ປະທານາທິບໍດີ ທີ່ຖືກເລືອກໃໝ່ ຂອງຝຣັ່ງ ເລີ້ມໂອ້ລົມ ກັບພວກຜູ້ນໍາຢູໂຣບ (ວີດີໂອ)

  • ສິງ ບູຣົມມະວົງ

ທ່ານ Francois Hollande ປະທານາທິບໍດີທີ່ຖືກເລືອກຕັ້ງໃໝ່ຂອງຝຣັ່ງ. ວັນທີ 10 ພຶດສະພາ 2012.

ທ່ານ Francois Hollande ປະທານາທິບໍດີທີ່​ຖືກ​ເລືອກ​ຕັ້ງ​ໃໝ່​ຂອງ ຝຣັ່ງ ​ໄດ້​ເລີ້ມ​ທໍາ​ການ​ພົບ​ປະ​ຫາລື​ ກັບ​ບັນດາ​ຜູ້​ນໍາ​ຂອງ​ສະຫະພາບຢູ​ໂຣບກ່ຽວກັບ​ແຜນການ​ຂອງ​ທ່ານ ​ເພື່ອ​ເພ່ງ​ເລັງ​ຄືນ​ໃໝ່​ຕໍ່​ນະ​ໂຍບາຍ​ການ​ເຕີບໂຕຂອງ​ຢູ​ໂຣບນັ້ນ.

ທ່ານ Hollande ​ໄດ້​ພົບ​ປະ​ກັບ​ທ່ານ Herman Van Rompuy ປະທານ​ຂອງສະຫະພາບ​ຢູ​ໂຣບທີ່​ສໍານັກງານ​ໃຫຍ່​ຂອງ​ຫົວໜ້າພັກ​ສັງຄົມ​ນິຍົມ​ທີ່​ກຸງ​ປາຣີ ​ແຕ່​ບໍ່​ມີ​ຖະ​ແຫຼ​ງການ​ໃດໆ​ແຈ້ງ​ໃຫ້​ຊາບຫຼັງ​ຈາກ​ການ​ພົບ​ປະກັນ​ແລ້ວ.

ທ່ານ Hollande ມີ​ໝາຍ​ກໍານົດ​ເຊ່ນ​ກັນ​ເພື່ອ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ກັບ​ຜູ້​ນໍາບັນດາ​ລັດຖະມົນຕີ​ການ​ເງິນ ​ໃນ​ເຂດ​ທີ່​ໃຊ້ເງິນ​ຢູ​ໂຣ ຄື​ນາຍົກລັດຖະມົນຕີ Jean Claude Juncker ​ແຫ່ງ Luxembourg ​ໃນ​ວັນ​ພະຫັດ​ມື້​ນີ້.

ຄາດ​ວ່າການ​ໂອ້​ລົມ​ສົນທະນາ​ກັນ​ນີ້​ຈະ​ເພ່ງ​ເລັງ​ໃສ່​ຄໍາ​ໝັ້ນ​ສັນຍາ​ຂອງ ຜູ້​ນໍາ​ໃໝ່​ຂອງຝຣັ່ງ ທີ່​ຈະ​ໄຂ​ການ​ພົບ​ປະ​ຫາລື​ກັນ​ຄືນ​ກ່ຽວກັບ​ສົນທິສັນ ຍາ​ວ່າ​ດ້ວຍ​ການ​ປະຢັດ​ມັດທະຍັດ​ ໃນ​ງົບ​ປະມານ​ປະ​ຈໍາປີ​ຂອງ​ສະຫະພາບ​ຢູ​ໂຣບ ​ໂດຍ​ຮຽກຮ້ອງ​ໃຫ້​ມີ​ການ​ເຈລະຈາ​ກັນ​ກ່ຽວ​ກັບ​ການ​ເອົາ​ມາດ​ຕະການ​ນິຍົມ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ ​ແທນ​ທີ່​ຈະ​ພຽງ​ແຕ່ ວາງ​ກົດ​ລະບຽບ​ໃນ​ການ​ປະຢັດ​ມັດທະຍັດ​ຕັດ​ງົບ​ປະມານ​ລົງ​ເທົ່າ​ນັ້ນ.

ທ່ານ​ນາງ Angela Merkel ນາຍົກລັດຖະມົນຕີ​ເຢຍຣະມັນ ກ່າວ​ວ່າ ທ່ານ​ນາງ​ຈະ​ບໍ່​ເຈລະຈາ​ສົນທິສັນຍາ​ສະບັບ​ນີ້​ຄືນ​ໃໝ່ ອັນ​ທີ່​ທ່ານ​ນາງ ໄດ້ເປັນ​ຜູ້​ບຸກ​ເບີກ ພ້ອມ​ກັບປະທານາທິບໍດີຝຣັ່ງ ທ່ານ Nicolas Sarkozy ທີ່ຈະ​ພົ້ນ​ຈາກ​ຕໍາ​ແໜ່​ງ​ໄປ​ນັ້ນ.

ການ​ທ້າ​ທາຍ​ຂອງ​ທ່ານ Hollande ຕໍ່​ໂຄງການ​ປະ​ຢັດ​ມັດທະຍັດນີ້​ມີ​ຂຶ້ນ​ຫຼັງ​ຈາກ​ຄວາມ​ປັ່ນ​ປ່ວນ​ທາງ​ດ້ານ​ການ​ເມືອງ​ໃນ​ກຣິສ ຫຼັງຈາກ​ພວກ​ປ່ອນ​ບັດ​ເລືອກ​ຕັ້ງ​ ໄດ້​ພາ​ກັບ​ຄັດຄ້ານ​ຢ່າງ​ຖ້ວມ​ລົ້ນ ​ຕໍ່​ພວກຜູ້​ສະມັກ​ຮັບ​ເລືອກ​ຕັ້ງ​ຫົວ​ນິນົມ​ແນວທາງ​ພໍ​ປານ​ກາງ​ສະໜັບສະໜຸນ​ການ​ຕັດ​ຄ່າ​ໃຊ້​ຈ່າຍ​ໃນ​ດ້ານ​ສັງຄົມ​ ທີ່​ຜູ້​ຄົນ​ບໍ່​ນິຍົມ​ນັ້ນ ທີ່​ມີ​ວັດຖຸ​ປະສົງ​ເພື່ອ​ໃຫ້​ການ​ຄໍ້າປະກັນ​ຕໍ່​ການ​ຊ່ອຍ​ກູ້​ໜີ​ສິນ​ຂອງ​ປະ​ເທດ​ ເພື່ອຫຼີກ​ລ້ຽງ​ການ​ກະທໍາ​ຜິດ​ສັນຍາ​ທີ່​ໃຊ້​ໜີ້ສິນ​ຄືນ​ບໍ່​ໄດ້​ນັ້ນ.