ຝຣັ່ງຍຶດ ຢາໂຄເຄນໄດ້ ເກືອບນຶ່ງຕັນເຄິ່ງ ມູນ​ຄ່າ 370 ລ້ານ​ໂດ​ລ່າ (ວີດີໂອ)

Your browser doesn’t support HTML5

France Drugs Seizure

ຕໍາຫລວດ​ຝຣັ່ງກ່າວ​ວ່າ ພວກ​ຕົນ​ໄດ້​ທັບ​ມ້າງ ກິດຈະການ​ຄ້າ​ຢາ​ເສບ​ຕິດ​ລະຫວ່າງ​ປະ​ເທດ​ອັນ​ນຶ່ງ ຫລັງ​ຈາກ​ຍຶດ​ໄດ້​ຢາ​ໂຄ​ເຄນ 1.4 ຕັນ ​ແລະ​ຈັບ​ຜູ້​ຕ້ອງ​ສົງ​ໄສ 4 ຄົນ.

​ເຈົ້າ​ໜ້າ​ທີ່​ເວົ້າ​ວ່າ ຢາ​ເສບ​ຕິດ​ທີ່​ຍຶດ​ໄດ້ ຊຶ່ງ​ມີ​ມູນ​ຄ່າ 370 ລ້ານ​ໂດ​ລ່າ ​ໃນ​ທ້ອງ​ຕະຫລາດ ໂດ້ຖືກ​ຊຸກ​ເຊື່ອງ​ໄວ້ ຢູ່​ທາງ​ໃນ​ລໍ້​ລົດ truck ​ໃນກໍາ​ປັ່ນ​ຂົນ​ສົ່ງຂອງ Chile ລໍາ​ນຶ່ງ ຢູ່​ທ່າ​ເຮືອ Le Havre ທາງ​ພາກ​ເໜືອ​ຂອງຝຣັ່ງ.

ຕໍາຫລວດ​ເຊື່ອ​ວ່າ ຢາ​ເສບ​ຕິດ​ເຫລົ່າ​ນັ້ນ ກໍາລັງ​ຈະ​ຖືກ​ຂົນ​ສົ່ງ​ໄປ​ຍັງ​ປະ​ເທດສະ​ເປ​ນ ​ຊຶ່ງຢູ່ທີ່ນັ້ນ ​ພວ​ກ​ເຈົ້າ​ໜ້າ​ທີ່​ຄາດ​ການ​ວ່າ ຈະ​ຈັບ​ຜູ້​ຕ້ອງ​ສົງ​ໄສ​ ​ໃນ​ຄະດີ​ນີ້ ໄດ້​ຕື່ມ​ອີກ.


French police say they have disrupted an international drug trafficking operation after seizing a record 1.4 tons of cocaine and arresting four people.

Officials said the drugs, with an estimated street value of $370 million, were concealed in truck tires on a Chilean cargo ship at the northern port of Le Havre.

Police believe the drugs were being transported to Spain, where authorities expect to make more arrests in the case.