ຝຣັ່ງປ່ອນບັດເອົາ ປະທານາທິບໍດີ ໃນການເລືອກຕັ້ງຮອບທີນຶ່ງ

  • ສິງ ບູຣົມມະວົງ

ປະທານາທິບໍດີ Nicolas Sarkozy ແລະພັນລະຍາ ທ່ານນາງ Carla Bruni ອອກຈາກໜ່ວຍປ່ອນບັດ ຫຼັງຈາກປ່ອນບັດເລືອກຕັ້ງປະທານາ ທິບໍດີ ຮອບທີນຶ່ງໃນວັນອາທິດມື້ນີ້. ວັນທີ22 ເມສາ 2012




















ປະທານາທິບໍດີ​ຝຣັ່ງທ່ານ Sarkozy ພ້ອມ​ດ້ວຍ​ພັນ​ລະ​ຍາ ທ່ານ​ນາງ Carla Bruni
ໄດ້​ອອກ​ໄປປ່ອນ​ບັດ​ໃນ​ວັນ​ອາທິດ​ມື້​ນີ້​ ໃນ​ການ​ເລືອກຕັ້ງ​ປະທານາທິບໍດີ​ຮອບ​ທີ​ນຶ່ງ
ຂອງຝຣັ່ງ.

ທ່ານ Francois Hollande ຄູ່​ແຂ່ງ​ຄົນ​ສໍາຄັນ​ຂອງ​ທ່ານ Sarkozyສັງກັດ​ພັກ​ສັງຄົມ
ນິຍົມ ກໍ​ໄດ້ອອກ​ໄປ​ປ່ອນ​ບັດ ​ໃນ​ເຊົ້າ​ມື້​ນີ້​ເຊ່ນ​ກັນ.

ການ​ສໍາ​ຫຼວດຫາງ​ສຽງ​ປະຊາຊົນກ່ອນວັນ​ເລືອກ​ຕັ້ງ​ ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Sar
kozy ມີ​ຄະ​ແນນສຽງ​ລ້າ​ຫຼັງ​ທ່ານ Hollande ຫລາຍຄະ​ແນນ.

ພວກ​ສໍາ​ຫຼວດຫາງ​ສຽງ​ປະຊາຊົນ​ກ່າວ​ວ່າ ​ທ່ານ Marine Le Pen ຫົວ​ນິຍົມ​ຂວາ
ຈັດ ​ແລະ​ທ່ານ Jean-Luc Melenchon ຫົວ​ນິຍົມຊ້າຍ​ຈັດ ຄາດ​ວ່າ​ຈະ​ໄດ້​ຮັບ​ສຽງ
ສະໜັບສະໜຸນ​ມາ​ໃນ​ອັນ​ດັບ3 ​ແລ​ະ4 ຕາມ​ລໍາດັບ.

ການ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ວັນ​ອາທິດ​ມື້​ນີ້ ຈະ​ຕັດ​ຈໍານວນ​ຜູ້​ສະມັກ​ແຂ່ງຂັນ​ຈາກ
10 ຄົນ​ ລົງ​ມາ​ເປັນ 2 ​ແລະ​ຄາດ​ວ່າ ທ່ານ Sarkozy ​ແລະ​ ທ່ານ Hollande ຈະ​
ແຂ່ງຂັນ​ກັນໃນ​ການ​ເລືອກ​ຕັ້ງຮອບທີ​ສອງ ໃນ​ວັນ​ທີ 6 ພຶດສະພາ ​ເດືອນ​ໜ້າ​ນີ້​ ຊຶ່ງ​
ຈະຕັດສິນຊີ້​ຂາດ​ວ່າ​ຜູ​ໃດ​ຈະ​ດໍາລົງ​ຕໍາ​ແໜ່​ງປະທານາທິບໍດີ​ຄົນຕໍ່​ໄປຂອງຝຣັ່ງ.

ກົດໝາຍ​ຂອງຝຣັ່ງ ຫ້າມ​ສື່​ມວນ​ຊົນ​ປະກາດ​ຜົນ​ຂອງ​ການ​ເລືອກ​ຕັ້ງ​ໃຫ້​ຮູ້ລ່ວງ​ໜ້າ
ຫຼື​ໃຫ້​ຮູ້​ເປັນ​ບາງສ່ວນ ກ່ອນ​ໜ່ວຍ​ປ່ອນ​ບັດ​ເລືອກ​ຕັ້ງ​ທັງ​ໝົດອັດ​ລົງໃນ​ແລງ​ວັນ​ອາ
ທິດ​ມື້​ນີ້ຕາມ​ເວລາ​ໃນ​ທ້ອງ​ຖິ່ນ.