ພັກສັງຄົມນິຍົມແລະພັນທະມິດ ໄດ້ຮັບບ່ອນນັ່ງ ຫລາຍທີ່ສຸດ ໃນການເລືອກຕັ້ງສະພາຝຣັ່ງ (ວີດີໂອ)

  • ດຣ. ສິມມາລາ

ການນັບບັດເລືອກຕັ້ງສະພາຕໍ່າ ຮອບທໍາອິດຂອງຝຣັ່ງ ທີ່ມີຂຶ້ນ ໃນວັນອາທິດວານນີ້, ທີ 10 ມີຖຸນາ 2012.

ພັກສັງຄົມນິຍົມຂອງທ່ານ Francois Hollande, ແລະພັກ​ອື່ນ​ໆ​ທີ່​ເປັນພັນທະມິດ
ໄດ້ຮັບບ່ອນນັ່ງໃນສັດສ່ວນ​ຫລາຍທີ່ສຸດ ຢູ່ໃນການປ່ອນ​ບັດເລືອກຕັ້ງສະພາຕໍ່າຮອບ
ທໍາອິດຂອງຝຣ່ັງ ໃນວັນອາທິດວານນີ້.

ຜົນການປ່ອນ​ບັດ​ຂອງທາງການ ສະແດງໃຫ້ເຫັນວ່າ ພັກຝ່າຍທີ່​ນິຍົມຊ້າຍ​ໄດ້ກວາມ
ເອົາປະມານ 46% ຂອງຄະແນນສຽງໃນການຍາດ​ເອົາບ່ອນນັ່ງທັງ​ໝົດ 577 ບ່ອນ​ ​
ໃນສະພາແຫ່ງຊາດ ຫລື​ສະພາ​ຕໍ່າ​ນັ້ນ.

ພັກນິຍົມແນວທາງເດີມ UMP ຂອງອະດີດປະທານາທິບໍດີ Nicolas Sarkozy ໄດ້
ຮັບປະມານ 34% ຂອງຄະແນນສຽງ ໃນຂະນະທີ່​ພັກແນວໂຮມຊາດຂວາຈັດ ໄດ້ຮັບ
ຄະແນນສຽງ ປະມານ 13%.

49% ທີ່​ໄດ້ໄປ​ປ່ອນ​ບັດ​ໃນ​ການ​ເລືອກ
​ຕັ້ງສະພາ ​ເມື່ອປີ 2007 ນັ້ນໜ້ອຍນຶ່ງ.

​ສ່ວນວ່າ​ພັກ​ໃດ​ຈະ​ໄດ້​ບ່ອນ​ນັ່ງໂຕ​ຈິງຫລາຍ​ເທົ່າ​ໃດ​ໃນສະພາແຫ່ງຊາດນັ້ນ ​ແມ່ນ​ຈະ​ຮູ້​ກັນ
ຫລັງ​ຈາກການປ່ອນບັດຮອບທີສອງ ທີ່​ໄດ້​ກໍານົດ​ໃສ່ວັນທີ 17 ມິຖຸນາ ວັນອາທິດຈະມາ
ເຖິງນີ້.

ພັກສັງຄົມນິຍົມແລະພັນທະມິດຂອງ​ເຂົາ​ເຈົ້າ ​ແມ່ນໄດ້ຄວບຄຸມ​ສະພາ​ສູງ​ຂອງລັດຖະສະ
ພາຝຣັ່ງແລ້ວ ໃນເວລານີ້.

ທ່ານ Hollande ຢາກ​ໃຫ້​ມີ​ການຮັບຜ່ານມາດຕະການຫລາຍໆ​ຢ່າງ ທີ່ທ່ານຫວັງວ່າ ຈະ ຊ່ວຍລຸດອັດຕາການຫວ່າງງານລົງ ແລະກະຕຸກ​ຊຸກຍູ້ເສດຖະກິດທີ່ໃຫຍ່ ອັນດັບສອງຂອງ
ຢູໂຣບ ​ໃຫ້ຟື້ນ​ຄືນ​ມາໄດ້.

ລາຍງານຂ່າວ​ກ່າວ​ວ່າ ຈໍານວນຄົນໄປປ່ອນ​ບັດໃນວັນອາທິດວານນີ້ ​ແມ່ນ​ມີ​ປະມານ 48%
ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທັງ​ໝົດ ຊຶ່ງ​ແມ່ນລຸດຈໍານວນ 49% ທີ່​ໄດ້ໄປ​ປ່ອນ​ບັດ​ໃນ​ການ​ເລືອກ
​ຕັ້ງສະພາ ​ເມື່ອປີ 2007 ນັ້ນໜ້ອຍນຶ່ງ.