ຝຣັ່ງ ເລັ່ງມອບສັນຊາດ ໃຫ້ແກ່ ວິລະບຸລຸດ ຄົນມາລີ

ທ້າວ Lassana Bathily (ກາງ) ອົບພະຍົບຄົນມາລີ ຜູ້ທີ່ຊ່ວຍຊີວິດ ບັນດາລູກຄ້າຊາວຢິວ ເມື່ອອາທິດແລ້ວນີ້ ໂດຍການຊຸກເຊື່ອງ ພວກເຂົາເຈົ້າໄວ້ຢູ່ຊັ້ນລຸ່ມຂອງຮ້ານຄ້າຂາຍ ອາຫານການກິນຂອງຊາວຢິວ ໂອ້ລົມກັບພວກເດັກນ້ອຍ ຢູ່ທີ່ສາລາເມືອງຂອງນະຄອນ ຫລວງປາຣີ ປະເທດຝຣັ່ງ, ວັນທີ 16 ມັງກອນ 2015.

ເລື້ອງ​ລາວ​ຂອງການ​ກະທຳ​ທີ່​ກ້າຫານຕ່າງໆ ​ຂອງ​ພະນັກ​ງານ​
ຄົນ​ນຶ່ງ​ຢູ່​ທີ່ຮ້ານ​ຂາຍອາຫານ​ການ​ກິນ​ຂອງ​ຊາວ​ຢິວ ໃນນະຄອນ
ຫລວງ​ປາຣີ ທີ່​ຕົກ​ຢູ່​ພາຍ​ໃຕ້​ການ​ໂຈມ​ຕີ ​ໂດຍ​ມື​ປືນ​ປະກອບ​ອາວຸດ
​ໄດ້​ເຮັດ​ໃຫ້​ຊາຍ​ໜຸ່ມ​ຄົນ​ດັ່ງກ່າວ​ນີ້ ​ໄດ້​ຮັບ​ສັນ​ຊາດ​ຝຣັ່ງຢ່າງ​ທັນທີ.

ທ້າວ Lassana Bathily ບອກ​ກັບ ວີ​ໂອ​ເອ ​ໃນ​ການ​ສຳພາດ​ເມື່ອ
​ວັນ​ເສົາ​ວານ​ນີ້ ວ່າ ປະທາ​ນາ​ທິບໍດີຝຣັ່ງ ທ່ານ Francois
Hollande ໄດ້ໂທລະສັບ​ຫາ ລາວ ​ແລະ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາວ່າ​
ຈະ​ມອບ​ສັນຊາດ​ຝຣັ່ງ​ໃຫ້​ແກ່​ລາວ.

ທ້າວ Bathily ​ອາຍຸ 24 ປີ ຖື​ສາສະໜາ​ອິສລາມ ຈາກ​ປະ​ເທດ
​ມາລີ ຜູ້​ທີ່​ໄດ້​ຊ່ວຍ​ເຊື່ອງພວກ​ລູກຄ້າ​ໄວ້ໃນ​ຕູ້​ແສ່​ເຢັນ​ ຢູ່ຊັ້ນລຸ່ມ​ຂອງ​ຮ້ານ​ຄ້າ ກ່ອນໜ້າ​ທີ່​
ລາວ​ຈະ​ຫລົບໜີ ອອກ​ໄປໄດ້​ ແລ້ວເຕືອນ​ເຈົ້າ​ໜ້າ​ທີ່​ຕຳຫລວດ ​ແລະ​ລາວ​ເວົ້າວ່າ ສາສະ
ໜາ​ຂອງ​ພວກ​ຄົນ ທີ່​ລາວ​ໄດ້​ຊ່ວຍ​ເຫຼືອນັ້ນ ບໍ່​ມີ​ຄວາມ​ສຳຄັນ​ສຳ​ຫລັບ​ລາວ​ເລີຍ.

ທ້າວ Bathily ບອກ​ກັບ​ຜູ້​ສື່​ຂ່າວ ວີ​ໂອ​ເອພະ​ແນ​ກພາສາ Bambara ວ່າ ການ​ກະທຳ​ຕ່າງໆ​ຂອງ​ລາວ​ນັ້ນ “ບໍ່​ກ່ຽວ​ພັນ​ກັບ​ຄວາມ​ເຊື່ອ​ຖື​ເລີຍ” ແລ້ວ​ກ່າວ​ຕື່ມ​ອີກ​ວ່າ ພວກ​ລູກ​ຄ້າ ແມ່ນ​ເປັນ​ຄົນທີ່ “ບໍລິສຸດ” ຜູ້​ທີ່ “ບໍ່​ໄດ້​ເຮັດ​ຫຍັງ​ຜິດ​.”

ທ້າວ Bathily ​ໄດ້​ຖືກ​ຍົກຍ້ອງ ວ່າ​ເປັນ​ວິລະ​ບຸລຸດ ສຳ​ຫລັບ​ການ​ກະທຳ​ຕ່າງໆຂອງ​ລາວນັ້ນ ​ໃນ​ລະຫວ່າງ​ການ​ໂຈມ​ຕີກໍ່​ການ​ຮ້າຍ.

ທ້າວ Amedy Coulibaly ມື​ປືນຜູ້​ທີ່​ຖືກ​ລະ​ບຸ​ໂຕວ່າ ​ມີ​ສ່ວນ​ກ່ຽວ​ພັນ​ກັບ​ພວກອິສລາມ​ຫົວ​
ຮຸນ​ແຮງຈັດ ​ໄດ້​ໂຈມ​ຕີ ຮ້ານ​ຂາຍ​ອາຫານ​ການ​ກິນ​ຊາວ​ຢິວດັ່ງກ່າວ ​ໃນ​ລະຫວ່າງ​ການ​ກໍ່
​ຄວາມ​ຢ້ານ​ກົວ​ເປັນ​ເວ​ລາ 3 ມື້​ຢູ່​ໃນນະຄອນ​ປາຣີ ທີ່​ໄດ້​ສັງຫານ 17 ຄົນ.

ວິລະ​ບຸລຸດ ​ແລະ ມື​ປືນ ຕ່າງກໍເປັນຄົນຜິວ​ດຳ ​ເຊື້ອສາຍຕົ້ນກຳ​ເນີ​ດຈາກ​ປະ​ເທດ​ມາລີ
ທີ່​ປາກ​ເວົ້າພາສາ​ຝຣັ່ງ ​ເຮັດໃຫ້​ເກີດຄວາມ​ສັບສົນ​ບາງ​ສ່ວນ ​ໃນ​ເວລາ ທ້າວ Bathily ​
ໄດ້​ຫລົບໜີ​ອອກ​ໄປຈາກ​ຮ້ານ​ຄ້າ ເພື່ອຂໍ​ຄວາມ​ຊ່ວຍ​ເຫຼືອ.

ທ້າວ Bathily ຖືກ​ຈັບ​ກຸ່ມ​ໃສ່​ກັບ​ມື ​ເປັນ​ເວລາ 90 ນາທີ ​ໂດຍ​ຕຳຫລວດ ຈົນ​ກວ່າ​ພວກ​ຄົນ
ທີ່​ຮູ້ຈັກ​ລາວ ​ໄດ້​ຢັ້ງຢືນວ່າ ລາວ​ບໍ່​ແມ່ນ​ຄົນ​ຮ້າຍ. ທ້າວ Bathily ​ແຕ້ມ​ແຜນ​ທີ່​ຂອງ​ຮ້ານ​ຄ້າ​
ໃຫ້​ແກ່​ເຈົ້າໜ້າ​ທີ່​ຕຳຫລວດ. ຫຼັງຈາກ​ທີ່​ໄດ້​ເຮັດ​ວຽກ​ຢູ່​ຮ້ານ​ຄ້າ​ດັ່ງກ່າວ​ເປັນ​ເວ​ລາ 4 ປີ ​ແລະ
​ໄດ້​ສວດ​ມົນ​ພະວະ​ນາ ພາຍ​ໃນ​ຮ້ານ​ຄ້າເມື່ອ​ເວລາ​ເຂົ້າ​ເຮັດ​ວຽກ​ນັ້ນ ລາວ​ຮູ້ຈັກ​ສະຖານ​ທີ່​
ຢ່າງ​ລະອຽດ.

ທ້າວ Bathily ບອກ​ກັບ​ວີ​ໂອ​ເອ ວ່າ “​ເຖິງ​ແມ່ນ​ວ່າ ຂ້າພະ​ເຈົ້າຖືກ​ເອີ້ນ​ວ່າ​ເປັນ​ວິ​ລະ​
ບຸລຸດ ກໍ​ຕາມ ຂ້າພະ​ເຈົ້າຈະ​ບໍ່​ປ່ຽນ​ແປງຫຍັງ​ເລີຍ.”

ທ້າວ Bathily ​ໄດ້​ຢື່ນຄຳ​ຮ້ອງ​ຂໍ​ສັນຊາດ​ຝຣັ່ງ​ໃນ ປີ 2014 ຫຼັງຈາກທີ່​ໄດ້​ອາ​ໄສ​ຢູ່​ຝຣັ່ງ​ໄດ້
8 ປີ​ແລ້ວ. ກະຊວງ​ພາຍ​ໃນ​ ກ່າວ​ວ່າ ​ເອກະສານ​ສຳນວນ​ຂອງ​ລາວ ​ໄດ້​ຖືກ​ນຳ​ສົ່ງຢ່າງ​
ວ່ອງ​ໄວ ​ແລະ ລັດຖະມົນຕີ​ກະຊວງ​ພາຍ​ໃນ ທ່ານ Bernard Cazeneuve ຈະ​ເປັນ
ປະທານໃນ ​ພິທີປ່ຽນ​ສັນຊາດຂອງທ້າວ Bathily ໃນວັນອັງຄານນີ້.