ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວ
ໃນວັນອັງຄານມື້ນີ້ວ່າ ກຸ່ມລັດອິສລາມ “ຈະມີຄວາມຮູ້ສຶກກົດດັນ
ຫລາຍຂື້ນ” ໃນບໍ່ເທົ່າໃດອາທິດຈະມາເຖິງນີ້ ຝຣັ່ງ ແລະບັດດາ
ພັນທະມິດອຶ່ນໆ ກຳລັງເພີ້ມໃນຄວາມພະຍາຍາມຂອງເຂົາເຈົ້າ
ຫຼາຍຂຶ້ນ ຕ້ານພວກຫົວຮຸນແຮງດັ່ງກ່າວ.
ທ່ານກ່າວທີ່ນະຄອນຫລວງປາຣີ ຫລັງຈາກປະຊຸມກັບ ປະທານາ
ທິບໍດີຝຣັ່ງ ທ່ານ Francois Hollande ແລະໄດ້ສົນທະນາວິທີ
ທາງອຶ່ນ ອັນທີ່ລັດຖະບານຂອງເຂົາເຈົ້າຈະສາມາດສູ້ລົບກັບລັດ
ອິສລາມຢ່າງໃດ້ຜົນ. ການສົນທະນານັ້ນໄດ້ເກີດຂື້ນບໍ່ເທົ່າໃດມື້
ຫລັງຈາກ ການຍິງ ແລະວາງລະເບີດສະລະຊີບຢ່າງຕໍ່ເນື່ອງ ທີ່
ໄດ້ສັງຫານຢ່າງໜ້ອຍ 129 ຄົນ ໃນນະຄອນປາຮີ.
ລັດຖະມົນຕີ ຕ່າງປະເທດ ທ່ານ John Kerry (ກາງ), ແລະເອກອັກຄະລັດຖະທູດ ສະຫະລັດ ປະຈຳນະຄອນຫລວງປາຮີ ທ່ານນາງ Jane D. Hartley ຫລັງຈາກຖະແຫລງຕໍ່ບັນດານັກຂ່າວ
ທ່ານ Kerry ກ່າວວ່າ “ຄວາມຮູ້ສຶກຂອງຂ້າພະເຈົ້າ ກໍຄືວ່າ ທຸກໆຄົນເຂົ້າໃຈວ່າການໂຈມຕີຢູ່ Lebanon ກັບອັນທີ່ເກີດຂື້ນໃນ Egypt ກັບ Ankara, Turkey ພ້ອມດ້ວຍການໂຈມຕີ ບັດນີ້ຢູ່່ ນະຄອນຫລວງປາຣີ ພວກເຮົາຕ້ອງເພີ້ມຄວາມພະຍາຍາມໃນການໂຈມຕີພວກເຂົາຢູ່ທີ່ໃຈກາງ ບ່ອນທີ່ເຂົາວາງແຜນສິ່ງເຫລົ່ານີ້ ແລະຍັງເປັນທີ່ຊັດແຈ້ງວ່າ ຈະປະຕິບັດເພີ້ມຂື້ນຢູ່ຕາມຊາຍແດນ ໃນການເຄື່ອນໄຫວໄປມາ.”
ຕຳຫລວດ Brussels ກຳລັງຄວບຄຸມສະຖານະການ ຢູ່ເມືອງ Molenbeek ປະເທດ Belgium.
ທ່ານ ຍັງໄດ້ ກ່າວເຖິງຫົວເລື້ອງທີ່ໄດ້ມາຫວ່າງມໍ່ໆມານີ້ວ່າ ບັດນີ້ ພວກຫົວຮຸນແຮງຄວບຄຸມໄດ້ພຽງແຕ່ ໜຶ່ງສ່ວນສີ່ຂອງເຂດພາກເໜືອຊີເຣຍ ແລະທ່ານ “ໝັ້ນໃຈວ່າກຳລັງແຮງຂອງພວກເຮົາຈະເພີ້ມຂື້ນ.”
ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande ກຳລັງມາເຖິງ ທຳນຽບ Versailles ເພື່ອກ່າວຄຳປາໄສ.
ປະທານາທິບໍດີ Hollande ໄດ້ໃຫ້ຄຳໝັ້ນສັນຍາທີ່ຈະໂຈມຕີ ພວກຫົວຮຸນແຮງ ປາດສະຈາກຄວາມປານີໃດໆ ຢູ່ໃນຊີເຣຍ ບ່ອນທີ່ທ່ານກ່າວວ່າ ການໂຈມຕີໃນນະຄອນຫລວງປາຣີແມ່ນໄດ້ຖືກວາງແຜນໄວ້.
Your browser doesn’t support HTML5
Frnace Shooting