ອີຣ່ານ ຖືກເຊີນ ໃຫ້ເຂົ້າຮ່ວມ ການເຈລະຈາ ກ່ຽວກັບ ຊີເຣຍ

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ໄປເຖິງ ລັດຖະສະພາ ທີ່ນະຄອນຫລວງວໍຊິງຕັນ ວັນທີ 27 ຕຸລາ 2015.

ລັດຖະມົນຕີ ຕ່າງປະ​ເທດ ອີ​ຣ່ານ ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ຕົນ
​ກຳລັງ​ພິຈາລະນາ ​ເຂົ້າຮ່ວມກອງ​ປະຊຸມ​ຫລາຍ​ຝ່າຍ ກ່ຽວ​ກັບ
​ສະຖານະ​ການ​ໃນຊີ​ເຣຍ ທີ່​ຈະ​ຈັດ​ຂື້ນ​ທີ່ນະຄອນ Vienna
​ໃນ​ທ້າຍ​ອາທິດ​ນີ້.

​ໂຄສົກ​ກະຊວງ​ຕ່າງປະ​ເທດສະຫະລັດ ທ່ານ John Kirby
ກ່່າວ​ໃນ​ວັນ​ອັງຄານ​ວານນີ້​ວ່າ ອີ​ຣ່ານແມ່ນຄາດວ່າ​ຈະ​ຖືກເຊີນ
​ໃຫ້ໄປຮ່ວມໃນ​ການ​ເຈລະຈາດັ່ງກ່າວ. ຄະນະຜູ້​ຕາງໜ້າສະຫະ
ລັດ ຈະ​ນຳ​ພາ​ໂດຍ ລັດຖະມົນຕີຕ່າງປະ​ເທດ​ສະຫະລັດ ທ່ານ
John Kerry​. ທ່ານ Kirby ກ່າວ​ວ່າ ການ​ສົນທະນາ​ຈະເນັ້ນ​
ໜັກ​ໃສ່​ການ​ແກ້​ໄຂຕ່າງໆຕໍ່ “ສະພາບ​ທີ່​ຫຍຸ້ງຍາກ​ທາງດ້ານ​ການ​ເມືອງ” ຢູ່​ໃນຊີ​ເຣຍ.

ຈຸດ​ສຳຄັນ​ຂອງກອງ​ປະຊຸມ ​ມີ​ກຳນົດ​ທີ່​ຈະ​ຈັດ​ຂື້ນໃນ​ວັນ​ສຸກ​ຈະ​ມາ​ເຖິ​ງນີ້ ​ແ​ຕ່ວ່າ ການ
​ສົນທະນາ​ຂັ້ນຕົ້ນ​ ຄາດ​ວ່າຈະ​ເລີ້ມ​ຂື້ນ​ໃນ​ວັນ​ພະຫັດ​ມື້ອຶ່ນນີ້.

ການ​ປະຊຸມ​ໃນ​ວັນ​ພະຫັດ​ມື້​ນອື່ນ ​ອີງ​ຕາມ​ແຫລ່ງຂ່າວ​ນັກ​ການ​ທູດ​ຣັດ​ເຊຍ ອາດ​ຮວມ
ທັງ​ການ​ລື້​ມຄືນ​ຂອງການ​ປະຊຸມ​ໃນ​ອາທິດ​ແລ້ວ​ນີ້ ​ລະຫວ່າງ​ບັນດາ​ນັກ​ການ​ທູດ​ອາວຸ
​ໂສ​ຈາກ ສະຫະລັດ ຣັດ​ເຊຍ ຊາ​ອຸ​ດີ ອາ​ຣາ​ເບຍ ​ແລະ​ເທິ​ກີ.

ລັດຖະມົນ​ຕີ ຕ່າງປະ​ເທ​ດ ອີ​ຣ່ານ ທ່ານ Mohammad Javad Zarif ​ແລະ ຄູ່​ຕຳ​ແໜ່​ງ
າຍຣັດ​ເຊຍ ທ່ານ Sergei Lavrov ​ໄດ້​ຫາລື​ກັນ​ກ່ຽວ​ກັບສະຖານະ​ການ​ໃນຊີເຣຍ ​ໂດຍ
​ທາ​ງ​ໂທລະ​ສັບ. ກະຊວງ​ຕ່າງປະ​ເທດ​ຂອງ​ພວກ​ທ່ານກ່າວ​ວ່າ ທັງ​ສອງ​ນັກ​ການ​ທູດ ​ໄດ້
​ສົນທະນາ​ກັນ​ໃນ​ວັນ​ພຸດ​ມື້​ນີ້ ກ່ຽ​ວກັບການ​ກະກຽມ​ຕໍ່​ກອງ​ປະຊຸມ​ໃນນະຄອນ Vienna
ໃນ​ຂະນະ​ທີ່​ເຂົາ​ເຈົ້າກຳລັງ​ລົມ​ກັນ​ເປັນ​ມື້​ທີ​ສອງ​ຕິດ​ຕໍ່​ກັນ.

ການເຂົ້າ​ຮ່ວມ​ໃດໆກໍ​ຕາມ ​ໃນ​ກອງ​ປະຊຸມ ​ໂດຍ​ອີຣ່ານ ​ແມ່ນເປັນ​ຂີດ​ໝາຍໃນການ​ປ່ຽນ
​ແປງ​ທ່າ​ທີ​ຂອງສະຫະລັດ ​ແລະ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ຕາ​ເວັນ​ຕົກ ທີ່​ໄດ້​ຊອກ​ຫາ
​ຊ່ອງ​ທາງຈຳກັດ​ການ​ພົວພັນ​ກັບອີຣ່ານ ກ່ຽວ​ກັບ​ບັນຫາ​ຕ່າງໆ ທີ່​ເໜືອ​ໄປ​ກວ່າການບັນລຸ
ຂໍ້ຕົກລົງນິວ​ເຄລຍອີ​ຣ່ານ​ ໃນ​ເດືອນ​ກໍລະ​ກົດ​ທີ​ຜ່ານ​ມາ.

​ເຖິງ​ຢ່າງ​ໃດ​ກໍ​ດີ ​ໃນ​ວັນ​ອັງຄານ​ວານ​ນີ້ ທ່ານ Kirby ​ບໍ່​ໄດ້​ກ່າວ​ເຖິງອີ​ຣ່ານ ວ່າ​ເປັນ​ພາຄີ
​ທີ່ສຳຄັນ​ຂອງສະຫະລັດ ໃນວິ​ກິດ​ການຊີ​ເຣ​ຍ.