ຕຳຫຼວດທັບມ້າງການປະທ້ວງ ໃນຝຣັ່ງ

  • ໄພສານ ວໍຣະຈັກ

ພວກຊາວໜຸ່ມ ພາກັນຈູດຖັງຂີ້ເຫຍື້ອ ໃນລະຫວ່າງການປະທະກັນ ກັບຕຳຫຼວດ ທີ່ເມືອງ Lyon (19 ຕຸລາ 2010)

ປະທານາທິບໍດີຝຣັ່ງທ່ານ Nicolas Sarkozy ໄດ້ສັ່ງໃຫ້
ຕຳຫຼວດທັບ​ມ້າງ​ການປິດລ້ອມສາງ​ເຊື້ອ​ໄຟທີ່ຍັງເຫຼືອຢູ່ນັ້ນ
ໃຫ້ໝົດ​ໄປ ຂະນະທີ່ພວກປະທ້ວງ ສືບຕໍ່ການໂຮມຊຸມນຸມ
ຕໍ່ຕ້ານການປະຕິຮູບກ່ຽວກັບການອອກກິນເບ້ຍບຳນານ.

ລັດຖະມົນຕີກະຊວງພາຍໃນຂອງຝຣັ່ງທ່ານ Brice Hor-
tefeux ກ່າວວ່າ ຕຳຫຼວດໄດ້ບຸກເຂົ້າໄປເປີດສາງເກັບນໍ້າ
ມັນ 3 ບ່ອນໃນຄືນວັນອັງຄານວານນີ້. ການປະທ້ວງປິດ
ລ້ອມສາງນໍ້າມັນດັ່ງກ່າວ ໄດ້ລົບກວນການຈັດສົ່ງນໍ້າມັນ
ໄປໃຫ້ 25% ຂອງປໍ້ານໍ້າມັນຕ່າງໆຢູ່ໃນປະເທດຝຣັ່ງ.

ການປະທ້ວງຮອບໃໝ່ໄດ້ເລີ້ມຂຶ້ນອີກໃນວັນພຸດມື້ນີ້ ນຶ່ງມື້ຫຼັງຈາກຕຳຫຼວດຝຣັ່ງກ່າວວ່າ ມີ
ຫຼາຍກວ່າ 1 ລ້ານຄົນ ໄດ້ໂຮມຊຸມນຸມປະທ້ວງຕໍ່ຕ້ານຮ່າງກົດໝາຍທີ່ຈະເພີ້ມອາຍຸໃນການ
ອອກກິນເບ້ຍບຳນານ ຂຶ້ນຈາກ 60 ເປັນ 62 ປີ.

ສະຫະພັນກຳມະບານ CGT ກ່າວ​ວ່າ ມີ 3 ລ້ານ 5 ແສນຄົນ ເຂົ້າຮ່ວມການປະທ້ວງໃນ
ຄັ້ງນີ້ ຊຶ່ງໄດ້ລົບກວນໂຮງຮຽນຫຼາຍຮ້ອຍບ່ອນ ແລະສົ່ງ​ຜົນທົບຕໍ່ພວກທີ່ພະຍາຍາມຈະໃຊ້
ການເດີນທາງໆອາກາດ ແລະທາງລົດໄຟນຳດ້ວຍ.

ການປະທ້ວງຢູ່ບາງບ່ອນໄດ້ກາຍເປັນຄວາມຮຸນແຮງ. ເປັນທີ່ຄາດກັນວ່າສະພາສູງຂອງຝຣັ່ງ
ຈະລົງຄະແນນສຽງ ກ່ຽວກັບຮ່າງກົດໝາຍດັ່ງກ່າວ ໃນອາທິດນີ້.