ຊາວ ອາເມຣິກັນ ແລະ ອັງກິດ ໄດ້ຮັບການຍົກຍ້ອງ ສຳລັບ ປ້ອງກັນ ການໂຈມຕີ ໃນລົດໄຟ ຝຣັ່ງ

ຈາກຊ້າຍ, ອາເມຣິກາ Anthony Sadler ແລະ Alek Skarletos, ແລະ ອັງກິດ Chris Norman ຖ່າຍຮູບພ້ອມກັບຫຼຽນທີ່ພວກເຂົາໄດ້ຮັບສຳລັບຄວາມກ້າ ຫານຂອງພວກ ເຂົາເຈົ້າທີ່ຮ້ານອາຫານແຫ່ງໜຶ່ງໃນເມືອງ Arras, ຝຣັ່ງ, 21 ສິງຫາ, 2015.

ຊາວ​ ອາ​ເມ​ຣິກັນ 3 ຄົນ ​ແລະ ອັງກິດ ໜຶ່ງ​ຄົນ ​ໄດ້ຮັບ​ກຽດຕິຍົດ​ໃນປະ​ເທດ ​ຝຣັ່ງ ສຳລັບ​ຄວາມ​ກ້າຫານ​ໃນ​ການຕໍ່ສູ້​ເອົາ​ຊະນະ​ມື​ປືນ​ຕິ​ດອາວຸດ​ຈຳນວນ​ຫຼາຍ​ ຢູ່ໃນ​ລົດ​ໄຟຄວາມ​ໄວ​ສູງ​ ທີ່​ເດີນທາງ​ລະຫວ່າງ​ນະຄອນຫຼວງ ອຳ​ສ​ເຕີ​ດຳ ​ແລະ ປາ​ຣິສ.

ປະທານາທິບໍດີ ຝຣັ່ງ Francois Hollande ​ໄດ້​ສະ​ແດງ​ຄວາມ​ຂອບໃຈຕໍ່​ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ທາງ​ໂທລະສັບ​ໃນ​ວັນ​ເສົາ​ວານ​ນີ້​ສຳ​ລັບ​ການ​ກະທຳ​ທີ່ “​ເປັນ​ຕົວຢ່າງ” ຂອງ​ທະຫານ ສະຫະລັດ Alek Skarletos ​ແລະ Spencer Stone, ​ໂດຍ​ກ່າວ​ວ່າ ພວກ​ເຂົາ​ໄດ້​ສະກັດ​ກັ້ນ​ສິ່ງ​ທີ່​ອາດ​ຈະເປັນ “ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ທີ່​ສຸດ.” ທ່ານ​ວາງ​ແຜນ​ທີ່​ຈະ​ພົບ​ປະ​ເປັນການ​ສ່ວນ​ຕົວ​ໃນ “ສອງ​ສາມ​ມື້​ທີ່​ຈະ​ມາ​ເຖິງ​ນີ້” ​ກັບ​ຜູ້​ທີ່​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ປາບ​ພວກ​ໂຈມ​ຕີດັ່ງກ່າວ.

ທ່ານ Skarletos, ທ່ານ Stone ​ແລະ ນັກຮຽນ​ຊາວ ອາ​ເມຣິກາ ທ້າວ Anthony Sadler ​ແມ່ນ​ໄດ້​ຮັບ​ຄວາມຮ່ວມ​ມື​ໂດຍ​ຊາວ ​ອັງກິດ​ຄົນ​ໜຶ່ງ​ຊື່ວ່າ ທ້າວ Chris Norman ​ໃນ​ການ​ປາບ​ມື​ປືນ​ຊາວ ​ໂມຣັອກ​ໂກ, ​ທີ່​ໄດ້​ເຮັດ​ໃຫ້​ຢ່າງໜ້ອຍ​ຜູ້​ໂດຍ​ສານ​ຄົນ​ໜຶ່ງ​ໄດ້​ຮັບ​ບາ​ດ​ເຈັບ​ສາຫັດ ​ກ່ອນ​ທີ່​ລາວ​ໄດ້​ຖືກ​ປຸ້ມ​ໃສ່. ​ ທະຫານ​ກອງທັບ​ອາກາດ​ ສະຫະລັດ ທ່ານ Stone ​ໄດ້​ຖືກ​ນຳ​ເຂົ້າ​ໂຮງໝໍ​ດ້ວຍ​ອາການ​ບາດ​ເຈັບ​ໜັກ, ຫຼັງ​ຈາກ​ລາວ​ໄດ້​ຖື​ກປາດ​ທີ່​ຄໍ ​ແລະ ມື​ໂດຍ​ຄົນ​ຮ້າຍ​ດ້ວຍ​ມີດ​ສຳລັບ​ຕັດ​ຫີບ​ຫໍ່.

ທຳນຽບຂາວ​ກ່າວ​ວ່າ ປະ​ທະ​ນາ​ທິບໍດີ ​ໂອ​ບາ​ມາ ​ໄດ້​ລົມ​ກັບ​ທ່ານ Stone ທາງ​ໂທລະ​ສັບ​ໃນ​ວັນ​ເສົາ​ວານ​ນີ້ ເພື່ອ​ອວຍພອ​ນ​ໃຫ້​ລາວ​ຫາຍ​ດີ​ໄວໆ ​ແລະ ສະ​ແດງ​ຄວາມ​ຂອບ​ໃຈ​ໂດຍ​ຊາວ ອາ​ເມຣິກາ ທຸກ​ຄົນ​ຕໍ່ “ຄວາມ​ກ້າຫານ​ທີ່​ພິເສດ” ຂອງ​ລາວ​ຢູ່ໃນ​ລົດ​ໄຟດັ່ງກ່າວ. ທ່ານ Stone, ​ເປັນ​ຜູ້ນຳ​ໜ້າຂອງ​ການ​ໂ​ຈມຕີ​ມື​ປືນຄົນ​ນັ້ນ, ຊຶ່ງຕໍ່​ມາ​ໄດ້​ພົບ​ເຫັນ​ວ່າເດີນທາງ​ອອກ​ຈາກ​ໂຮງໝໍ​ໃນ​ເມືອງ Lille ​ແລະ ​ເຂົ້າ​ໄປ​ໃນ​ລົດ​ຕິດ​ປ້າຍ​ການ​ທູ​ດ.

​ເຈົ້າ​ໜ້າ​ທີ່ ສະ​ເປ​ນ ກ່າວ​ວ່າພວກ​ເຂົາ​ໄດ້​ລະບຸ​ເຖິງຄົນ​ຮ້າຍ​ວ່າ​ເປັນ ຊາຍຫົວ​ຮຸ​ນ​ແຮງ ອິສລາມ ອາຍຸ 26 ປີ ​ເຊິ່ງລາວ​ໄດ້​ໃຊ້​ເວລາ​ຢູ່ໃນ​ປະ​ເທດ ຊີ​ເຣຍ ໃນ​ປີ​ທີ່​ຜ່ານ​ມາ. ຜູ້​ຕ້ອງ​ສົງ​ໃສ, ​ໄດ້​ຖືກ​ລະ​ບຸ​ໂດຍ​ເຈົ້າ​ໜ້າ​ທີ່​ວ່າ​ເປັນ​ທ້າວ Ayoub El-Khazzani, ອາ​ໄສ​ຢູ່ໃນ​ເມືອງທ່າ​ເຮືອ Algeciras ຂອງ​ ສະ​ເປ​ນ ກ່ອນ​ທີ່​ລາວ​ຈະ​ຍ້າຍ​ໄປ​ ຝຣັ່ງ ​ໃນ​ປີ 2014 ​ແລ້ວ ​ໄປຢູ່ ຊີ​ເຣຍ ຕໍ່.​