ທ່ານນາງ Le Pen ຈະສ້າງ ຄວາມສຳພັນ ທີ່ໃກ້ຊິດ ກັບອາຟຣິກາ ແລະຕໍ່ຕ້ານ ພວກຫົວຮຸນແຮງ ອິສລາມ

ຜູ້ສະໝັກປະທານາທິບໍດີຝຣັ່ງ ຈາກພັກຂວາຈັດ ທ່ານນາງ Marine Le Pen ກ່າວວ່າ ທ່ານນາງ ສະໜັບສະໜຸນ ປະທານາທິບໍດີທີ່ຖືກເລືອກໃໝ່ຂອງສະຫະລັດ ທ່ານ Donald Trump ຍ້ອນນະໂຍບາຍການຕ່າງປະເທດ ຂອງທ່ານ ເບິ່ງຄືວ່າ ຈະບໍ່ເປັນໄພຕໍ່ຝຣັ່ງ.

ຜູ້​ສະໝັກ​ພັກ​ຂວາ​ຈັດ​ຂອງ​ຝຣັ່ງທ່າ​ນນາງ Marine Le Pen ທີ່​ໄດ້​ຮັບ​ຄະ​ແນນນິຍົມ​ຢ່າງ​ແຂງ​ຂັນ ​ໃນ​ການ​ຢັ່ງ​ຫາງ​ສຽງ ກ່ອນ​ການ​ເລືອກ​ຕັ້ງປະທານາທິບໍດີ​ຂອງປະ​ເທດ ​ໄດ້​ກ່າວ​ສະຫຼຸບ​ກ່ຽວ​ກັບ​ບູລິ​ມະ​ສິດ​ໃນ​ນະ​ໂຍບາຍ​ການ​ຕ່າ​ງປະ​ເທດຈຳນວນ​ນຶ່ງຖ້າທ່ານ​ນາງ​ຫາກ​ຊະນະ​ການ​ເລືອກ​ຕັ້ງ ​ນັບ​ແຕ່​ການ​ໃຫ້ຄວາມ​ສະໜັບ​ສະໜຸນ​ຕໍ່​ພັນທະ​ມິດ​ທີ່​ວໍ​ຊິງ​ຕັນ ​ແລະ​ມົສກູເພື່ອ​ຕໍ່ສູ້​ກັບ​ກຸ່ມ​ລັດອິສລາມ ສ້າງຕັ້ງຄວາມ​ສຳພັນ​ໃໝ່ ​ກັບ​ສະຫະພາບ​ຢູ​ໂຣບ ​ແລະ​ລົງ​ເລິກ​ຄວາມ​ສຳພັນ ​ກັບ​ບັນດາ​ປະ​ເທດທີ່​ປາກ​ພາສາ​ຝຣັ່ງ ​ໃນ​ອາ​ຟຣິກາ.

​ໃນ​ການ​ໃຫ້​ສຳພາດ​ແບບ​ກວ້າງຂວາງ​ ແກ່​ພວກ​ນັກ​ຂ່າວ​ ທີ່​ປາກ​ພາສາ​ອັງກິດ​ຢູ່​ນະຄອນ​ຫລວງ​ປາຣີນັ້ນ ທ່ານ​ນາງ Le Pen ​ຍັງ​ໄດ້​ກ່າວ​ປ້ອງ​ກັນ ລັດທິ​ມະ​ຫາ​ຊົນນິຍົມ​ຫຼື popu- lism ຊຶ່ງ​ກຳລັງ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບຢູ່​ໃນທົ່ວ​ທະວີບຢູ​ໂຣບ​ແລະ​ສະຫະລັດ ທີ່ໄດ້​ໂຄ່ນ​ລົ້ມ​ພວກ​ນັກ​ການ​ເມືອງ​ສາຍ​ຫຼັກ ແລະ​ມີ​ຄວາມໃກ້ຊິດ ກັບ​ພັກ​ແນວ​ໂຮມ​ແຫ່ງ​ຊາດ​ຂອງ​ທ່ານ​ນາງ.

ທ່ານ​ນາງ​ຕັ້ງຄຳ​ຖາມ​ວ່າ “ມັນ​ແມ່ນພວກ​ທີ່​ຕ້ອງການ​ປົກ​ປ້ອງ​ລັດຖະບານຂອງ ​ເພື່ອແລະ ໃນ​ນາມ​ຂອງ​ປະຊາຊົນບໍ? ຖ້ານັ້ນຫາກ​ຖືກຕ້ອງ ຂ້າພະ​ເຈົ້າກໍ​ຍິນດີ​ຮັບ​ເອົາ​ການ​ຖືກ​ຮ້ອງ​ວ່າ ​ເປັນ​ຜູ້ທີ່​ປະຊາຊົ​ນນິຍົມ.”

ນອກ​ນັ້ນ ທ່ານ​ນາງ​ຍັງ​ກ່າວ​ເຖິງ​ການ​ເມືອງ​ພາຍ​ໃນ​ປະ​ເທດ ​ໂດຍ​ກ່າວ​ໂຈມຕີ​ຢ່າງແຮງ​ຕໍ່​ທະນາຄານ​ຕ່າງໆ​ຂອງຝຣັ່ງ ທີ່​ໄດ້ປະຕິ​ເສດ​ບໍ່​ຍອມ​ໃຫ້​ເງິນ​ກູ້​ຢືມ​ແກ່​ຄະນະໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ນາງນັ້ນວ່າ ເປັນເລື່ອງ “ນອງ​ນັນ​ທີ່​ສຸດ” ​ແລະໄດ້​ຮຽກຮ້ອງ​ໃຫ້​ຕັດຈຳນວນ ບ່ອນ​ນັ່ງ​ ​ສະມາຊິກ​ສະພາ​ສູງແລະ​ສະພາ​ແຫ່ງ​ຊາດ​ຂອງຝຣັ່ງລົງຢ່າງ​ຫຼວງຫຼາຍ ອັນ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ແຜນການ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ ​ທີ່​ຈະ​ຫຼຸດ​ຫຼືບຊັ້ນການ​ປົກຄອງ​ຂອງປະເທດລົງ.

ການ​ໂຄສະນາ​ຫາ​ສຽງ​ໃນ​ການ​ເລືອກ​ຕັ້ງປະທານາທິບໍດີ​ຂອງ​ຝຣັ່ງ ​ແມ່ນ​ນຶ່ງ​ໃນ​ການ​ໂຄ ສະນາ​ຫາ​ສຽງ​ທີ່​ມີ​ການ​ຈັບ​ຕາ​ເບິ່ງ​ກັນ​ຢ່າງ​ໃກ້ຊິດ​ທີ່​ສຸດ​ໃນ​ປີນີ້​ ແລະທ່ານ​ນາງ Le Pen ກຳລັງ​ມາ​ພ້ອມ ກັບ​ກະ​ແສ​ຟອງ ຂອງ​ບັນດາ​ຜູຸ້ມີ​ສິດ​ປ່ອນ​ບັດ ທີ່​ມີ​ຄວາມ​ໂກດ​ແຄ້ນກ່ຽວ ​ກັບສະພາບ​ເສດຖະກິດ ທີ່​ບໍ່​ຄ່ອຍ​ແຈ່ມ​ໃສ ບັນຫາ​ຄົນເຂົ້າ​ເມືອງ ​ທີ່​ເພີ້ມທະວີ​ຂຶ້ນ ​ແລະ​ພວກ​ຫົວ​ຮຸນ​ແຮງອິສລາມ. ປະທານາທິບໍດີ Francois Hollande ທີ່​ບໍ່​ໄດ້​ຮັບ​ຄວາ​ມນິ ຍົມ​ຈາກ​ປະຊາຊົນ​ຕ້ອງ​ໄດ້​ປະ​ກາດ​ໃນ​ເດືອນ​ແລ້ວນີ້ວ່າ ທ່ານ​ຈະ​ບໍ່​ລົງ​ສະໝັກ​ເຂົ້າ​ແຂ່ງ ຂັນ​ເອົາ​ຕຳ​ແໜ່​ງອີກ ​ໃນ​ເດືອນເມສາ​ຈະ​ມານີ້. ພັກສັງຄົມນິຍົມຂອງທ່ານ ຈະຈັດການ ເລືອກຕັ້ງຂັ້ນຕົ້ນໃນທ້າຍເດືອນນີ້ແຕ່ຜູ້ທີ່ຊະນະແມ່ນມີໂອກາດໜ້ອຍທີ່ຈະຊະນະການ ເລືອກຕັ້ງທົ່ວໄປ.

ການຢັ່ງຫາງສຽຫຼາຍໆຄັ້ງ ແລະພວກນັກຊ່ຽວຊາວທຳນາຍວ່າ ທ່ານນາງ Le Pen ຊຶ່ງ ໃນທີ່ສຸດອາດຈະໄດ້ເຂົ້າຮ່ວມການເລືອກຕັ້ງຮອບສອງ ໃນເດືອນພຶດສະພາ ແຕ່ກໍຈະ ບໍ່ໄດ້ຕຳແໜ່ງປະທານາທິບໍດີ ຊຶ່ງເປັນຜົນທີ່ຄ້າຍຄືກັນ ກັບການເລືອກຕັ້ງປີ​ 2002 ເວ ລາບິດາຂອງທ່ານນາງ ທ່ານ Jean-Marie Le Pen ເສຍໄຊ ໃຫ້ແກ່ປະທານາທິບໍດີ Jacques Chirac ຊຶ່ງເທົ່າກັບ ເປັນການລົງປະຊາມະຕິຄັ້ງໃຫຍ່ ຕໍ່ຕ້ານພວກຫົວຮຸນ ແຮງນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ