຍກວ່າ 3,500 ຄົນ ​ເຂົ້າປະຈຳການ ​ຢູ່​ຕາມ​ຈຸດ​ຕ່າງໆ​ ໃນ​ເສັ້ນທາງ​ເດີນ​
ສວນສະໜາມ ​ເພື່ອ​ປ້ອງ​ກັນ​ການ​ໂຈມ​ຕີ​ຂອງພວກ​ກໍ່​ການ​ຮ້າຍ​ທີ່​ອາດຈະ​ມີ​ຂຶ້ນ.

ສ່ວນນຶ່ງ ຂອງກຳລັງທະຫານ ເທິງຫຼັງມ້າ ຂອງຝຣັ່ງ ເດີນສວນສະໜາມ ຜ່ານປະຕູໄຊ ສະຫຼອງຄົບຮອບ 100 ປີ ໃນການເຂົ້າສູ່ ສົງຄາມໂລກ ຄັ້ງທີ 1 ຂອງສະຫະລັດ

​ການສະ​ເຫຼີມສະຫຼອງດັ່ງກ່າວ ມີ​ຂຶ້ນນຶ່ງ​ປີ ຫລັງ​ຈາກ​ໄດ້​ມີ​ການ​ໂຈມ​ຕີ​ດ້ວຍ​ລົດບັນທຸກ
ຢູ່​ທີ່​ເມືອງ​ນິສຊຶ່ງ​ເປັນ​ຫົວ​ເມືອງ​ແຄມ​ຝັ່ງ​ທະ​ເລ​ເມ​ດີ​ແຕ​ເຣນຽນ​ຂອງຝຣັ່ງທີ່​ເຮັດ​ໃຫ້​ມີ​ຜູ້​
ເສຍ​ຊີວິດ 86 ຄົນ. ລັດ​ອິສລາມໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ນີ້.

ການ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ແມ່ນ​ຈຸດ​ສຳຄັນ​ສຸດ ​ເວລາ​ທ່ານ​ທຣຳ ພົບ​ປະ​ກັບປະທາ
ນາ​ທິບໍດີ​ຝຣັ່ງ ທ່ານ​ເອັມມາ​ນູ​ແອ​ລ ມາ​ກຣົງ ​ໃນ​ວັນ​ພະຫັດ​ວານ​ນີ້​ໃນ​ການປະຊຸມ​ຊຶ່ງ
​ນອກເໜືອ​ໄປ​ຈາກ​ນັ້ນ​ແລ້ວ ​ແມ່ນ​ມີ​ຄວາມ​ເຫັນທີ່​ຍັງ​ແຕກ​ຕ່າງ​ກັນ​ຢູ່ ຮວມທັງ​ບັນຫາ
​ການ​ປ່ຽນ​ແປ​ງຂອງ​ດິນ​ຟ້າ​ອາກາດ.

ປະທານາທິບໍດີ ສຫລ ທ່ານດໍໂນລ ທຣຳ ແລະສະຕີ ໝາຍເລກນຶ່ງ ທ່ານນາງ ມາເລເນຍ ທຣຳ ປະທານາທິບໍດີຝຣັ່ງ ທ່ານເອັມມານູແອລ ມາກຣົງ ແລະພັນລະຍາ ທ່ານນາງ ບຣິກິດ ມາກຣົງ ໄປຊົມ ຂຸມຝັ່ງສົບ ທ່ານນະໂປລຽນ ໂບນາປາກ

​ພາຍ​ໃຕ້​ບັນຍາກາດ​ບ່ອນ​ທີ່​ຜູ້ນຳ​ຂອງຝຣັ່ງ​ແລະ​ຢູ​ໂຣບຕາ​ເວັນ​ຕົກ​ອື່ນໆ​ຮູ້ສຶກ​ຕື່ນ​ຕົກ​
ໃຈ​ຕໍ່​ອັນ​ທີ່​ພວກ​ທ່ານ​ມອງ​ເຫັນ​ວ່າ​ເປັນ​ທ່າ​ອຽງ​ໃນ​ການ​ຢູ່​ຢ່າງ​ໂດດດ່ຽວ​ແລະປົກ​ປ້ອງ​
ສິນຄ້າ​ພາຍ​ໃນ​ປະ​ເທດ​ ແຕ່​ທ່ານ​ມາ​ກຣົງກໍ​ໄດ້​ເຮັດ​ວຽກ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ກ່ຽວ​ກັບ
​ບັນຫາ​ຕ່າງໆ​ທີ່​ທ່ານ​ເອງ​ແລະ​ປະທານາທິບໍດີ​ທຣຳ ມີ​ຮ່ວມ​ກັນນັ້ນ. ການ​ຕໍ່ສູ້​ກັບ​ພວກ
​ກໍ່​ການ​ຮ້າຍ ​ແມ່ນ​ຫົວ​ຂໍ້​ທີ່​ສຳຄັນ​ສຸດ.

ຫລັງ​ຈາກ​ການ​ຫາລື​ກັນ​ ໃນ​ວັນ​ພະຫັດ​ວານ​ນີ້​ແລ້ວ ຜູ້ນຳ​ຂອງຝຣັ່ງກ່າວ​ວ່າ ຄຳ​ຕອບ
​ທີ່​ເໝາະ​ສົມ​ສຳລັບ​ພວກ​ກໍ່​ການ​ຮ້າຍ ກໍ​ແມ່ນ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື​ລະຫວ່າງ​ປະ
​ເທດ​ທັງ​ສອງ​ແລະ​ການ​ຕໍ່ສູ້​ແບບ​ຍືນ​ຍົງ “​ບໍ່​ຮູ້ຈັກ​ຈົບ​ສິ້ນກັບ​ພວກ​ກໍ່​ການຮ້າຍບໍ່​ສຳຄັນ
​ວ່າ​ພວກ​ເຂົາແມ່ນ​ໃຜ.”

ກ່ຽວ​ກັບ​ເລື່ອງ​ນີ້ ທ່ານ​ມາກຣົງ ເວົ້າວ່າ “ບໍ່​ມີ​ຄວາມ​ເຫັນ ​ທີ່​ແຕກ​ຕ່າງ​ກັນ​ເລີຍ ແລະ
ຊ່ອງ​ຫວ່າງ ລະຫວ່າງ​ທ່າ​ທີ​ຂອງຝຣັ່ງ​ແລະ​ຂອງ​ອາ​ເມຣິກັນ.”

ການ​ມີ​ປະທານາທິບໍດີ​ທຣຳ​ເປັນ​ແຂກ​ຜູ້​ມີ​ກຽດທີ່​ສຳຄັນ​ເຂົ້າຮ່ວມ​ສະຫຼອ​ງວັນຊາດ​
ຂອງຝຣັ່ງນັ້ນ ​ແມ່ນ​ເປັນ​ສັນຍາ​ລັກ​ອັນ​ເລິກ​ເຊິ່ງ​ແລະ​ຮ່ອງຮອຍ​ທີ່​ສະ​ແດງ​ໃຫ້​ເຫັນ
ວ່າ ຝຣັ່ງ​ແລະ​ຢູ​ໂຣບຕ້ອງການ​ການ​ພົວພັນ​ຂອງ​ອາ​ເມຣິກາຫຼາຍກວ່າ​ໃນ​ເວລາອື່ນ
​ໃດ​ທັງ​ໝົດ.

​ໃນ​ວັນ​ທີ 14 ກໍລະກົດ​ມື້ນີ້ ຝຣັ່ງ​ໄດ້​ສະ​ເຫຼີມສະຫຼອງ ການ​ບຸກ​ເຂົ້າ​ໄປ ​ໃນ​ຄຸກ​ໃຫຍ່
Bastille ທີ່​ນະຄອນ​ປາຣີ ໂດຍ​ພວກ​ກະບົດ​ ໃນ​ປີ 1789 ຊຶ່ງ​ເປັນ​ເຫດການ ທີ່​ໃຫ້
ສັນຍານ ​ໃນ​ການ​ເລີ້ມຕົ້ນການ​ປະຕິວັດ​ຂອງຝຣັ່ງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ