ເທີກີວ່າ ການສັງຫານ ຊາວເຄີດ ຢູ່ປາຣີ ແມ່ນ ການຜິດຖຽງ ພາຍໃນ (ສະໄລດ໌)

ຮູບຂອງມື້ລາງ ທ່ານນາງ Sakine Cansiz ສະມາຊິກກໍ່ຕັ້ງ ພັກກຳມະກອນຊາວເຄີດ ຫຼື PKK ທີ່ສູນກາງວັດທະນະທຳຊາວເຄີດ ຢູ່ກຸງປາຣີ (10 ມັງກອນ 2013)

ນາຍົກລັດຖະມົນຕີເທີກີກ່າວວ່າ ການສັງຫານພວກນັກເຄື່ອນ
ໄຫວຊາວເຄີດ 3 ຄົນຢູ່ທີ່ກຸງປາຣີ ອາດເປັນຜົນເນື່ອງມາຈາກ
ການຜິດຂ້ອງຕ້ອງຖຽງກັນຢ່າງຮຸນແຮງພາຍໃນ.

ສົບຂອງແມ່ຍິງທັງ 3 ຊຶ່ງນຶ່ງໃນນັ້ນເປັນສະມາຊິກຜູ້ກໍ່ຕັ້ງຂອງ
ກຸ່ມຊາວເຄີດ ທີ່ກຳລັງຕໍ່ສູ້ ເພື່ອຮຽກຮ້ອງເອົາສິດໃນການປົກ ຄອງຕົນເອງຫຼາຍຂຶ້ນຢູ່ໃນເທີກີ ໄດ້ຖືກພົບເຫັນຢູ່ຂ້າງໃນສູນ
ກາງຂໍ້ມູນຊາວເຄີດ ທີ່ກຸງປາຣີ ໃນວັນພະຫັດວານນີ້.

ນາຍົກລັດຖະມົນຕີເທີກີ ທ່ານ Recep Tayyip Erdogan
ກ່າວວ່າການອັດປະຕູດ້ວຍກະແຈຂອງສູນກາງແມ່ນສາມາດ ເປີດໄດ້ຈາກພາຍໃນທໍ່ນັ້ນແລະພວກ ແມ່ຍິງຈຸນີ້ກໍຈະບໍ່ເປີດ
ປະຕູເອົາຜູ້ໃດ ທີ່ພວກເຂົາເຈົ້າບໍ່ຮູ້ຈັກ.

ພວກປະທ້ວງຊາວເຄີຣສໄດ້ກ່າວຫາລັດຖະບານເທີກີວ່າເປັນຜູ້ຈັດແຈງກ່ຽວກັບການໂຈມ ຕີຄັ້ງນີ້.

ຕຳຫຼວດຝຣັ່ງເວົ້າວ່າ ສົບຂອງແມ່ຍິງທັງ 3 ຄົນໄດ້ຖືກພົບເຫັນຖືກຍິງດ້ວຍລູກປືນໃນຕອນ ເຊົ້າໆຂອງວັນພະຫັດວານນີ້. ຕຳຫຼວດໄດ້ແຈ້ງໃຫ້ຊາບວ່າ ຜູ້ນຶ່ງ ໃນຈຳນວນຜູ້ເຄາະຮ້າຍ ນັ້ນແມ່ນນາງ Sakine Cansiz ຊຶ່ງເປັນສະມາຊິກຜູ້ກໍ່ຕັ້ງພັກກຳມະກອນຊາວເຄີດຫຼື PKK. ການສືບສວນກ່ຽວກັບເລື່ອງນີ້ກຳລັງດຳເນີນຢູ່.

ການເສຍຊີວິດຂອງແມ່ຍິງ ຊາວເຄີດທັງ 3 ມີຂຶ້ນໃນຂະນະທີ່ການເຈລະຈາເພື່ອຍຸຕິການ ກໍ່ກະບົດເປັນເວລາ 28 ປີຂອງຊາວເຄີດ ມີລາຍງານວ່າພວມຢູ່ໃນຂັ້ນເລີ້ມຕົ້ນ ລະຫວ່າງ ລັດຖະບານເທີກີແລະຜູ້ນຳຂອງກຸ່ມກະບົດທ່ານ Abdul Ocalan ທີ່ພວມຖືກຂັງຄຸກຢູ່ໃນ ເວລານີ້.