ຫົວໜ້າ Fox News ລາອອກ ທ່າມກາງ ການກ່າວຫາ ມີການລວນລາມທາງເພດ

ທ່ານ Roger Ailes ປະທານແລະຫົວໜ້າບໍລິຫານ Fox News ແລະຕາໜ່າງໂທລະພາບ Fox Television.

ທ່ານ Roger Ailes ຜູ້​ກໍ່ຕັ້ງພ້ອມ​ທັງ​ເປັນ​ຫົວໜ້າຕາໜ່າງໂທລະພາບ Fox News ມາ​ເປັນ​ເວລາ​ດົນ​ນານ​ແລ້ວນັ້ນໄດ້​ລາ​ອອກ ຫຼັງ​ຈາກ​ພະນັກງານ​ຍິງ​ຫຼາຍໆ​ຄົນຂອງ​ບໍລິສັດ​ ກ່າວ​ຫາ​ທ່ານ​ວ່າລວນ​ລາມ​ທາງ​ເພດ.

ການ​ລາ​ອອກ​ຂອງ​ທ່ານ Ailes ຊຶ່ງ​ມີ​ຜົນ​ບັງຄັບ​ມ​ໃນທັນທີ ​ໄດ້​ມີ​ການ​ປະກາດ​ໂດຍ​ບໍລິສັດ​ແມ່​ ຂອງ​ຕາໜ່າງ​ໂທລະພາບ​ດັ່ງກ່າວ ຄື​ບໍ​ລິ​ສັດ 21ST Century Fox. ​ເມື່ອ​ສອງ​ອາທິດ​ກ່ອນ ທ່ານ Ailes ​ໄດ້​ຖືກ​ຟ້ອງ​ໃນຖານ​ລວນ​ລາມ​ທາງ​ເພດ ​ໂດຍ​ນາງ Gretchen Carl-
son ອະດີດ​ຜູ້​ຈັດ​ລາຍການ Fox & Friends ທີ່​ໄດ້​ອອກ​ຈາກ​ບໍລິສັດ​ໄປ​ໃນ​ເດືອນ​ແລ້ວ ​ຍ້ອນ​ສັນຍາ​ຂອງ​ນາງ​ບໍ່​ໄດ້ຮັບ​ການ​ຕໍ່​ອາຍຸ.

ທ່ານ Rupert Murdoch ຜູ້​ມີ​ອິດ​ທິພົນ​ດ້ານ​ສື່​ມວນ​ຊົນ​ ຊາວ​ອອສ​ເຕຣ​ເລຍ ຊຶ່ງ​ເປັນ​ປະ ທານ​ບໍລິສັດ​ໃນ​ເວລາ​ນີ້ ​ຈະ​ບໍລິຫານ​ຕາໜ່າງ​ໂທລະພາບ Fox News ​ແລະຕາໜ່າງ​ໂທ ລະພາບ Fox Business ຊຶ່ງ​ຢູ່​ພາຍ​ໃຕ້​ການຄວບ​ຄຸ​ມ​ດູແລຂອງທ່ານ Ailes ນັ້ນ ​ໄປ​ຈົນ​ກວ່າ​ສາມາດ​ຊອກ​ຫາ​ຜູ້​ມາ​ແທນ​ທ່ານ​ໄດ້.

ຖະ​ແຫລ​ງຂ່າວຂອງ​ທາງ​ບໍລິສັດ​ບໍ່​ໄດ້​ກ່າວ​ເຖິງ​ການ​ຟ້ອງ​ຮ້ອງ ຫຼືການ​ທົບ​ທວນ​ຂອງ​ທາງ​ບໍລິສັດ​ກ່ຽວ​ກັບ​ການ​ກ່າວ​ຫາ​ດັ່ງກ່າວ.

​ໃນ​ສຳນວນ​ຟ້ອງນັ້ນ ນາງ Carlson ກ່າວ​ວ່າ ອາຊີບ​ຂອງ​ນາງ​ໄດ້​ຖືກທຳລາຍ ​ໂດຍ​ເຈດ​ຕະນາ ​ຫຼັງ​ຈາກ​ນາງ​ໄດ້​ປະຕິ​ເສດ​ຕໍ່ການ​ສວຍ​ໂອກາດ​ທາງ​ເພດ​ຂອງ ທ່ານ Ailes. ທ່ານ Ailes ​ໄດ້​ປະຕິ​ເສດ​ຕໍ່​ການ​ກ່າວ​ຫາ​ເຫລົ່ານີ້.

ທ່ານ Ailes ອະດີດ​ທີ່​ປຶກສາ​ປະທານາທິບໍດີ​ຂອງ​ພັກຣີພັບ​ບລີ​ກັນ ອາຍຸ 76 ປີ ແມ່ນ​ບຸກ ຄົນ​ສຳຄັນ ​ຢູ່​ໃນ​ມະຫາ​ອານາຈັກ​ສື່​ມວນ​ຊົນ ​ແລະ​ເປັນ​ພັນທະ​ມິດ ​ມາ​ເປັນເວລາ​ດົນ​ນານ​ຂອງ​ທ່ານ Murdoch.

ພາຍ​ໃຕ້​ການ​ນຳພາ​ຂອງ​ທ່ານນັ້ນ ​ Fox News ​ໄດ້​ກາຍ​ມາ​ເປັນ​ສະຖານີໂທລະພາບທີ່ ​ສຳຄັນຂອງ​ພວກ​ນັກ​ວິຈານ​ການ​ເມືອງ​ນິຍົມ​ແນວທາງ​ເດີມ ຊຶ່ງມີ​ຜູ້​ເບິ່ງ​ຜູ້​ຊົມ​ທີ່​ແຕກ​ຕ່າງ​ໄປ​ຈາກ​ສະຖານີ​ຄູ່​ແຂ່ ງ​ຄື CNN ​ແລະ MSNBC.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ