ສານພົບວ່າ ອະດີດ ປະທານາທິບໍດີຝຣັ່ງ ມີຄວາມຜິດ ຖານສໍ້ລາດບັງຫຼວງ

  • ໄພສານ ວໍຣະຈັກ

ອະດີດປະທານາທິບໍດີຝຣັ່ງ ທ່ານ Jacques Chirac (15 ທັນວາ 2011)

ອະດີດປະທານາທິບໍດີຝຣັ່ງທ່ານ Jacques Chirac ໄດ້ຖືກຕັດສິນວ່າມີຄວາມຜິດໃນຂໍ້ຫາ
ສໍ້ລາດບັງຫຼວງ.

ໃນວັນພະຫັດມື້ນີ້ ຜູ້ພິພາກສາທ່ານນຶ່ງທີ່ກຸງປາຣີພົບເຫັນວ່າທ່ານ Chirac ມີຄວາມຜິດ
ໃນການສໍ້ໂກງເງິນຫຼວງແຕ່ໄດ້ຝາກໂທດເປັນເວລາ 2 ປີ ໃນການດຳເນີນຄະດີ ທີ່ມີຄວາມ ສຳຄັນຄັ້ງປະວັດສາດທີ່ວ່ານີ້.

ທ່ານ Chirac ເປັນອະດີດປະມຸກຜູ້ທຳອິດຂອງຝຣັ່ງ ທີ່ໄດ້ປະເຊີນກັບການລົງ ໂທດໃນ
ຮອບຫຼາຍກວ່າ 50 ປີ.

ອະດີດປະທານາທິບໍດີອາຍຸ 79 ປີຂອງຝຣັ່ງ ທີ່ບໍ່ໄດ້ໄປຮ່ວມການດຳເນີນຄະດີຂອງສານ ຍ້ອນມີບັນຫາທາງດ້ານສຸຂະພາບນັ້ນໄດ້ຖືກພົບເຫັນວ່າມີຄວາມຜິດຍ້ອນໃຊ້ອຳນາດໄປ
ໃນທາງທີ່ບໍ່ຖືກຕ້ອງແລະສໍ້ໂກງເງິນ ໃນຂະນະທີ່ທ່ານຍັງເປັນເຈົ້າຄອງນະຄອນຫຼວງປາຣີ
ລະຫວ່າງປີ 1977 ຫາ 1995.

ທ່ານ Chirac ໄດ້ປະຕິເສດຊໍ້າແລ້ວຊໍ້າອີກວ່າ ທ່ານບໍ່ໄດ້ກະທຳຫຍັງຜິດ. ນອກນັ້ນແລ້ວ
ຍັງມີອີກ 9 ຄົນມີສ່ວນພົວພັນນຳຄະດີດັ່ງກ່າວ.

ທ່ານ Chirac ຖືກກ່າວຫາວ່າ ຈ່າຍເງິນໃຫ້ສະມາຊິກພັກການເມືອງຂອງທ່ານຈາກກອງ ທຶນຂອງນະຄອນຫຼວງໂດຍໄດ້ສ້າງຕັ້ງຕຳແໜ່ງວຽກການປອມໃນເຂດເທສະບານໃຫ້ແກ່
ບຸກຄົນເຫຼົ່ານີ້.

ທ່ານປະເຊີນກັບການໄດ້ຮັບໂທດໜັກທີ່ສຸດ ຄືຈຳຄຸກ 7 ປີ ແລະປັບໄໝອີກເປັນເງິນ 196
ພັນໂດລາ.