ສານສູງສຸດຝຣັ່ງ ຈະຕັດສິນ ຕໍ່ການຫ້າມໃສ່ ຊຸດອາບນ້ຳ ທີ່ປົກຄຸມໝົດຕົວ

ພວກປະທ້ວງ ຕໍ່ຕ້ານການຫ້າມຂອງຝຣັ່ງ ບໍ່ໃຫ້ໃຊ້ຊຸດອາບນ້ຳ ທີ່ປົກຄຸມໝົດທັງຕົວ ຢູ່ນອກສະຖານທູດຝຣັ່ງ ທີ່ນະຄອນຫຼວງ ລອນດອນ. (25 ສິງຫາ 2016)

ສານ​ປົກຄອງ​ສູງ​ສຸດ​ຂອງຝຣັ່ງ ມີ​ກຳນົດ​ທີ່​ຈະ​ຕັດສິນ​ໃນ​ວັນ​ສຸກ​ມື້ນີ້ວ່າ ຈະ​ຫ້າມ​ຫຼືບໍ່ ຕໍ່​ການ​ນຸ່ງ​ຊຸດ​ອາບ​ນ້ຳ​ທີ່​ປົກ​ຄຸມ​ໂຕ​ທັງ​ໝົດ​ ຊຶ່ງໄດ້​ກາຍ​ເປັນ​ບັນຫາ​ໂຕ້​ແຍ້​ງລະຫວ່າງ​ປະ​ເທດ​ນັ້ນ.

ການ​ຕັດສິນ​ດັ່ງກ່າວ ກຳນົດວ່່າ​ຈະ​ມີຂຶ້ນ​ໃນ​ຕອນ​ບ່າຍ​ມື້ນີ້ ​ແລະ​ມີ​ທ່າ​ທາງ​ວ່າ​ຈະ​ກຳ​ນົດນະ​ໂຍບາຍ​ສຳລັບ​ຫົວ​ເມືອງ​ຕ່າງໆ​ຢ່າງ​ໜ້ອຍ 30 ​ແຫ່ງ​ໃນ​ປະ​ເທດ​ຝຣັ່ງ.

ຫຼາຍໆ​ຫົວ​ເມືອງ​ແຄມ​ທະ​ເລ​ຂອງຝຣັ່ງ ຮວມທັງ​ເມືອງ Riviera ​ໄດ້​ຫ້າມ​ບໍ່​ໃຫ້​ໃສ່​ຊຸດ​ອາບ​ນ້ຳ​ທີ່​ປົກ​ຄຸມ​ໝົດທັງ​ຕົວ ທີ່​ພວກ​ແມ່ຍິງ​ມຸສລິ​ມຈຳນວນ​ນຶ່ງ​ ພາກັນ​ໃສ່​ກັນນັ້ນ ​ໃນ​ພື້ນຖານ​ເປັນ​ການລະ​ເມີດ​ຕໍ່​ກົດໝາຍ​ ກ່ຽວ​ກັບ​ຫລັກການ​ທີ່​ແບ່ງ​ແຍກລະຫວ່າງລັດຖະບານ​ແລະ​ສາສະໜາ.

ແມ່ຍິງມຸສລິມຄົນນຶ່ງ ນຸ່ງຊຸດອາບນ້ຳ ທີ່ປົກຄຸມໝົດທັງຕົວ ທີ່ຈົ່ງໄວ້ແຕ່ໜ້າເທົ່ານັ້ນ

ການ​ຫ້າມ​ດັ່ງກ່າວ​ມີ​ຂຶ້ນ​ໃນ​ຂະນະ​ທີ່​ໄດ້​ມີ​ການສະ​ແດງ​ຄວາມ​ຢ້ານ​ກົວ​ຂອງ​ຊາວ​ຝຣັ່ງຫຼາຍ ຄົນ ກ່ຽວ​ກັບ​ຄວາມ​ປອດ​ໄພ​ສາທາລະນະ​ຫຼັງ​ຈາກ​ໄດ້​ມີ​ການ​ໂຈມ​ຕີຂອງ​ພວກ​ຫົວຮຸນ​ແຮງ​ລັດ​ອິສລາມ ​ທີ່​ນະຄອນຫຼວງປາຣີ ​ເມືອງນິສ ​ແລະບ່ອນ​ອື່ນໆ ​ໃນ​ໄລຍະ 20 ​ເດືອນ​ທີ່​ຜ່ານ​ມານີ້.

ສັນນິບາດ​ ປົກ​ປ້ອງ​ສິດທິ​ມະນຸດ​ຂອງຝຣັ່ງ ໄດ້​ຍື່ນ​ຟ້ອງ​ຕໍ່​ຄຳ​ສັ່ງ​ຫ້າມ​ທີ່​ວ່າ​ນີ້ ຊຶ່ງ​ໄດ້​ກໍ່​ໃຫ້​ເກີດ​ມີ​ການ​ອະພິປາຍ​ກັນ​ຢ່າງ​ເຜັດ​ຮ້ອນ. ກຸ່ມດັ່ງກ່າວ​ເວົ້າວ່າ ​ພວກແມ່ຍິງ​ຄວນ​ຈະ​ມີ​ສິດ​ໃນ​ການ​ນຸ່ງ​ຫົ່ມໃນ​ສິ່ງ​ທີ່​ພວກ​ເຂົາ​ເຈົ້າຕ້ອງການຢູ່​ຕາມ​ຫາດແຫ່ງ​ຕ່າງໆໃນ​ປະ​ເທດ​ຝຣັ່ງ.

ອີງ​ຕາມ​ການ​ຢັ່ງ​ຫາງ​ສຽງ​ປະຊາຊົນ​ແລ້ວ ການ​ຫ້າມ​ດັ່ງກ່າວ​ນີ້ ​ແມ່ນ​ໄດ້​ຮັບ​ການ​ສະໜັບ ສະໜຸນ​ຢ່າງ​ກວ້າງຂວາງ ​ແຕ່​ກໍ​ຂຶ້ນຢູ່​ກັບສານທີ່​ຈະ​ຕັດສິນ​ໃຫ້​ຂໍ້​ຫ້າມ​ດັ່ງກ່າວ​ນີ້ມີ​ຜົນ​ບັງ ຄັບ​ໃຊ້ຕໍ່​ໄປ​ຫຼືບໍ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ