ປ. ຝຣັ່ງ ກ່າວວ່າ ການໂຈມຕີ ແບບຂີ້ຂາດ ຕາຂາວ ຢູ່ປາຣີ ແມ່ນການກໍ່ການຮ້າຍ

ຕຳຫຼວດ ລາດຕະເວນ ຖະໜົນ Elysees boulevard ໃນນະຄອນຫຼວງປາຣີ. (21 ເມສາ 2017)

ຜູ້​ຊາຍ​ຊາວ​ແບ​ລຢ້ຽມ​ຄົນ​ນຶ່ງທີ່​ທາງ​ການ​ຕ້ອງການ​ໂຕ ​ໃນ​ຖານ​ພົວພັນ​ກັບ​ການ​ໂຈມ
ຕີຂອງ​ພວກ​ກໍ່​ການ​ຮ້າຍ ​ຢູ່ Champs Elysees ​ໃນ​ນະຄອນຫຼວງປາຣີ​ໄດ້​ເຂົ້າມອບ​
ໂຕ ຕໍ່​ເຈົ້າໜ້າ​ທີ່​ແລ້ວ ທີ່​ເມືອງ Antwerp.

​ໄອ​ຍະ​ການ​ຂອງ​ແບ​ລຢ້ຽມ​ກ່າວ​ໃນ​ວັນ​ສຸກ​ມື້ນີ້​ວ່າ “ຜູ້​ຊາຍ​ຄົນນີ້ໄດ້​ເຂົ້າມອບ​ໂຕຕໍ່​ຕຳ
ຫຼວດ​ໃນ​ແລງ​ວານ​ນີ້ ຫລັງ​ຈາກ​ໄດ້​ເຫັນ​ຂ່າວ ​ທີ່​ວ່າ​ຜູ້ກ່ຽວ​ປາກົດ​ໂຕ​ຢູ່​ໃນ​ສື່​ສັງຄົມ ​ໃນ​
ຖານ​ເປັນ​ຜູ້​ຕ້ອງ​ສົງ​ໄສ​ກໍ່​ການ​ຮ້າຍ ​ນ້ຳ​ເບີ​ນຶ່ງ.”​ ສ່ວນ​ຂໍ້​ມູນ​ເພີ່ມຕື່ມ​ກ່ຽວ​ກັບ​ຜູ້​ຕ້ອງ​ສົງ
​ໄສ ​ແລະ​ການ​ພົວພັນຂອງ​ລາວ​ກັບການ​ໂຈມ​ຕີ ແມ່ນ​ຍັງ​ບໍ່​ທັນ​ມີ​ການ​ເປີດ​ເຜີຍ​ເທື່ອ.

ກຸ່ມ​ລັດ​ອິສລາມ ທີ່​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິ​ດຊອບ ຜ່ານ​ທາງ​ເວັບ​ໄຊ​ຂອງ​ຕົນ​ນັ້ນໄດ້​
ລະບຸ​ໂຕ​ມື​ປືນ​ວ່າ “Abu Yussef ​ແຫ່ງ​ແບ​ລຢ້ຽມ” ​ໂດຍ​ເອີ້ນຜູ້ກ່ຽວ​ວ່າ “ນຶ່ງ​ໃນພວກ​
ນັກ​ລົບ​ຂອງ​ກຸ່ມ​ລັດ​ອິສລາມ”. ຕຳຫຼວດປາ​ຣີກ່າວ​ວ່າ ມື​ປືນ​ທີ່​ຖືກ​ຂ້າ​ຕາຍແມ່ນ​ຖືກ​ລະ
ບຸ​ໂຕ​ແລ້ວ ​ແຕ່​ເຂົາ​ເຈົ້າຍັງ​ບໍ່​ທັນ​ເປີດ​ເຜີຍ​ຊື່​ຜູ້ກ່ຽວຫລືກ່າວ​ວ່າຜູ້ກ່ຽວເຮັດ​ວຽກ​ໃຫ້​ກຸ່ມ
​ລັດ​ອິສລາມ​ຫລື​ບໍ່.

ປະທານາທິບໍດີຝຣັ່ງ ທ່ານ Francois Hollande (ຂວາ) ຫ້ອມລ້ອມດ້ວຍ ບັນດາລັດຖະມົນຕີ ແລະເຈົ້າໜ້າທີ່ ໃນຂະນະທີ່ພວກທ່ານ ເປີດປະຊຸມ ສະພາປ້ອງກັນປະເທດ ທີ່ທຳນຽບ Elysee (21 ເມສາ 2017)

ຕຳຫຼວດ​ໄດ້​ຈັບແລະ​ສອບ​ປາກຄຳສະມາຊິກ​ໃນ​ຄອບຄົວ 3 ຄົນຂອງ​ມື​ປືນ​ທີ່​ຖືກ​ຍິງ​ຕາຍ​
ໃນ​ການ​ໂຈມ​ຕີ.

Champs Elysees ​ຊຶ່ງເປັນ​ຖະໜົນ​ສາຍ​ຫຼັກທີ່​ສຳຄັນ​ໃນ​ນະຄອນຫຼວງປາຣີນັ້ນ ​ໄດ້​ກັບ
​ຄືນ​ເຂົ້າສູ່​ສະພາບ​ປົກກະຕິ​ແລ້ວ ​ໃນ​ວັນ​ສຸກ​ມື້ນີ້ ຫລັງ​ຈາກ​ມື​ປືນ​ ໄດ້​ສັງຫານຕຳຫຼວດຄົນ​
ນຶ່ງ ​ແລະ​ບາດ​ເຈັບ​ອີກ​ 2 ຄົນ ຢູ່ຖະໜົນ ທີ່​ມີ​ຊື່​ສຽງ​ຂອງ​ໂລກ​ແຫ່ງ​ນີ້.

ປະທານາທິບໍດີ​ຝຣັ່ງທ່ານ Francois Hollande ກ່າວ​ວ່າ ທ່ານ​ເຊື່ອ​ວ່າ “ການ​ສັງຫານ
​ທີ່​ຂີ້ຂາດ​ຕາຂາວນີ້” ​ແມ່ນ​ການ​ກະທຳຂອງ​ພວກ​ກໍ່​ການ​ຮ້າຍ. ​ໃນ​ວັນ​ສຸກ​ມື້ນີ້ ຜູ້ນຳ​ຂອງ
ຝຣັ່ງ​ໄດ້​ຮຽກ​ໃຫ້​ເປີດ​ປະຊຸມ ​ສະພາ​ຄວາມ​ໝັ້ນຄົງ​ຂອງ​ລັດຖະບານ ​ແລະ​ພວກ​ທີ່​ຈະ​ມາ​
ສືບ​ທອດ​ຕຳ​ແໜ່​ງຕໍ່​ຈາກ​ທ່ານ ​ໃນ​ການ​ເລືອກ​ຕັ້ງປະທານາທິບໍດີ ​ເພື່ອ​ຫາລື​ກ່ຽວ​ກັບ​ວ່າ
ການ​ໂຈມ​ຕີ​ດັ່ງກ່າວ​ຈະ​ມີ​ຜົນ​ກະທົບ​ຕໍ່​ຄວາມ​ຕັ້ງ​ໃຈ​ໃນ ການ​ປ່ອນ​ບັດ​ຫຼືບໍ່ ຖ້າ​ມີ​ຈະ​ຢູ່​ໃນ
​ຮູບ​ໃດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ