ຝຣັ່ງ ສະເໜີໃຫ້ ຂື້ນພາສີ ຄົນຮັ່ງມີ

말레이시아 쿠알라룸푸르에서 힌두교 축제에 참가한 교도가 바투동굴사원에서 머리에 물을 맞는 의식을 행하고 있다.

ລັດຖະບານສັງຄົມນິຍົມຊຸດໃໝ່ຂອງຝຣັ່ງກໍາລັງຮຽກຮ້ອງໃຫ້ມີ
ການຂຶ້ນພາສີຕໍ່ພວກທີ່ຮັ່ງມີ ແລະບັນດາທຸລະກິດຂະໜາດໃຫຍ່
ທັງຫລາຍ ໃນຂະນະທີ່ລັດຖະ ບານພະຍາຍາມຕັດການຂາດດຸນ
ງົບປະມານ ແລະເສີມຂະຫຍາຍເສດຖະກິດທີ່ຢູ່ໃນສະພາບຝືດ
ເຄືອງນັ້ນ.

ຢູ່ໃນຮ່າງງົບປະມານການໃຊ້ຈ່າຍຄັ້ງທໍາອິດຂອງທ່ານນັ້ນ ປະທານາທິບໍດີ Francoise Hollande ໄດ້ສະເໜີໃຫ້ປະຢັດເງິນ 39 ພັນລ້ານໂດລາ ຊຶ່ງນຶ່ງສ່ວນສາມຈະເປັນການ
ຕັດ ການໃຊ້ຈ່າຍຕ່າງໆລົງ ແລະສອງສ່ວນສາມ ຈາກ ການຂຶ້ນພາສີ.

ທ່ານໄດ້ຮຽກຮ້ອງໃຫ້ມີການເກັບພາສີ 75 ເປີເຊັນ ໃນລະຍະສອງປີຕໍ່ໜ້າ ຕໍ່ພວກທີ່ມີ
ລາຍໄດ້ຫຼາຍກວ່າ 1 ລ້ານ 3 ແສນໂດລາ.

ນັກຕຳໜິຕິຕຽນກ່າວວ່າ ການພາສີສູງຂຶ້ນນັ້ນ ອາດຈະເປັນສັນຍານວ່າ ຝຣັ່ງບໍ່ ມັກຄົນທີ່
ຮັ່ງມີ. ແຕ່ນາຍົກລັດຖະມົນຕີຝຣັ່ງ ທ່ານ Jean-Marie Ayrault ໄດ້ກ່າວປ້ອງກັນ ກ່ຽວ
ກັບຄວາມທ່ຽງທໍາ ຂອງຂໍ້ສະເໜີງົບປະມານ ແລະກ່າວວ່າ ມັນເປັນການຕໍ່ສູ້ ບໍ່ຢາກມີ
ໜີ້ສິນ.

ຝຣັ່ງ ແມ່ນຮອງຈາກເຢຍຣະມັນ ທີ່ມີເສດຖະກິດສູງລະດັບສອງຂອງບັນດາ 17 ປະເທດ
ທີ່ໃຊ້ເງິນຢູໂຣ ແຕ່ເສດຖະກິດຂອງຝຣັ່ງໄດ້ຕົກຢູ່ໃນສະພາບບໍ່ໄປບໍ່ມາ ແລະອັດຕາການ
ຫວ່າງງານແມ່ນສູງເປັນປະຫວັດການ ໃນລະຍະ 13 ປີ ຄືສູງກາຍ 10 ເປີເຊັນໃນເວລານີ້.